ເຈົ້າໜ້າທີ່ພະແນກຕໍາຫຼວດຄຸ້ມຄອງຄົນຕ່າງປະເທດ ປກສ ແຂວງອຸດົມໄຊ ໄດ້ສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າກວດຄົ້ນເຮືອນເຊົ່າຫຼັງໜຶ່ງ ຕັ້ງຢູ່ ບ້ານນາຫວານນ້ອຍ ເມືອງໄຊ ແຂວງອຸດົມໄຊ ໃນວັນທີ 3 ສິງ ຫາຜ່ານມາ, ສາມາດຈັບຕົວຄົນຈີນ ຈໍານວນ 11 ຄົນ ທີ່ຮ່ວມກັນດໍາເນີນທຸລະກິດ ບໍລິການຊື້-ຂາຍຮຸ້ນ ທາງອອນລາຍແບບຜິດກົດໝາຍ ພ້ອມທັງຢຶດອຸປະກອນເຄື່ອງມືສື່ສານຄົບຊຸດທີ່ໃຊ້ກະທຳຜິດຫຼາຍຢ່າງ.

ພັຕ ແສງອຸດົມ ຢຸດໜົງຄຸນ ຫົວໜ້າພະແນກຕໍາຫຼວດຄຸ້ມຄອງຄົນຕ່າງປະເທດ ປກສ ແຂວງອຸດົມໄຊ ກ່າວວ່າ: ກຸ່ມຄົນຈີນດັ່ງກ່າວ ໄດ້ເຊົ່າເຮືອນຂອງປະຊາຊົນ ໃນມູນຄ່າ 30.000 ຢວນຕໍ່ປີ ແຕ່ບໍ່ໄດ້ແຈ້ງຈຸດປະສົງຂອງການເຊົ່າ; ພ້ອມທັງບໍ່ໃຫ້ການຮ່ວມມືກັບ ອຳນາດການປົກຄອງບ້ານ ແລະ ພາກສ່ວນອື່ນໆ ໂດຍພວກເຂົາບໍ່ອະນຸຍາດໃຫ້ເຂົ້າໄປໃນເຮືອນ.

ພວກເຂົາມີພຶດຕິກຳທີ່ຕ້ອງສົງໄສ ແລະ ມີການຕິດຕັ້ງກ້ອງວົງຈອນປິດອ້ອມຮອບເຮືອນເຊົ່າ, ນຳເຂົ້າ-ສົ່ງອອກ, ປ່ຽນຖ່າຍລະບົບເຄື່ອງເອເລັກໂທຣນິກ-ການສື່ສານເປັນປະຈໍາ ເປັນຕົ້ນແມ່ນ ລະບົບເຄື່ອງຄອມພິວເຕີ, ສາຍໄຟຟ້າ ແລະ ອື່ນໆ ທີ່ມີລັກສະນະເຊື່ອງອໍາ. “ດັ່ງນັ້ນ, ພວກເຮົາຈຶ່ງໄດ້ປະສານສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າກວດຄົ້ນເຮືອນຫຼັງດັ່ງກ່າວ.” ພັຕ ແສງອຸດົມ ກ່າວ.

ຜ່ານການກວດຄົ້ນດັ່ງກ່າວ, ເຈົ້າໜ້າທີ່ໄດ້ພົບເຫັນການຕິດຕັ້ງຄອມພິວເຕີ ຈຳນວນ 14 ຊຸດ, ຈໍຄອມພິວເຕີ 6 ເຄື່ອງ, ຮາດດິດ 6 ອັນ, ບັດ ATM ຈຳນວນ 37 ບັດ, ໂທລະສັບມືຖື 110 ໜ່ວຍ, ພັດສະປອດ 10 ຫົວ, ປື້ມຜ່ານແດນ 9 ຫົວ, ໃບຂັບຂີ່ 3 ໃບ, ກ້ອງບັນທຶກຂະໜາດນ້ອຍ 3 ໜ່ວຍ, ເງິນກີບ 6.905.000 ກີບ, ເງິນຢວນ 1.980 ຢວນ, ເງິນໂດລາສະຫະລັດ 52 ໂດລາ ແລະ ເງິນມາເລເຊຍ 53 ຣິງກິດ, ມີຜູ້ຮ່ວມຂະບວນການທັງໝົດ 11 ຄົນ ຍິງ 2 ຄົນ ເຊິ່ງເປັນຄົນສັນຊາດຈີນທັງໝົດ. ໃນນັ້ນ, ທ້າວ ເຊິນມາຍ ອາຍຸ 26 ປີ ສັນນຊາດຈີນ ອາຊີບນັກທຸລະກິດ ຢູ່ບ້ານ ແລະ ເມືອງເປິງປູ ແຂວງອານຮຸຍ ສປ ຈີນ ເປັນຫົວໜ້າກຸ່ມ.

ທ່ານ ຄຳພູ ມະນີວັນ ພະນັກງານວິຊາການຂະແໜງ ICT ພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແຂວງອຸດົມໄຊ ໄດ້ອະທິບາຍເຖິງວິທີການເຄື່ອນໄຫວຂອງກຸ່ມດັ່ງກ່າວ ວ່າ: ພວກເຂົາໄດ້ດໍາເນີນທຸລະກິດການບໍລິການຊື້-ຂາຍຮຸ້ນ ທາງອອນລາຍແບບຜິດກົດໝາຍ ໂດຍເຂົ້າມາອາໄສພື້ນທີ່ຂອງປະເທດລາວເປັນບ່ອນລີ້ຊ້ອນ ເພື່ອດໍາເນີນການກະທໍາຜິດດັ່ງກ່າວ. ວິທີການຂອງພວກເຂົາ ແມ່ນ ພວກເຂົາໄດ້ແບ່ງໜ້າວຽກໃຫ້ກັນຄັກແນ່ ເຊິ່ງໃຫ້ທຸກຄົນຕິດຕາມໄປທີ່ຮຸ້ນໃດໜຶ່ງ ແລ້ວໃຫ້ເຈາະເຂົ້າໄປທຳການສັ່ງຊື້ຮຸ້ນ.

ຈາກນັ້ນ, ກໍມີການຊັກຊວນ ຫຼື ຕົວຍົວະໃຫ້ຄົນສັນຊາດດຽວກັນທີ່ຢູ່ໃນປະເທດລາວ ແລະ ປະເທດໃກ້ຄຽງເຂົ້າມາເປັນສະມາຊິກໃນກຸ່ມ Wechat ແລະ QQ, ພ້ອມທັງຕົວະຍົວະໃຫ້ຊື້ຮຸ້ນຜ່ານແອັບ (App) ດັ່ງກ່າວ ໂດຍອ້າງວ່າ: ຮຸ້ນມີລາຄາຖືກ ແຕ່ຈະໄດ້ຜົນກຳໄລສູງໃນພາຍພາກໜ້າ ໃນຂະນະທີ່ຄົນໃນກຸ່ມກໍເຮັດໜ້າທີ່ເປັນຂາເຊຍຍົວະເຍົ້າໃຫ້ຄົນຫຼົງເຊື່ອ. ເມື່ອເຫຍື່ອຫຼົງເຊື່ອ ແລະ ຍ້ອມລົງທຶນແລ້ວ, ກຸ່ມຄົນພວກນີ້ ຈະປັ່ນຮຸ້ນໃຫ້ມີລາຄາສູງຂຶ້ນເລື້ອຍໆ ໂດຍແຕ່ລະຄົນຈະໃຊ້ໂທລະສັບຫຼາຍເຄື່ອງ ພ້ອມກັບຊິມກາດຫຼິ້ນອິນເຕີເນັດຫຼາຍຊິມ ເພື່ອສັ່ງຊື້ຫຸ້ນຫຼາຍໆຄັ້ງ (ປອມຕົວເປັນຜູ້ສັ່ງຊື້ຫຸ້ນຫຼາຍໆຄົນ).

ເມື່ອລາຄາຮຸ້ນປັບຕົວຂຶ້ນສູງ, ພວກເຂົາເຈົ້າຈະເທຂາຍຮຸ້ນທັງໝົດອອກບາດດຽວ. ການກະທໍາດັ່ງກ່າວ ຈະສ້າງຜົນກໍາໄລມະຫາສານໃຫ້ແກ່ພວກເຂົາ ແຕ່ມັນກໍສ້າງຄວາມເສຍຫາຍໃນຕະຫຼາດຮຸ້ນ ເປັນຈຳນວນເງິນຢ່າງມະຫາສານ ເຊັ່ນດຽວກັນ.

ຜ່ານການສອບສວນຂອງເຈົ້າໜ້າທີ່, ທ້າວ ເຊິນມາຍ ຫົວໜ້າກຸ່ມດັ່ງກ່າວ ສາລະພາບວ່າ: ໃນເບື້ອງຕົ້ນ ທ້າວ ຫວ່າງ ຍີຄຸນ ໄດ້ຕິດຕໍ່ຫາຜູ້ກ່ຽວ ແລະ ນັດພົບກັນຢູ່ເມືອງຊຽງໄຮ ນະຄອນຊຽງໄຮ ສປ ຈີນ ເພື່ອປຶກສາການລົງທຶນເຮັດທຸລະກິດການບໍລິການຊື້-ຂາຍຮຸ້ນທາງອອນລາຍ ແຕ່ມີສຳນັກງານຢູ່ ສປປ ລາວ ໂດຍຈະໄດ້ຮັບຄ່າຈ້າງເດືອນລະ 13.000 ຢວນ.

ຕໍ່ມາ, ທ້າວ ເຊິນມາຍ ກໍໄດ້ຊັກຊວນພັກພວກ 2 ຄົນ ຊື່ ທ້າວ ລິວຄຸນ ແລະ ທ້າວ ເຄືອ ວັນຈື ໃຫ້ເດີນທາງເຂົ້າມາປະເທດລາວ ໃນວັນທີ 30 ພຶດສະພາ 2018 ຜ່ານດ່ານບໍ່ເຕນ ແຂວງຫຼວງນໍ້າທາ ແລະ ນັດພົບກັບ ທ້າວ ຫວ່າງ ຍີຄຸນ ອີກຄັ້ງຢູ່ເຂດສາມຫຼຽມຄຳ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ. ຈາກນັ້ນ, ທ້າວ ຫວ່າງ ຍີຄຸນ ໄດ້ຕິດຕໍ່ກັບ ທ້າວ ເຕີເກົ່າ ລາວຈາງ ເປັນຄົນລາວຢູ່ແຂວງອຸດົມໄຊ ແລະ ເຄີຍຮູ້ຈັກກັນມາກ່ອນ ເພື່ອຊອກເຊົ່າສະຖານທີ່ໃຫ້ ເຊິ່ງໄດ້ຢູ່ ບ້ານນາຫວານນ້ອຍ ເມືອງໄຊ ແຂວງອຸດົມໄຊ.

ຈາກນັ້ນ, ທ້າວ ຫວ່າງ ຍີຄຸນ ກໍໄດ້ລົງທຶນຊື້ອຸປະກອນຕ່າງໆເພື່ອດໍາເນີນທຸລະກິດ ສ່ວນ ທ້າວ ເຊີນມາຍ ແລະ ພັກພວກເປັນພຽງວິຊາການ. ຈຸດປະສົງຂອງການດຳເນີນທຸລະກິດດັ່ງກ່າວ ແມ່ນ ຊື້-ຂາຍຮຸ້ນຜ່ານລະບົບອິນເຕີເນັດ. ມາວັນທີ 15 ມີຖຸນາ 2018, ທ້າວ ເຊິນມາຍ ແລະ ທ້າວ ເຕີເກົ່າ ລາວຈາງ ໄດ້ໄປຮັບເອົາພັກພວກ ອີກ 9 ຄົນ, ຍິງ 2 ຄົນ ທີ່ດ່ານສາກົນບໍ່ເຕນ ແຂວງຫຼວງນໍ້າທາ ເພື່ອມາຊ່ວຍວຽກ.

ຈົນຮອດວັນທີ 3 ສິງຫາ 2018, ເຈົ້າໜ້າທີ່ຈຶ່ງເຂົ້າກວດຄົ້ນເຮືອນເຊົ່າດັ່ງກ່າວ ພ້ອມທັງກັກຕົວກຸ່ມດັ່ງກ່າວ ແລະ ຢຶດອຸປະກອນສື່ສານຈໍານວນທັງໝົດໄວ້ ເພື່ອດໍາເນີນຄະດີຕາມກົດໝາຍ.