ຮູບແບບການຊື້-ຂາຍຢາເສບຕິດຂອງກຸ່ມຄົນບໍ່ດີ ເຫັນວ່າໃຊ້ເລ່ລຽມທຸກວິທີທາງເພື່ອຫຼົບຫຼີກການຕິດຕາມກວດກາຂອງເຈົ້າໜ້າທີ່ ກ່ອນສົ່ງຢາບ້າໃຫ້ເຖິງປາຍທາງ. ການຊຸກເຊື່ອງຢາບ້າໄວ້ໃນຜ້າອັດປາກ ກໍເປັນອີກວິທີໜຶ່ງ ແຕ່ການກະທໍາຂອງພວກເຂົາສ່ວນຫຼາຍແມ່ນບໍ່ສາມາດເລັດລອດຈາກການກວດກາຂອງເຈົ້າໝ້າທີ່ໄດ້;  ດັ່ງໃນຕົ້ນເດືອນມິຖຸນາ 2018,  ເຈົ້າໜ້າທີ່ຕໍາຫຼວດຈາລະຈອນ ນະຄອນຫຼວງວຽງຈັນ ໄດ້ລັດກວດຄົ້ນລົດຈັກໄວລຸ້ນຄົນໜຶ່ງຢູ່ສາມແຍກບ້ານ ໄຊມຸງຄຸນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ, ພົບຢາບ້າ 50 ເມັດ  ທີ່ຊຸກເຊື່ອງໄວ້ຢູ່ຜ້າອັດປາກ ຈຶ່ງໄດ້ຈັບຕົວຜູ້ກ່ຽວສົ່ງໃຫ້ເຈົ້າໜ້າຕໍາຫຼວດວິຊາສະເພາະດໍາເນີນການສອບສວນ.

ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ຜູ້ຖືກຫາ ຊື່ ກູ້ຢ່າງ ອາຍຸ 35 ປີ ຢູ່ບ້ານຈັນສະຫວ່າງ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເຊິ່ງຜູ້ກ່ຽວໄດ້ຮັບສາລະພາບວ່າ: ຢາບ້າ 50 ເມັດ ເປັນຂອງຜູ້ກ່ຽວແທ້,  ເຊິ່ງໃນວັນທີ​ 4 ມິຖຸນາ 2018 ໄດ້ໄປຊື້ຢາບ້າທ້າວ ຈ່ອຍ ອາຍຸປະມານ 39 ປີຢູ່ຮ້ານເກມແຫ່ງໜຶ່ງ ເຂດບ້ານເມືອງນາຊາຍທອງ, ແຕ່ທ້າວຈ່ອຍບໍ່ມີຢາບ້າໃຫ້ ຈິ່ງນັດໃຫ້ໄປລໍຖ້າຮັບຢາບ້າຢູ່ເສັ້ນທາງເຂດບ້ານໜອງບອນ ເມືອງໂພນໂຮງ ແຂວງວຽງຈັນ.

ຈາກນັ້ນ, ຜູ້ກ່ຽວຈິ່ງຂີ່ລົດຈັກ ຮອນດ້າເວບ 100, ໄປລໍຖ້າຢູ່ຈຸດນັດໝາຍ.  ພໍໄປຮອດ, ທ້າວຈອຍ ໄດ້ເອົາຢາບ້າ ຈໍານວນ 50 ເມັດ ມາໃຫ້ ແລ້ວຜູ້ກ່ຽວເອົາຢາບ້າຈໍານວນດັ່ງກ່າວຊຸກເຊື່ອງໄວ້ຢູ່ໃນພ້າອັດປາກ ແລ້ວຂັບຂີ່ລົດຈັກມຸ່ງໜ້າກັບບ້ານ. ພໍຂັບຂີ່ໄປຮອດສາມແຍກບ້ານໄຊມຸງຄຸນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ, ໄດ້ມີເຈົ້າໜ້າທີ່ຕຳຫຼວດຈະລະຈອນຢູ່ປ້ອມດັ່ງກ່າວ ໄດ້ລັດກວດເອກະສານລົດ ໃນລະຫວ່າງນັ້ນ, ໄດ້ເອົາຜ້າອັດປາກອອກຈາກປາກແລ້ວຢາບ້າຈໍານວນດັ່ງກ່າວໄດ້ຕົກລົງດິນ. ເມື່ອເຈົ້າໜ້າທີ່ແນມເຫັນ ແລະ ຮູ້ວ່ານັ້ນແມ່ນຢາບ້າ ຈຶ່ງໄດ້ຈັບຕົວຜູ້ກ່ຽວສົ່ງໃຫ້ພາກສ່ວນທີ່ກ່ຽວຂ້ອງສືບຕໍ່ດໍາເນີນຄະດີ.