ກອງບັນຊາການທະຫານແຂວງກອນຕູມ ແຫ່ງ ສສ ຫວຽດນາມ ນຳໂດຍ ພັອ ຟາມງອກຟູ ຫົວໜ້າກອງບັນຊາການ ແລະ ຝ່າຍລາວມີ ພົຈວ ທອງຈັນ ຈັນທະພົງ ຫົວໜ້າກອງບັນຊາການ ປກສ ແຂວງອັດຕະປື ແລະ ພັອ ສົມໄຊ ພູລະຄຳມະນີ ຫົວໜ້າກອງບັນຊາການ ປກສ ແຂວງເຊກອງ ໄດ້ຈັດ ກອງປະຊຸມຮ່ວມມືດ້ານວຽກງານວິຊາສະເພາະຕາມຊາຍແດນ ລາວ-ຫວຽດນາມ ໃນວັນທີ 10 ສິງຫາ 2018 ໂດຍມີບັນດາຄະນະຜູ້ແທນທັງ 3 ຝ່າຍເຂົ້າຮ່ວມ.

ກອງປະຊຸມດັ່ງກ່າວ, ບັນດາຫົວໜ້າທັງ 3 ແຂວງ ໄດ້ຜັດປ່ຽນກັນລາຍງານສະພາບການທີ່ເກີດຂຶ້ນຢູ່ບັນດາຊາຍເເດນຂອງຕົນ ເຫັນວ່າ: ຍັງມີປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ ເຊິ່ງກໍ່ໃຫ້ເກີດຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບພາຍໃນປະເທດ ກໍຄື ຢູ່ຂອບເຂດຊາຍແດນຂອງແຕ່ລະແຂວງຢ່າງເປັນປົກກະຕິ ໂດຍສະເພາະສະພາບການເຄື່ອນໄຫວຂອງບັນດາປະຕິການພັດຖິ່ນ, ຫົວຮຸນແຮງທາງສາສະໜາ, ຊົນເຜົ່າ, ການເຄື່ອນໄຫວໂຄສະນາສ້າງກຸ່ມ, ການເຄື່ອນໄຫວຂອງບັນດາການຈັດຕັ້ງກໍ່ການຮ້າຍ, ເປົ້າໝາຍທຳລາຍຫຍັບຍ້າຍຈຸດຫຼັກໝາຍແຫ່ງຊາດ, ເຄື່ອງໝາຍສັນຍາລັກ, ຮັບຮູ້ເສັ້ນຊາຍແດນບັນຫາເປົ້າໝາຍຂົນສົ່ງຄ້າຂາຍຢາເສບຕິດ, ນຳໃຊ້ອາວຸດຜິດກົດໝາຍ, ວັດຖຸລະເບີດ ແລະ ຄ້າຂາຍຢາເສບຕິດກັບບັນດາເຄືອຂ່າຍຂອງພວກອາຊະຍາກຳຂ້າມຊາດ, ການຄ້າມະນຸດ, ຟອກເງິນ, ອາຊະຍະກຳທາງເຕັກໂນໂລຊີ, ຄວາມສະຫງົບທາງເຄືອຂ່າຍອິນເຕີເນັດ, ພວກອາຊະຍາກຳຄ້າເງິນປອມ, ການເຂົ້າ-ອອກເມືອງຜິດກົດໝາຍ, ຂຸດຄົ້ນຊັບພະຍາກອນທຳມະຊາດ, ການຍົກຍ້າຍຖິ່ນຖານແບບເສລີ, ໄພທຳມະຊາດ, ພະຍາດຕິດແປດຂ້າມຊາຍແດນ; ເຊິ່ງດ່ານທະຫານຊາຍແດນທີ່ຂຶ້ນກັບກອງບັນຊາການທະຫານຊາຍແດນ ແຂວງກອນຕູມ (ຫວຽດນາມ) ແລະ ບັນດາດ່ານຕໍາຫຼວດ-ກອງບັນຊາການ ປກສ ແຂວງອັດຕະປື ແລະ ແຂວງເຊກອງ (ລາວ) ທີ່ມີເສັ້ນຊາຍແດນຮ່ວມໄດ້ພ້ອມກັນປະສານສົມທົບຮັບເອົາ ແລະ ແກ້ໄຂບັນດາສະພາບການຮີບດ່ວນທີ່ເກີດຂຶ້ນ ຄື: ການເຄື່ອນຍ້າຍຂອງກຸ່ມເປົ້າໝາຍຊົນເຜົ່າຫົວຮຸນແຮງ ໃນຂອບເຂດຊາຍແດນ, ກຸ່ມເປົ້າໝາຍສ້າງຄວາມບໍ່ສະຫງົບ, ລີ້ຊ່ອນລຽບຕາມຊາຍແດນຂອງແຕ່ລະແຂວງ ເພື່ອແກ້ໄຂເປົ້າໝາຍດັ່ງກ່າວໃຫ້ທັນເວລາ.

ກອງປະຊຸມຮ່ວມມືດ້ານວຽກງານວິຊາສະເພາະຕາມຊາຍແດນ ລາວ-ຫວຽດນາມ
ກອງປະຊຸມຮ່ວມມືດ້ານວຽກງານວິຊາສະເພາະຕາມຊາຍແດນ ລາວ-ຫວຽດນາມ ໃນວັນທີ 10 ສິງຫາ 2018

ກອງປະຊຸມ ເປັນເອກະພາບກັນໃນການຊີ້ນຳກຳລັງ, ຄຸ້ມຄອງ, ກວດກາດ່ານ ພ້ອມທັງສືບຕໍ່ປະສານສົມທົບແໜ້ນກັບພາກສ່ວນທີ່ກ່ຽວຂ້ອງ ການກວດກາເຂົ້າ-ອອກຜ່ານຊາຍແດນ ໃຫ້ຖືກຕ້ອງຕາມສົນທິສັນຍາກ່ຽວກັບລະບຽບການຊາຍແດນ, ສົນທິສັນຍາສາກົນທັງສອງຝ່າຍໄດ້ຕົກລົງເຫັນດີສົມທົບມອບ-ຮັບຜູ້ກະທໍາຜິດຢູ່ດ່ານ, ເອກະພາບການມອບ-ສົ່ງຜູ້ກະທໍາຜິດ ໂດຍຜ່ານການພົວພັນຕ່າງປະເທດ; ເພີ່ມທະວີປະສານສົມທົບກ່ຽວກັບ ວຽກງານຝຶກອົບຮົມວິຊາສະເພາະ, ຈັດຕັ້ງຄະນະໄປຄົ້ນຄ້ວາ, ແລກປ່ຽນປະສົບການເຊິ່ງກັນແລະກັນ ເພື່ອໂຄສະນາສຶກສາອົບຮົມໃຫ້ປະຊາຊົນຢູ່ຂອບເຂດຊາຍແດນຂອງປະເທດຕົນກ່ຽວກັບ ລະບຽບກົດໝາຍຂອງແຕ່ລະປະເທດ.

ເປັນຕົ້ນແມ່ນ ລະບຽບການເຂົ້າ-ອອກເມືອງ, ເລ່ລ່ຽມກົນອຸບາຍຂອງພວກສັດຕູ, ຮູບການເຄື່ອນໄຫວຂອງບັນດາອິດທິກຳລັງປໍລະປັກ, ການຈັດຕັ້ງປະຕິການພັດຖິ່ນ, ພວກເປົ້າໝາຍປະຕິການ, ພວກສາສະໜາຫົວຮຸນແຮງ ແລະ ບັນດາປະເພດກໍ່ອາຊະຍາກຳ ເພື່ອຍົກສູງສະຕິລະວັງຕົວບໍ່ໃຫ້ຖືກການຊວນເຊື່ອຂອງພວກສັດຕູ; ຕັ້ງໜ້າລາຍງານການກະທໍາຜິດ ແລະ ຮ່ວມມືກັບ ອົງການເຈົ້າໜ້າທີ່ຕໍ່ສູ້ປາບປາມອາຊະຍາກຳ ແນໃສ່ເຮັດໃຫ້ເຂດຊາຍແດນມີຄວາມສະຫງົບ ແລະ ໃນຕອນທ້າຍ ໄດ້ມີການເຊັນບົດບັນທຶກຮ່ວມມືລະຫວ່າງ ປກສ ແຂວງເຊກອງ, ປກສ ແຂວງອັດຕະປື (ລາວ) ແລະ ກອງບັນຊາການທະຫານຊາຍແດນ ແຂວງກອນຕູມ ສສ ຫວຽດນາມ.