ພັອ ໄພວັນ ແມນວິໄລ ພ້ອມດ້ວຍຄະນະ - ພັທ ໂມງ ແສງດວງດີ ພ້ອມດ້ວຍຄະນະ

ພັອ ໄພວັນ ແມນວິໄລ ຫົວໜ້າຫ້ອງ 210 ກົມໃຫຍ່ສັນຕິບານ ກະຊວງ ປກສ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ ກອງບັນຊາການ ປກສ ແຂວງຄຳມ່ວນ ໃນວັນທີ 9 ສິງຫາ 2018, ຕ້ອນຮັບ ໂດຍ ພັທ ໂມງ ແສງດວງດີ ຮອງຫົວໜ້າຫ້ອງສັນຕິບານ ກອງບັນຊາການ ປກສ ແຂວງຄຳມ່ວນ, ມີບັນດາຄະນະພັກ-ຄະນະຫ້ອງສັນຕິບານ ແລະ ພະນັກງານພາຍໃນຫ້ອງສັນຕິບານເຂົ້າຮ່ວມ.

ລົງເຄື່ອນໄຫວເຮັດວຽກງານວິຊາສະເພາະ

ພັທ ໂມງ ແສງດວງດີ ຂຶ້ນຜ່ານບົດລາຍງານສະພາບການ ໂດຍຫຍໍ້ວ່າ: ຜ່ານການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະໃນໄລຍະຜ່ານມາ ແມ່ນມີຫຼາຍບັນຫາທີ່ສ້າງຄວາມບໍ່ສະຫງົບ ເປັນຕົ້ນແມ່ນການຄ້າ-ຂາຍເຖື່ອນ ລຽບຕາມຊາຍແດນ; ໃນນີ້, ເດັ່ນກວ່າໝູ່ແມ່ນການລັກລອບຄ້າ-ຂາຍ ແລະ ຂົນສົ່ງຢາເສບຕິດປະເພດຢາບ້າ, ກັນຊາ ແລະ ລົດເຖື່ອນ; ເຊິ່ງເຫດການທີ່ພົ້ນເດັ່ນແມ່ນການລັກລອບສົ່ງຢາເສບຕິດ (ຢາບ້າ) ຢູ່ຈຸດຂ້າມຜ່ານເຂດບ້ານຫົວຫາດ ເມືອງຫີນບູນ ແຂວງຄຳມ່ວນ ແລະ ບ້ານນາໜອງບົກ ຕາແສງໄຊຍະບູລີ ເມືອງທ່າອຸເທນ ແຂວງນະຄອນພະນົມ ຖືກເຈົ້າໜ້າທີ່ຕຳຫຼວດ ແລະ ທະຫານຊາຍແດນໄທ ກັກຕົວໄດ້ 1 ຄົນ, ພ້ອມຂອງກາງຢາບ້າ 37 ສອບ ຫຼື ປະມານ 11.100.000 ເມັດ ແລະ ສ່ວນທີ່ເຫຼື່ອແມ່ນເອົາຕົວຫຼົບໜີກອງຮ້ອຍທະຫານ ຊາຍແດນ 313 ທີ່ປະຈໍາຢູ່ບ້ານຫົວຫາດ ເມືອງຫີນບູນ ແຂວງຄຳມ່ວນ ໄດ້ອອກເຄື່ອນໄຫວລາດ ຕະເວນພົບເຫັນປະຊາຊົນລາວບໍ່ຮູ້ຈຳນວນໄດ້ລັກເອົາລົດຈັກ ຈຳນວນ 3 ຄັນ ຂ້າມມາຈາກ ປະເທດເພື່ອນບ້ານບໍລິເວນປ່າຊ້າບ້ານພົງ ເມືອງຫີນບູນ.

ປກສ ແຂວງຄຳມ່ວນ

ໂອກາດດຽວກັນ, ພັອ ໄພ ວັນ ແມນວິໄລ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານຂອງພະນັກງານວິຊາສະເພາະທີ່ສາມາດຍາດໄດ້ ພ້ອມທັງຊີ້ນຳໃຫ້ຄະນະພັກ-ຄະນະຫ້ອງສັນຕິບານ ຈົ່ງເພີ່ມທະວີໃນການຊີ້ນຳ-ນຳພາສຶກສາອົບ ຮົມການເມືອງແນວຄິດໃຫ້ພະນັກງານ-ນັກຮົບມີຄວມອຸ່ນອຽນທຸ່ນທ່ຽງ, ຫ້າວຫັນປະຕິບັດວຽກງານວິຊາສະເພາະດ້ວຍຄວາມຊື່ສັດບໍລິສຸດ, ຖືກຕ້ອງຕາມລະບຽບກົດໝາຍທີ່ໄດ້ກຳນົດໄວ້ໃຫ້ເຂັ້ມງວດ ແລະ ຕ້ອງກຳແໝ້ນຂໍ້ກຳນົດລະບຽບ, ຫຼັກການເຮັດວຽກໃຫ້ທັນສະໄໝ, ຈຳແນກໄດ້ລະຫວ່າງມິດ ແລະ ສັດຕູຢ່າງຈະແຈ້ງ ເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາກຸ່ມຄົນບໍ່ຫວັງດີ, ທີ່ເຂົ້າມາເຄື່ອນໄຫວມ້າງເພທຳລາຍປະເທດຊາດ ເຮັດໃຫ້ມີປະກົດການຫຍໍ້ທໍ້ຕ່າງໆເກີດຂຶ້ນໃນສັງຄົມ ໃນເມື່ອເຫັນບັນຫາເກີດຂຶ້ນຕ້ອງຮີບດ່ວນສະກັດກັ້ນບັນຫາດັ່ງກ່າວໃຫ້ທັນກັບສະພາບການ.