ວັນທີ 17 ກໍລະກົດ 2018, ເຈົ້າໜ້າທີ່ ປກສ ເມືອງຫົງສາ ແຂວງໄຊຍະບູລີ ລົງຕິດຕາມກວດກາ, ເລີກຮື້ເປົ້າໝາຍເສບຢາບ້າໄດ້ 1 ເລື່ອງ ແລະ ມ້າງຄະດີຄ້າຂາຍຢາເສບຕິດໄດ້ 1 ເລື່ອງ ຄື: ຄະດີຄ້າຂາຍຢາເສບຕິດ ແມ່ນມ້າງໄດ້ຢູ່ເຂດບ້ານໂພນຈັນ ສາມາດຈັບຜູ້ຖືກຫາໄດ້ 2 ຄົນ ຊື່: ທ້າວ ວາຊົງ ອາຍຸ 34 ປີ ແລະ ທ້າວ ປໍຊົງ ອາຍຸ 33 ປີ, ທັງສອງຢູ່ບ້ານປ່າຫວ້ານ ເມືອງຊຽງຮ່ອນ ແຂວງໄຊຍະບູລີ.

ຜ່ານການກວດຄົ້ນພົບເຫັນຂອງກາງປະເພດຢາບ້າ ຈໍານວນ 1 ມັດ ເທົ່າກັບ 2.000 ເມັດ, ຊຸກເຊື່ອງໄວ້ໃນລົດກະບະ ແລະ ລົດຈັກ. ຜ່ານການສຶບສວນ-ສອບສວນໃນເບື້ອງຕົ້ນ, ຜູ້ຖືກຫາສາລະພາບວ່າ: ໄດ້ເຄື່ອນໄຫວຂາຍຢາບ້າມາແຕ່ຕົ້ນເດືອນມີນາ 2018, ເຊິ່ງຢາບ້າຈໍານວນດັ່ງກ່າວ ໄດ້ຊື້ມາແຕ່ແຂວງບໍ່ແກ້ວ ເພື່ອຈະມາຂາຍຕໍ່.
ຜູ້ຖືກຫາອີກຄົນໜຶ່ງ ຊື່ ທ້າວ ກົງທອງ ຫຼື ນ້ອຍ ບ້ານຮ່ອງງົວ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ສາມາດຈັບຕົວຜູ້ກ່ຽວໄດ້ຢູ່ໃນຫໍພັກຂອງບໍລິສັດແຫ່ງໜຶ່ງ ພ້ອມຢາບ້າ 16 ເມັດ. ຜ່ານການສອບສວນເບື້ອງຕົ້ນ, ຜູ້ກ່ຽວໃຫ້ການວ່າ: ໄດ້ຊື້ຢາບ້ານໍາຄົນທີ່ເຮັດວຽກຢູ່ບໍລິສັດດຽວກັນຈໍານວນ 30 ເມັດ, ແລ້ວນຳມາເສບ 7 ເມັດ ແລະ ຂາຍ 7 ເມັດ, ຍັງເຫຼືອ 16 ເມັດ ຈົ່ງໄວ້ເສບ, ແລ້ວຖືກເຈົ້າໜ້າທີ່ກວດພົບ ແລະ ກັກຕົວໄປດໍາເນີນຄະດີ.