ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງອາຊຽນ ຄົບຮອບ 51 ປີ ( 8 ສິງຫາ 1967-8 ສິງຫາ 2018 ) ໃນວັນທີ 10 ສິງຫາ 2018, ປາຖະກະຖາໂດຍ ພັທ ລຳຄູນ ວໍລະວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ, ມີຄະນະພັກ-ຄະນະກອງບັນຊາການ, ຄະນະຫ້ອງ, ອຳນວຍການ, ນັກສຶກສາໂຮງຮຽນ ປກສ ຊັ້ນກາງ ເລກ 2, ພະນັກງານ-ນັກຮົບຂົ້າຮ່ວມ.

ພັທ ລຳຄູນ ວໍລະວົງ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງສະມາຄົມປະຊາຊາດອາຊີຕາເວັນອອກສຽງໃຕ້ ຫຼື ອາຊຽນ ເປັນອົງການລະຫວ່າງປະເທດຂອງຂົງເຂດອາຊີຕາເວັນອອກສຽງໃຕ້ ອາຊຽນ ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 8 ສິງຫາ 1967 ມີສະມາຊິກ 5 ປະເທດຄື: ສາທາລະນະລັດ ອິນໂດເນເຊຍ, ມາເລເຊຍ, ສາທາລະນະລັດ ຟິລິບປິນ, ສາທາລະນະລັດ ສິງກະໂປ ແລະ ຣາຊະອານາຈັກໄທ ຍົກໃຫ້ເຫັນການຂະຫຍາຍຕົວຂອງອາຊຽນ ຫຼັງຈາກສ້າງຕັ້ງອາຊຽນຂຶ້ນແລ້ວ ອາຊຽນ ກໍໄດ້ເປີດຮັບສະມາຊິກໃໝ່ຈາກປະເທດໃນຂົງເຂດອາຊີຕາເວັນອອກສຽງໃຕ້ ເພີ່ມເຕີມເປັນລຳດັບ ເຊັ່ນ: ບຼູໄນດາຣູຊາຣາມ, ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສາທາລະນະລັດ ມຽນມາ ແລະ ຣາຊະອານາຈັກ ກຳປູເຈຍ. ປັດຈຸບັນ ອາຊຽນມີສະມາຊິກ 10 ປະເທດ ໂດຍມີ 5 ຈຸດປະສົງຕົ້ນຕໍ ແລະ 9 ຫຼັກການພື້ນຖານ ເປັນຕົ້ນແມ່ນ ເພື່ອປົກປັກຮັກສາ, ສົ່ງเສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ ເຮັດໃຫ້ເຂດອາຊີຕາເວັນອອກສຽງໃຕ້ ເປັນເຂດປອດອາວຸດນິວເຄຼຍ ແລະ ອາວຸດທຳລາຍລ້າງອື່ນໆ, ເພີ່ມທະວີຄວາມສາມາດໃນການເພິ່ງຕົນເອງຂອງພາກພື້ນ ໂດຍການສົ່ງເສີມການຮ່ວມມືທາງດ້ານການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳ-ສັງຄົມໃຫ້ກວ້າງຂວາງ. ໂດຍປະຕິ ບັດຕາມຫຼັກການພື້ນຖານຂອງອາຊຽນ ເປັນຕົ້ນແມ່ນເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ເອກະລັກແຫ່ງຊາດຂອງແຕ່ລະປະເທດສະມາຊິກອາຊຽນ, ບໍ່ແຊກແຊງເຂົ້າກິດຈະການພາຍໃນຂອງກັນ ແລະ ກັນ, ແກ້ໄຂຂໍ້ຂັດແຍ່ງໂດຍສັນຕິວິທີ, ບໍ່ຮຸກຮານກັນ, ບໍ່ຂົ່ມຂູ່, ໃຊ້ກຳລັງ ຫຼື ການກະທຳທຸກຮູບແບບທີ່ບໍ່ສອດຄ່ອງກັບກົດໝາຍສາກົນ ແລະອື່່ນໆ.

ນັບແຕ່ໄດ້ເປັນສະມາຊິກອາຊຽນ ໃນວັນທີ 23 ກໍລະກົດ 1997 ຄົບຮອບ 21 ປີ ອາຊຽນ ໄດ້ມີບົດບາດຢ່າງສູງຕໍ່ລາວເຮົາ ໂດຍສະເພາະຈາກ 3 ເສົາຄໍ້າ ຄື: ປະຊາຄົມການເມືອງ-ຄວາມໝັ້ນຄົງ, ປະຊາຄົມເສດຖະກິດ ແລະ ປະຊາຄົມວັດທະນະທຳ-ສັງຄົມ.