ຫຼັງວິກິດຄູກັນນ້ຳເຂື່ອນໄຟຟາເຊປຽນ-ເຊນໍ້ານ້ອຍແຕກ ເຮັດໃຫ້ປະຊາຊົນພາຍໃນ 13 ບ້ານ ຂອງເມືອງສະໝາມໄຊ ແຂວງອັດຕະປື ໄດ້ຮັບຜົນກະທົບຕໍ່ຊິວິດ ແລະ ຊັບສິນ ຢ່າງໜັກ ເຮັດໃຫ້ປະຊາຊົນ 30 ກວ່າຄົນເສຍຊີວິດ ແລະ ສູນຫາຍຈໍານວນໜຶ່ງ. ນອກນັ້ນ, ຍັງເຮັດໃຫ້ພໍ່-ແມ່ປະຊົນ ບໍ່ມີທີ່ຢູ່ອາໄສ 6.000 ກວ່າຄົນ ໄດ້ຖືກໂຍກຍ້າຍຖິ່ນ ຖານມາພັກຢູ່ບ່ອນພັກເຊົາຊົ່ວຄາວທີ່ລັດຖະບານຈັດກຽມໄວ້.

ບັນຫາທີ່ເກີດຂຶ້ນນີ້, ລັດຖະບານ ສປປ ລາວ ໄດ້ເປີດກອງປະຊຸມລັດຖະບານສະໄໝວິສາມັນປະຈໍາເດືອນສິງຫາ 2018, ໃນກອງປະຊຸມໄດ້ຕົກລົງແຕ່ງຕັ້ງຄະນະສືບສວນ-ສອບສວນ ໂດຍມອບໃຫ້ ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ປະທານອົງການກວດກາລັດຖະບານ ເປັນຫົວໜ້າຄະນະ; ເຊິ່ງສາມາດຮັບເອົາການຊ່ວຍເຫຼືອທາງດ້ານການເງິນ, ເຕັກນິກ ແລະ ຊ່ຽວຊານຈາກຕ່າງປະເທດທີ່ມີມາດຕະຖານສາກົນມາຊ່ວຍພິສູດ, ກວດກາທາງດ້ານເຕັກນິກ, ຊອກຄົ້ນໃຫ້ເຫັນສາເຫດທີ່ພາໃຫ້ມີການແຕກຂອງສັນເຂື່ອນ ແລະ ສາມາດເຊີນຕົວແທນຂອງລັດຖະບານ ຂອງປະເທດທີ່ມີບໍລິສັດເປັນຜູ້ປະກອບການ ແລະ ຂາຮຸ້ນທີ່ຈົດທະບຽນຢູ່ມາໃຫ້ຄຳປຶກສາ ຫຼື ສັງເກດການ.

ທັງນີ້ ກໍເພື່ອແນໃສ່ໃຫ້ການສືບສວນ-ສອບສວນມີຄຸນນະພາບສູງ, ມີຄວາມໂປ່ງໃສ ແລະ ເປັນທີ່ຍອມຮັບຕໍ່ທັງ ພາຍໃນ ແລະ ຕ່າງປະເທດ, ພາຍຫຼັງເມື່ອມີຜົນການສືບສວນ-ສອບສວນອອກມາແລ້ວຈຶ່ງດຳເນີນການໃນບາດກ້າວຕໍ່ໆໄປ. ພ້ອມດຽວກັນນັ້ນ, ກອງປະຊຸມກໍໄດ້ຕົກລົງແຕ່ງຕັ້ງຄະນະກໍາມະການລະດັບສູງຂອງລັດຖະບານ ເພື່ອກວດກາເຖິງຄວາມຮັບຜິດຊອບຂອງເຈົ້າໜ້າທີ່ລັດທີ່ກ່ຽວຂ້ອງກັບການອະນຸມັດການກໍ່ສ້າງ ຕະຫຼອດເຖິງການເຕືອນໄພລ່ວງໜ້າຕ່າງໆທີ່ພົວພັນກັບເລື່ອງທີ່ເກີດຂຶ້ນ.


ນອກນັ້ນ, ຍັງຕົກລົງແຕ່ງຕັ້ງຄະນະຮັບຜິດຊອບກວດກາຄືນທາງດ້ານເຕັກນິກ ແລະ ຄຸນນະພາບໃນການກໍ່ສ້າງ ແລະ ພັດທະນາເຂື່ອນຕ່າງໆທີ່ກຳລັງກໍ່ສ້າງ ແລະ ກໍ່ສ້າງ ສຳເລັດແລ້ວໃນທົ່ວປະເທດ, ຖ້າກວດເຫັນສິ່ງຜິດປົກກະຕິໃນຂັ້ນຕອນການອອກແບບ ຫຼື ໃນມາດຕະຖານກໍ່ສ້າງ ກໍລາຍງານໃຫ້ລັດຖະບານເປັນແຕ່ລະກໍລະນີ ເພື່ອເອົາມາດຕະການປັບປຸງແກ້ໄຂ. ພ້ອມກັນນີ້, ລັດຖະບານ ຈະໃຫ້ໂຈະຊົ່ວຄາວໃນການພິຈາລະນາຮັບເອົາການສະເໜີໂຄງການ ໃໝ່ໄວ້ກ່ອນ ເພື່ອສຶກສາຄືນໃໝ່ຍຸດທະສາດ ແລະ ແຜນພັດທະນາເຂື່ອນໄຟຟ້າໃນ ສປປ ລາວ ຕໍ່ໄປ ເພື່ອເປັນບ່ອນອີງໃຫ້ການດຳເນີນການຕໍ່ອີກໄປ.

ຄຽງຄູ່ກັັນນີ້, ການແກ້ໄຂບັນຫາອຸທົກກະໄພທີ່ເກີດຂຶ້ນ ລັດຖະບານໄດ້ວາງແຜນການຊ່ວຍເຫຼືອບັນເທົາທຸກ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບໃນສະເພາະໜ້າຈະສຸມໃສ່ສືບຕໍ່ຊອກຄົ້ນເອົາຜູ້ເສຍຊີວິດ ລວມທັງຜູ້ສູນຫາຍໃຫ້ໄດ້ທັງໝົດ, ເລັ່ງປັບປຸງພື້ນຖານໂຄງລ່າງ ເປັນຕົ້ນຂົວ, ເສັ້ນທາງດ້ວຍການສ້ອມແປງ ຫຼື ສ້າງໃໝ່ໃຫ້ສາມາດໃຊ້ການໄດ້ຢ່າງສະດວກສະບາຍ, ສະໜອງສະບຽງອາຫານທີ່ຈຳເປັນ, ເຄື່ອງອຸປະໂພກ-ບໍລິໂພກ ໃນສິ່ງຈຳເປັນໃຫ້ແກ່ຜູ້ຖືກຜົນກະທົບໃຫ້ພຽງພໍ, ປະກອບອຸປະກອນການແພດ ເພື່ອກວດສຸຂະພາບຂອງຜູ້ຖືກໄພພິບັດດ້ວຍຄວາມເປັນຫ່ວງເປັນໄຍ, ລວມທັງຕ້ອງມີລົດຂົນສົ່ງຄົນເຈັບປະຈຳຢູ່ແຕ່ລະສູນ ແລະ ສຳລັບແຜນໄລຍະຍາວແມ່ນສຸມໃສ່ຟື້ນຟູພື້ນທີ່ໄດ້ຮັບຜົນກະທົບມາເປັນບ່ອນທຳການຜະລິດ, ການກຳນົດສະຖານທີ່ເພື່ອປຸກສ້າງບ້ານໃໝ່ໃຫ້ແກ່ຜູ້ຖືກຜົນກະທົບ ແລະ ບັນຫາອື່ນໆ.

ຫຼ້າສຸດອົງການ WWF ໄດ້ຂຽນບົດຄວາມຊົມເຊີຍຕໍ່ລັດຖະບານລາວ ທີ່ໄດ້ສັ່ງໂຈະຊົ່ວຄາວກ່ຽວກັບການພິຈາລະນາ ໂຄງການສ້າງເຂື່ອນໄຟຟ້າໃໝ່ທັງໝົດ ເພື່ອກວດສອບມາດຕະຖານ ແລະ ຜົນກະທົບອື່ນໆຄືນໃໝ່. ພ້ອມນັ້ນລັດຖະບານ ຍັງເປີດກວ້າງທີ່ຈະໃຫ້ຊ່ຽວຊານສະເພາະດ້ານຈາກຕ່າງປະເທດມາຮ່ວມກວດສອບຫາສາເຫດທີ່ແທ້ຈິງ ຂອງສັນເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກ ແລະ ຍັງຈະພິຈາລະນາສຶກສາຄືນໃໝ່ຕໍ່ແຜນຍຸດທະສາດ ແລະ ການພັດທະນາເຂື່ອນໄຟຟ້າທັງໝົດໃນທົ່ວປະເທດ.