ພະຍາດຕິດຕໍ່ທາງເພດສຳພັນ ບໍ່ໄດ້ມີພຽງພະຍາດເອດສ໌ ເທົ່ານັ້ນ, ແຕ່ທ່ານໝໍຍັງກວດພົບຈຳນວນພະຍາດເພີ່ມຂຶ້ນທຸກປີ ຈາກຜົນສະຫຼຸບລາຍງານການເຝົ້າລະວັງຂອງທ່ານໝໍ ຈາກສຳນັກລະບາດວິທະຍາການຄວບຄຸມ ພະຍາດກະຊວງສາລະນະສຸກຂອງປະເທດເພືອນບ້ານເຮົາພົບວ່າ: ພະຍາດຕິດຕໍ່ທາງເພດສຳພັນທີ່ສຳຄັນມີ 4 ພະຍາດ ດັ່ງລຸ່ມນີ້.


1. ຊີຟີລີດສ໌
ອາການມີຕຸ່ມແດງແຕກອອກ ເປັນແຜທີ່ອະໄວຍະວະເພດ ຫຼື ອາດພົບທີ່ອັນທະ, ທະວານໜັກ, ຊ່ອງຄອດ ຫຼື ຮີມປາກ, ເຊິ່ງແຜອາດຈະເຈັບ ແລະ ດີເອງພາຍໃນ 1-5 ອາທິດ ແຕ່ເຊື້ອຍັງຢູ່ໃນກະແສເລືອດ ຖ້າຫາກບໍ່ມີການປິ່ນປົວ ອາດມີຜືນສີນ້ຳຕານຂຶ້ນຕາມຝາມື, ຝາຕີນ, ຂີ້ແຮ້, ຂາໜີບ ແລະ ທະວານໜັກແຕ່ຈະບໍ່ມີອາການຄັນ.


2. ໜອງໃນ
ມີອາການຄັນເຄືອງທີ່ທໍ່ປັດສະວະ, ເຈັບແສບໃນເວລາຖ່າຍເບົາ, ມີ ໜອງສີເຫຼືອງໄຫຼອອກມາຈາກທໍ່ປັດສະວະ ຖ້າຫາກຜູ້ຍິງອາດມີການຕົກຂາວ.


3. ໜອງໃນທຽມ
ມີອາການອັກເສບທໍ່ປັດສະວະ ເກີດເຊື້ອພະຍາດທີ່ບໍ່ແມ່ນໜອງໃນແທ້, ອາການທີ່ພົບຄ້າຍຄືພະຍາດໜອງໃນ ຄື: ມີໜອງໄຫຼອອກມາຈາກອະໄວຍະວະ ແລະ ປວດແສບຮ້ອນ ເມື່ອຖ່າຍເບົາ, ຜູ້ຊາຍອາດປວດທີ່ອະໄວຍະວະ, ເພດຍິງອາດຖ່າຍເບົາຂັດໆ ຫຼື ຕົກຂາວ, ປວດທ້ອງນ້ອຍ ແລະ ມີເລືອດອອກ ເມື່ອມີເພດສຳພັນ.


4. ຝີໝາກມ່ວງ
ອາການມີແຜຕາມອະໄວຍະວະມີຕ່ອມນ້ຳເຫຼືອງທີ່ຂາໜີບ, ມີນ້ໍາໜອງໄຫຼອອກມາ. ນອກຈາກນີ້, ຍັງມີອາການທໍ່ປັດສະວະອັກເສບ ແລະ ເລືອດອອກທາງຮູທະວານເມື່ອຖ່າຍໜັກ.