ໃນລະຫວ່າງວັນທີ 7-14 ສິງຫາຜ່ານມານີ້, ໜ່ວຍພັກຮາກຖານໂຮງຮຽນ ປກສ ຊັ້ນຕົ້ນ ເລກ 6, ໜ່ວຍພັກຄ້າຍຄຸມຂັງ-ດັດສ້າງນາໄຊ, ໜ່ວຍພັກຫ້ອງສັນຕິບານ ແລະ ໜ່ວຍພັກຫ້ອງພະລາທິການ ກອງບັນຊາການ ປກສ ແຂວງສາລະວັນ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານໃນໄລຍະ 6 ເດືອນ ຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2018 ຕິດພັນກັບບັ້ນດໍາເນີນວຽກງານພັກ-ວຽກງານການເມືອງ, ເປັນປະທານໂດຍ ພັທ ກໍລະກັນ ແກ້ວວຽງຄໍາ ຮັກສາການອໍານວຍການໂຮງຮຽນ ປກສ ຊັ້ນຕົ້ນ ເລກ 6, ເຂົ້າຮ່ວມມີ ພັທ ສີເສີດ ສອນດາລາ ປະທານກວດກາພັກ-ລັດ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະພັກ-ຄະນະກອງບັນຊາການ, ຄະນະຮັບຜິດຊອບບັ້ນດໍາ ເນີນວຽກງານພັກ-ວຽກງານການເມືອງ, ແຂກຮັບເຊີນ ແລະ ສະມາຊິກພັກສົມບູນ-ສຳຮອງເຂົ້າຮ່ວມ.

ພັທ ສອນໄຊ ຈັນທະມານີ ຮອງອໍານວຍການໂຮງຮຽນ ປກສ ຊັ້ນຕົ້ນ ເລກ 6 ໄດ້ຂຶ້ນຜ່ານບົດສະຫຼຸບໃຫ້ຮູ້ວ່າ: ໃນໄລຍະ 6 ເດືອນຕົ້ນປີຜ່ານມາ, ຄະນະພັກ 4 ໜ່ວຍພັກ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາສະມາຊິກພັັກ, ພະນັກງານທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນເປັນປົກກະຕິ ແລະ ມີຜົນງານຫຼາຍດ້ານ ເຊັ່ນ: ຄະນະໜ່ວຍພັກຮາກຖານໂຮງຮຽນ ປກສ ຊັ້ນຕົ້ນ ເລກ 6 ໄດ້ນຳພາອ້ອມຮົ້ວໂຮງຮຽນ, ສ້າງປະຕູໂຂງ, ບ່ອນຈອດລົດ, ສະໜາມເປຕັງ, ຫ້ອງນໍ້າ, ເຮືອນຄົວລວມ, ສ່ອງແສງລາຍງານ, ຂຽນບົດສະຫຼຸບ; ຄະນະໜ່ວຍພັກຄ້າຍຄຸມຂັງ-ດັດສ້າງນາໄຊ ໄດ້ນຳພາສະມາຊິກພັກ, ພະນັກງານ-ນັກຮົບປະຕິບັດວຽກງານວິຊາສະເພາະ ເປັນຕົ້ນແມ່ນ ໄດ້ອອກໃບຢ້ຽມຢາມໃຫ້ຄອບຄົວ ແລະ ພີ່ນ້ອງຜູ້ຖືກຕັດອິດສະຫຼະພາບ 487 ສະບັບ, ສຶກສາອົບຮົມນັກໂທດ 40 ຄັ້ງ, ປະຈໍາການປ້ອງກັນຄ້າຍ ແລະ ປ້ອງກັນນັກໂທດຜູ້ຖືກຫາ 279 ຄັ້ງ, ສໍານວນ-ສໍາເນົາ ແລະ ສ້າງ ນິຕິກໍາໄດ້ 1.857 ສະບັບ; ຄະນະໜ່ວຍພັກຫ້ອງສັນຕິບານ ໄດ້ເອົາໃຈໃສ່ກວດກາຄົນຕ່າງປະເທດເຂົ້າມາພັກອາໃສ, ຢ້ຽມຢາມ, ທ່ອງທ່ຽວ ແລະ ການບໍລິການອື່ນໆຢູ່ແຂວງສາລະວັນ ມີ 9 ສັນຊາດ ກວມເອົາ 1.034 ຄົນ ຍິງ 314 ຄົນ ຫຼາຍກວ່າໝູ່ແມ່ນສັນຊາດຫວຽດນາມ ມີ 578 ຄົນ ຍິງ 186 ຄົນ, ຄົນເຂົ້າ-ອອກ ເມືອງທັງໝົດ 93.284 ຄົນ ຍິງ 22.672 ຄົນ, ເດັກນ້ອຍ 1.049 ຄົນ, ມີພາຫະນະເຂົ້າ-ອອກເມືອງທັງໝົດ 14.064 ຄັນ ແລະ ສຳລັບຄະນະໜ່ວຍພັກຫ້ອງພະລາທິການ ໄດ້ສຸມໃສ່ເຮັດວຽກງານອຸປະໂພກ-ບໍລິໂພກ ມີເຄື່ອງນຸ່ງຫົ່ມແຮສູ້ຮົບ 19 ລາຍການ, ການກໍ່ສ້າງ ແລະ ຈັດຊື້, ການບໍາລຸງຮັກສາສ້ອມແປງ, ວຽກງານເຕັກນິກ-ຍຸດໂທ ແລະ ກໍາລັງ ປກສ ມີການກຽມພ້ອມ 100%.

ຄຽງຄູ່ກັບການປະຕິບັດວຽກງານວິຊາສະເພາະ, ຄະນະໜ່ວຍພັກທັງ 4 ໜ່ວຍ ໄດ້ເອົາໃຈໃສ່ວຽກງານກໍ່ສ້າງກໍາລັງ, ກໍ່ສ້າງພະນັກງານ; ໃນນີ້, ໄດ້ກໍ່ສ້າງ ແລະ ຂະຫຍາຍພັກ-ມະຫາຊົນຜູ້ທີ່ມີຄວາມຫ້າວຫັນ ແລະ ດີເດັ່ນເຂົ້າສັງກັດອົງການຈັດຕັ້ງພາຍໃນ, ການຈັດຕັ້ງຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ອົງຄະນະພັກທ້ອງຖິ່ນ. ຄຽງຄູ່ກັບການດໍາເນີນວຽກງານພັກ-ວຽກງານການເມືອງ ເປັນຕົ້ນດ້ານທິດ ສະດີມາກ-ເລນິນ ແລະ ແນວຄິດ ຂອງປະທານ ໄກສອນ ພົມວິຫານ ນໍາມາເປັນແມ່ແບບໃນການຈັດ ຕັ້ງປະຕິບັດວຽກງານຕົວຈິງ ທັງເປັນແມ່ແບບໃນການດໍາລົງຊີວິດປອດໃສ, ລຽບງ່າຍ, ທ່ຽງທໍາ, ມີນໍ້າໃນຮັກເຊື້ອແພງຊາດຂອງຕົນດ້ວຍຄວາມບໍລິສຸດຜຸດຜ່ອງ, ມີວິໄສທັດກວ້າງໄກໃນການປຸກລະດົມຂົນຂວາຍ ເພື່ອປົດປ່ອຍຊາດ-ປົດປ່ອຍປະຊາຊົນອອກຈາກແອກການປົກຄອງຂອງພວກລ່າເມືອງຂຶ້ນ, ຕັ້ງໜ້າສ້າງຕັ້ງ ແລະ ແຜນພັດທະນາປະເທດ, ການແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ, ຕັ້ງໜ້າສ້າງພະນັກງານສືບທອດປ່ຽນແທນ ໂດຍຄັດເອົາຜູ້ທີ່ມີມາດຖານເງື່ອນໄຂຕາມອົງປະກອບທີ່ເປັນການຊີ້ວັດເຖິງທັດສະນະ, ຄວາມຮູ້-ຄວາມສາມາດ, ຄຸນສົມບັດສິນທໍາປະຕິວັດ, ຄວາມຍຸຕິທໍາ, ຄວາມໂປ່ງໃສ ແລະ ມີແບບແຜນການຊີ້ນໍາ-ນຳພາ, ມີແບບແຜນວິທີເຮັດວຽກໃນຂັ້ນຫ້ອງ, ອໍານວຍການ ແລະ ພະແນກ ໂດຍມີການໄຈ້ແຍກຈຸ້ມເຈື້ອເຊື້ອສາຍ, ພັກພວກເພື່ອກັ່ນກອງເອົາສະມາຊິກພັກ, ໜ່ວຍ ແລະ ຮາກຖານພັກແຕ່ລະຂັ້ນໃຫ້ໄດ້ແກ່ນແທ້ຂອງຊາດຂອງປະຊາຊົນ.

ໃນກອງປະຊຸມ, ຜູ້ເຂົ້າຮ່ວມຍັງໄດ້ເອົາໃຈໃສ່ຊອກໃຫ້ເຫັນຂໍ້ຄ້າງຄາຢູ່ຈຸດໃດ, ໜ້າວຽກໃດ ແລະ ຈຸດອ່ອນຂໍ້ຄົງຄ້າງທີ່ມີໃນຕົວຂອງພະນັກງານ ເພື່ອຈະນໍາໄປປັບປຸງແກ້ໄຂຂໍ້ຄົງຄ້າງໃຫ້ຖືກກັບຈຸດ, ການຈັດຕັ້ງປະຕິບັດວຽກງານຕ່າງໆໃຫ້ຍົກສູງການປົກປ້ອງສິດຜົນປະໂຫຍດລວມຂອງຊາດ-ຂອງປະຊາຊົນ, ຮັກສາຄວາມມັກຄີຮັກແພງ, ຄວາມເປັນເອກະພາບໃນໝູ່ຄະນະ ແລະ ມີການແບ່ງວຽກໃຫ້ບຸກຄົນຮັບຜິດຊອບ.