ສະພາບໍລິຫານເຂດພັດທະນາເສດຖະກິດສະເພາະບໍ່ເຕ່ນແດນງາມ (ຂສບ) ໄດ້ຈັດກອງປະຊຸມສະຫຼຸບວຽກງານ ປະຈຳປີ 2017 ແລະ ທິດທາງແຜນການປີ 2018 ຂຶ້ນໃນວັນທີ 10 ສິງຫາຜ່ານມານີ້, ເຂົ້າຮ່ວມໂດຍ ທ່ານ ຈຳປາ ຄຳສຸກໃສ ຫົວໜ້າຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດພັດທ ນາເສດຖະກິດພິເສດ ກະຊວງແຜນການ ແລະ ການລົງທືນ ແລະ ທ່ານ ບຸນຍີ ແກ້ວຄູນເມືອງ ຮອງເຈົ້າແຂວງໆຫຼວງນໍ້າທາ, ເປັນປະທານໂດຍ ທ່ານ ໂຈກຸນ ປະທານສະພາບໍລິຫານເຂດພັດທະນາເສດຖະກິດສະເພາະບໍ່ເຕ່ນແດນງາມ, ມີບັນດາຄະນະສະພາບໍລິຫານ ຂສບ, ພະແນກການ, ຂະແໜງການອ້ອມຂ້າງ, ປກສ ແຂວງ ພ້ອມດ້ວຍພະນັກງານພາຍໃນສະພາບໍລິຫານ ຂສບ ເຂົ້າຮ່ວມ.

ທ່ານ ວິໄຊ ຫອມສົມບັດ ຄະນະສະພາບໍລິຫານ ຂສບ ໄດ້ຂຶ້ນຜ່ານບົດສະຫຼຸບວ່າ: ໄລຍະປີ 2017 ຜ່ານມາ, ເຂດພັດທະນາເສດຖະກິດສະເພາະບໍ່ເຕ່ນແດນງາມ ມີຄວາມສະຫງົບໂດຍພື້ນຖານ, ໄດ້ຈັດຕັ້ງປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ເປັນຢ່າງດີ ເຊິ່ງຜູ້ພັດທະນາສຸມໃສ່ກໍ່ສ້າງພື້ນຖານໂຄງລ່າງ, ຕຶກອາຄານ, ສະຖານທີ່ທ່ອງທ່ຽວ ແລະ ຮ່ວມມືກັບຂະແໜ່ງການສາຍຕັ້ງ-ສາຍຂວາງ ເພື່ອແກ້ໄຂຜົນກະທົບການພັດທະນາເຂດ ແລະ ການເຄື່ອນໄຫວລະອຽດແຕ່ລະດ້ານ; ພ້ອມທັງໄດ້ສຸມໃສ່ບຸກເບີກເນື້ອທີ່ດິນຈາກ 104 ເຮັກ ຕາໃຫ້ໄດ້ຕື່ມ 743,47 ເຮັກຕາ ຢູ່ໃນເຂດ 1,3 ແລະ 4 ເພື່ອຈັດວາງຜັງເມືອງຄືນໃໝ່ ເປັນຕົ້ນແມ່ນເສັ້ນທາງ, ໄຟຟ້າ, ນໍ້າປະປາ, ໂທລະຄົມ, ແກັດສ, ແຕ່ປີ 2015-2018 ໄດ້ລົງທຶນ 733.962.220.172 ຢວນ ເທົ່າກັບ 118.381.004 ໂດລາ; ໃນນີ້, ໄດ້ລົງທຶນພັດທະນາ 4 ເຂດ ຄື: ເຂດສູນການຄ້າ-ການເງິນ ແລະ ການ ທະນາຄານ, ເຂດໜອງນໍ້າ ແລະ ປ່າໄມ້ທຳມະຊາດ, ເຂດສາງພັກ-ຄຽນຖ່າຍສິນຄ້າ ແລະ ເຂດສຶກສາ-ສາທາ ແລະ ກິລາ; ໄດ້ເປີດໂຮງແຮມ 4 ດາວ, ຮ້ານຄ້າປອດພາສີ ແລະ ເປີດທະນາຄານລາວ-ຈີນ ສາຂາບໍ່ເຕ່ນ, ໜ່ວຍບໍລິການຮ່ວມພັດທະນາ, ກໍ່ສ້າງຕຶກ 6,7,8,9 ແລະ 10 ຕຶກ ບຸກເບີກເນື້ອທີ່ດິນໄດ້ 70% ຂອງແຜນ ການ, ສ້າງສູນກ້າເບ້ຍໄມ້ປະດັບ 2 ແຫ່ງ, ສ້າງຮູບການຈໍາລອງການພັດທະນາເສດຖະກິດ ແລະ ຊົດເຊີຍການ ຍົກຍ້າຍປ່າຊ້າ ແລະ ພະເຈົ້າບ້ານບໍ່ເຕ່ນເກົ່າ ອອກຈາກພື້ນທີ່ບຸກເບີກ ລວມມູນຄ່າທັງໝົດ 165 ລ້ານກີບ ແລະ ໄດ້ທັບມ້າງຕຶກອາຄານເກົ່າ 5 ຊັ້ນ ແລະ 3 ຊັ້ນ ຈຳນວນ 13 ຕຶກ.

ສຳລັບທິດທາງແຜນການປີ 2018 ຄະນະສະພາບໍລິຫານ ຂສບ ຈະສືບຕໍ່ສຶກສາອົບຮົມການເມືອງ-ນຳພາແນວຄິດ ແລະ ວຽກງານປ້ອງກັນຄວາມສະຫງົບໃຫ້ພະນັກງານຕຳຫຼວດ, ຜູ້ພັດທະນາ ແລະ ຜູ້ລົງທຶນໃຫ້ມີແນວຄິດອຸ່ນອ່ຽນ ທຸ່ນທ່ຽງ ແລະ ເຊື້ອໝັ້ນຕໍ່ການນຳພາຂອງລັດຖະບານໃຫ້ໜັກແໜ້ນ ແລະ ຄົ້ນຄ້ວານະໂຍບາຍດຶງດູດການລົງທຶນພາຍໃນເຂດໃຫ້ສອດຄ່ອງກັບຍຸກເສດຖະກິດໃໝ່; ສືບຕໍ່ອໍານວຍຄວາມສະດວກໃຫ້ຜູ້ພັດທະນາ, ຜູ້ລົງທຶນຢ່າງຕໍ່ເນື່ອງ; ສືບຕໍ່ພັດທະນາພື້ນຖານໂຄ່ງລ່າງຢູ່ແຕ່ລະເຂດການດຳເນີນທຸລະກິດ ດ້ວຍການຮັກສາສິ່ງແວດລ້ອມ ແລະ ຄວາມເປັນລະບຽບຮຽບຮ້ອຍພາຍໃນເຂດໃຫ້ເປັນຢ່າງດີ; ເພີ່ມທະວີສ້າງຫ້ອງການປະຕູດຽວ ເພື່ອບໍລິການຜູ້ລົງທຶນ ແລະ ຜູ້ປະກອບການໃຫ້ວ່ອງໄວ, ຮັດກຸມ ແລະ ໂປ່ງໃສ; ປັບປຸງກົງຈັກການຈັດຕັ້ງ-ການປົກຄອງເຂດໃຫ້ກະທັດຮັດ ແລະ ເຂັ້ມແຂງ ເພື່ອຊອກຖານເກັບລາຍຮັບ ແລະ ຈັດແບ່ງລາຍຮັບໃຫ້ຖືກຕ້ອງຕາມລະບຽບການເງິນວາງອອກດ້ວຍຄວາມຮັບຜິດຊອບສູງ.