ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມວຽກງານຊາຍແດນແຫ່ງຊາດ ໃນວັນທີ 8 ສິງຫາ 2018 ເປັນປະທານໂດຍ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນຮອງປະທານ ແລະ ຜູ້ປະຈໍາການຄະນະກໍາມາທິການຊາຍແດນແຫ່ງຊາດ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາຄະນະລັດຖະມົນຕີ, ເຈົ້າແຂວງ, ແຂກຮັບເຊີນທີ່ກ່ຽວຂ້ອງຈາກສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ.

ໃນກອງປະຊຸມ, ທ່ານ ແສງເພັດ ຮຸ່ງບຸນຍວງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕີລາຄາການຈັດຕັ້ງປະຕິບັດວຽກງານຊາຍແດນ ລະຫວ່າງ ສປປ ລາວ ກັບບັນດາປະເທດໃກ້ຄຽງໃນໄລຍະຜ່ານມາ ໂດຍສະເພາະ ວຽກງານຄຸ້ມຄອງຊາຍແດນ, ຫຼັກໝາຍຊາຍແດນ ແລະ ການຄຸ້ມຄອງບັນດາດ່ານ; ຊຶ່ງຍົກໃຫ້ເຫັນຜົນສໍາເລັດ ແລະ ບັນດາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນຕາມບໍລິເວນຊາຍແດນ ພ້ອມທັງໄດ້ສະເໜີທິດທາງໃນການແກ້ໄຂ ແລະ ມາດຕະການຈັດຕັ້ງປະຕິບັດໃນຕໍ່ໜ້າ, ໃນນັ້ນທ່ານໄດ້ກ່າວບາງຕອນວ່າ: ຕະຫຼອດໄລຍະ 40 ກວ່າປີຜ່ານມາ ບົນພື້ນຖານແນວທາງການຕ່າງປະເທດຂອງພັກ ແລະ ລັດຖະບານທີ່ໄດ້ວາງອອກຢ່າງຖືກຕ້ອງ ແລະ ສອດຄ່ອງແຕ່ລະໄລຍະ, ຍາມໃດລັດຖະບານກໍໄດ້ຖືເອົາວຽກງານຊາຍແດນແຫ່ງຊາດ ເປັນວຽກງານໜຶ່ງທີ່ສໍາຄັນໃນການປົກປັກຮັກສາເອກະລາດ, ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດໃຫ້ໝັ້ນຄົງ ເພື່ອເປັນພື້ນຖານໃຫ້ແກ່ການປົກປັກຮັກສາສະຖຽນລະພາບທາງດ້ານການເມືອງ, ການພັດທະນາເສດຖະກິດ-ສັງຄົມ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນກັບປະເທດອ້ອມຂ້າງ ແນໃສ່ເສີມຂະຫຍາຍການພົວພັນຮ່ວມມືໃນຂົງເຂດພາກພື້ນ ແລະ ສາກົນ ໂດຍໄດ້ກໍານົດຊາຍແດນກັບບັນດາປະເທດໃກ້ຄຽງໃຫ້ມີຄວາມຈະແຈ້ງຊັດເຈນ, ຫຼີກເວັ້ນບໍ່ໃຫ້ມີບັນຫາຂັດແຍ່ງທີ່ເກີດຂຶ້ນ.

ມາຮອດປັດຈຸບັນການຈັດຕັ້ງປະຕິບັດວຽກງານຊາຍແດນແຫ່ງຊາດ ໄດ້ປະສົບຜົນສໍາເລັດຫຼາຍຢ່າງທີ່ເປັນໜ້າເພິ່ງພໍໃຈ ໄດ້ສໍາເລັດການສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນກັບສາມປະເທດ ຄື: ສສ ຫວຽດນາມ, ສປ ຈີນ ແລະ ມຽນມາ, ກໍາລັງສືບຕໍ່ດໍາເນີນການສໍາຫຼວດ ແລະ ປັກຫຼັກໝາຍກັບຣາຊະອານາຈັກໄທ ແລະ ຣາຊະອານາຈັກກໍາປູເຈຍ. ຜົນສໍາເລັດດັ່ງກ່າວນັ້ນແມ່ນໝາກຜົນຂອງການປະຕິບັດໜ້າທີ່ຢ່າງຕັ້ງໜ້າ ແລະ ດ້ວຍຄວາມເປັນເຈົ້າການ, ດ້ວຍການປະສານສົມທົບລະຫວ່າງ ຂະແໜງການຕ່າງໆທີ່ກ່ຽວຂ້ອງຢູ່ສູນກາງ ແລະ ທ້ອງຖິ່ນຢ່າງແໜ້ນແຟ້ນ.

ຄຽງຄູ່ກັບຜົນສໍາເລັດດັ່ງກ່າວ, ໃນການຄຸ້ມຄອງຫຼັກໝາຍຊາຍແດນ ແລະ ການຄຸ້ມຄອງຊາຍແດນຍັງປະເຊີນກັບສິ່ງທ້າທາຍ; ເຊິ່ງທັງສູນກາງ ແລະ ທ້ອງຖິ່ນ ຈະຕ້ອງໄດ້ເພີ່ມທະວີການຮ່ວມມື ແລະ ມີຄວາມເປັນເອກະສານກັນສຸມໃສ່ແກ້ໄຂຮ່ວມກັນ ເປັນຕົ້ນແມ່ນການລັກລອບຂຸດຄົ້ນຊັບພະຍາກອນທໍາມະຊາດ, ການຄ້າຂາຍເຖື່ອນ, ຄ້າຢາເສບຕິດ, ຄ້າມະນຸດ, ບັນຫາຕາຝັ່ງເຈື່ອນ, ການບຸນເບີກເສັ້ນທາງທີ່ເຕັງເສັ້ນຊາຍແດນ, ການຍົກຍ້າຍຕັ້ງພູມລໍາເນົາຂ້າມຊາຍແດນຕາມລໍາພັງໃຈ ແລະ ບັນຫາອື່ນໆໃຫ້ໄດ້ຮັບໝາກຜົນສູງ.

ໃນຕອນທ້າຍ, ທ່ານ ທອງລຸນ ສີສຸລິດ ໄດ້ໃຫ້ທິດຊີ້ນໍາໂດຍເນັ້ນໃຫ້ທຸກຂະແໜງການຈົ່ງສືບຕໍ່ຮັກສາມູນເຊື້ອຄວາມສາມັກຄີ ແລະ ຍຶດໝັ້ນແນວທາງການຕ່າງປະເທດສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມືຢ່າງສະເໝີຕົ້ນສະເໝີປາຍ ໂດຍນໍາເອົາແນວທາງດັ່ງກ່າວເປັນທິດໃນການຈັດຕັ້ງປະຕິບັດການສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນ ແນໃສ່ແກ້ໄຂຈຸດຄົງຄ້າງກັບປະເທດໃກ້ຄຽງໃຫ້ສໍາເລັດ ພ້ອມທັງເອົາໃຈໃສ່ຢ່າງຕັ້ງໜ້າ ແລະ ຄວາມຮັບຜິດຊອບສູງໃນການແກ້ໄຂທຸກປະກົດການຫຍໍ້ທໍ້ທີ່ເກີດຂຶ້ນຕາມຊາຍແດນໃຫ້ຫຼຸດລົງເທື່ອລະກ້າວ, ເອົາໃຈໃສ່ຕິດຕາມ, ກວດກາຕາມບໍລິເວນຊາຍແດນ ແລະ ຫຼັກໝາຍຊາຍແດນເປັນປົກກະຕິ ເພື່ອເກັບກໍາການເຄື່ອນໄຫວທີ່ຜິດກົດໝາຍ ແລະ ຮູ້ໄດ້ຢ່າງທັນການ.