ສານປະຊາຊົນເຂດ III ນະຄອນຫຼວງວຽງຈັນ ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ວາງແຜນທິດທາງ 6 ເດືອນທ້າຍປີ 2018 ຂຶ້ນໃນວັນທີ 14 ສິງຫາ 2018, ເຂົ້າຮ່ວມໂດຍ ທ່ານ ຄຳພັນ ບຸນພາຄົມ ຮອງປະທານສານປະຊາຊົນສູງສຸດ, ມີຮອງເຈົ້າເມືອງ, ນາຍບ້ານ, ຕາງໜ້າຫ້ອງການອ້ອມຂ້າງເມືອງ, ພະນັກງານເຂົ້າຮ່ວມ.

ທ່ານ ນາງ ບົວພາ ກິມະນີວົງ ປະທານສານປະຊາຊົນ ເຂດ III ກ່າວວ່າ: ໃນ 6 ເດືອນຜ່ານມາ, ຄະນະສານປະຊາຊົນ ເຂດ III ພ້ອມດ້ວຍພະນັກງານທຸກຂັ້ນໄດ້ເອົາໃຈໃສ່ເຮັດວຽກງານວິຊາສະເພາະຢ່າງຕັ້ງໜ້າ ເປັນຕົ້ນແມ່ນ ວຽກງານພິຈາລະນາຕັດສິນຄະດີຕ່າງໆດ້ວຍຄວາມຮັບຜິດຊອບສູງ, ແກ້ໄຂຄະດີໃຫ້ຖືກຕ້ອງເປັນທໍາ ແລະ ສອດຄ່ອງກັບລະບຽບກົດໝາຍຢ່າງເຂັ້ມງວດ.

ສະແດງອອກ ໄດ້ພິຈາລະນາຕັດສິນຄະດີອາຍາ 22 ເລື່ອງ, ສົ່ງພາກສ່ວນກ່ຽວຂ້ອງແກ້ໄຂ 2 ເລື່ອງ, ຄະດີແພ່ງ 18 ເລື່ອງ, ໄກ່ເກັ່ຍ 2 ເລື່ອງ, ສົ່ງພາກສ່ວນກ່ຽວຂ້ອງ 2 ເລື່ອງ ຈາກຄະດີທີ່ເກີດຂຶ້ນທັງໝົດ 46 ເລື່ອງ.

ນອກຈາກນັ້ນ, ມີຄະດີເຂົ້າໃໝ່ອີກ 31 ເລື່ອງ, ໃນນັ້ນມີຄະນະດີອາຍາ 11 ເລື່ອງ, ຄະດີແພ່ງ 20 ເລື່ອງທີ່ຈະໄດ້ສືບຕໍ່ແກ້ໄຂ.

ທ່ານ ນາງ ບົວພາ ກິມະນີວົງ ກ່າວວ່າ: ໃນຕໍ່ໜ້າຈະສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ, ສືບຕໍ່ປະຕິບັດວຽກງານໃຫ້ສອດຄ່ອງກັບລະບຽບກົດໝາຍຢ່າງເຂັ້ມງວດ, ຄົບຖ້ວນຮອບດ້ານ, ສືບຕໍ່ປະສານສົມທົບກັບຫ້ອງການຍຸຕິທໍາ, ອົງການໄອຍະການປະຊາຊົນ ເພື່ອລົງເຜີຍແຜ່ກົດໝາຍໃຫ້ແກ່ປະຊາຊົນແຕ່ລະບ້ານໃຫ້ທົ່ວເຖິງ ແລະ ເຂົ້າໃຈຢ່າງເລິກເຊິ່ງ ເພື່ອແນໃສ່ຫຼຸດຜ່ອນຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມໃຫ້ຫຼຸດໜ້ອຍລົງໄປເລື້ອຍໆ.