ໃນວັນທີ 3 ສິງຫາ ຜ່ານມາ, ເຈົ້າໜ້າທີ່ພະແນກຕໍາຫຼວດຄຸ້ມຄອງຄົນຕ່າງປະເທດ ປກສ ແຂວງອຸດົມໄຊ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງເຂົ້າກວດຄົ້ນເຮືອນເຊົ່າຫຼັງໜຶ່ງຕັ້ງຢູ່ບ້ານນາຫວານນ້ອຍ ເມືອງໄຊ ແຂວງອຸດົມໄຊ ສາ ມາດຈັບຕົວຄົນຈີນ ໄດ້ 11 ຄົນ ທີ່ຮ່ວມກັນດໍາເນີນທຸລະກິດການບໍລິການຊື້-ຂາຍຮຸ້ນທາງອອນລາຍແບບຜິດກົດ ໝາຍ ພ້ອມທັງຢຶດອຸປະກອນເຄື່ອງມືສື່ສານຄົບຊຸດທີ່ໃຊ້ກະທຳຜິດຫຼາຍຢ່າງ.

ພັຕ ແສງອຸດົມ ຢຸດໜົງຄຸນ ຫົວໜ້າພະແນກຕໍາຫຼວດຄຸ້ມຄອງຄົນຕ່າງປະເທດ ປກສ ແຂວງອຸດົມໄຊ ກ່າວ່າ: ກຸ່ມຄົນຈີນດັ່ງກ່າວໄດ້ເຊົ່າເຮືອນຂອງປະຊາຊົນໃນມູນຄ່າ 30.000 ຢວນຕໍ່ປີ ແຕ່ບໍ່ໄດ້ແຈ້ງຈຸດປະສົງຂອງການເຊົ່າ; ພ້ອມທັງບໍ່ໃຫ້ການຮ່ວມມືກັບອຳນາດການປົກຄອງບ້ານ ແລະ ພາກສ່ວນອື່ນໆ ໂດຍພວກເຂົາບໍ່ອະນຸຍາດໃຫ້ເຂົ້າໄປໃນເຮືອນ. ພວກເຂົາມີພຶດຕິກຳທີ່ໜ້າສົງໄສ ແລະ ມີການຕິດຕັ້ງກ້ອງວົງຈອນປິດອ້ອມຮອບເຮືອນເຊົ່າ, ນຳເຂົ້າ-ສົ່ງອອກ, ປ່ຽນຖ່າຍລະບົບເຄື່ອງເອເລັກໂທຣນິກ-ການສື່ສານເປັນປະຈໍາ ເປັນຕົ້ນແມ່ນລະບົບເຄື່ອງຄອມພິວເຕີ, ສາຍໄຟຟ້າ ແລະອື່ນໆ ທີ່ມີລັກສະນະເຊື່ອງອໍາ. ດັ່ງນັ້ນ, ເຈົ້າໜ້າທີ່ ຈຶ່ງໄດ້ປະສານສົມທົບຮ່ວມກັນຫຼາຍພາກສ່ວນເຂົ້າກວດຄົ້ນເຮືອນຫຼັງດັ່ງກ່າວ.


ຜ່ານການກວດຄົ້ນດັ່ງກ່າວ, ເຈົ້າໜ້າທີ່ໄດ້ພົບເຫັນການຕິດຕັ້ງຄອມພິວເຕີຈຳນວນ 14 ຊຸດ, ຈໍຄອມພິວເຕີ 6 ເຄື່ອງ, ຮາດດິດ 6 ອັນ, ບັດ ATM ຈຳນວນ 37 ບັດ, ໂທລະສັບມືຖື 110 ໜ່ວຍ, ພັດສະປອດ 10 ຫົວ, ປຶ້ມຜ່ານແດນ 9 ຫົວ, ໃບຂັບຂີ່ 3 ໃບ, ກ້ອງບັນທຶກຂະໜາດນ້ອຍ 3 ໜ່ວຍ, ເງິນກີບ 6.905.000 ກີບ, ເງິນຢວນ 1.980 ຢວນ, ເງິນໂດລາສະຫະລັດ 52 ໂດລາ ແລະ ເງິນມາເລເຊຍ 53 ຣິງກິ, ມີຜູ້ຮ່ວມຂະບວນການທັງໝົດ 11 ຄົນ ຍິງ 2 ຄົນ, ເຊິ່ງເປັນຄົນສັນຊາດຈີນ ທັງໝົດ. ໃນນັ້ນ, ທ້າວ ເຊິນມາຍ ອາຍຸ 26 ປີ ຊັນຊາດຈີນ ອາຊີບນັກທຸລະກິດ ຢູ່ບ້ານ ແລະ ເມືອງເປິງປູ ແຂວງອານຮຸຍ ສປ ຈີນ ເປັນຫົວໜ້າກຸ່ມ.

ທ່ານ ຄຳພູ ມະນີວັນ ພະນັກງານວິຊາການຂະແໜງ ICT ພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແຂວງອຸດົມໄຊ ໄດ້ອະທິບາຍເຖິງວິທີການເຄື່ອນໄຫວຂອງກຸ່ມດັ່ງກ່າວວ່າ: ພວກເຂົາໄດ້ດໍາເນີນທຸລະກິດການບໍລິ ການຊື້-ຂາຍຮຸ້ນທາງອອນລາຍແບບຜິດກົດໝາຍ ໂດຍເຂົ້າມາອາໄສພື້ນທີ່ຂອງປະເທດລາວ ເປັນບ່ອນລີ້ຊ້ອນ ເພື່ອດໍາເນີນການກະທໍາຜິດດັ່ງກ່າວ. ວິທີການຂອງພວກເຂົາແມ່ນພວກເຂົາໄດ້ແບ່ງໜ້າວຽກໃຫ້ກັນຄັກແນ່, ເຊິ່ງໃຫ້ທຸກຄົນຕິດຕາມໄປທີ່ຮຸ້ນໃດໜຶ່ງ ແລ້ວໃຫ້ເຈາະເຂົ້າໄປທຳການສັ່ງຊື້ຮຸ້ນ. ຈາກນັ້ນ, ກໍມີການຊັກຊວນ ຫຼື ຕົວຍົວະໃຫ້ຄົນ ສັນຊາດດຽວກັນທີ່ຢູ່ໃນປະເທດລາວ ແລະ ປະເທດໃກ້ຄຽງເຂົ້າມາເປັນສະມາຊິກໃນກຸ່ມ Wechat ແລະ QQ, ພ້ອມທັງຕົວະຍົວະໃຫ້ຊື້ຮຸ້ນຜ່ານແອັບ ( App) ດັ່ງກ່າວ ໂດຍອ້າງວ່າຮຸ້ນມີລາຄາຖືກ. ແຕ່ຈະໄດ້ຜົນກຳໄລສູງໃນພາຍພາກໜ້າ ໃນຂະນະທີ່ຄົນໃນກຸ່ມກໍເຮັດໜ້າທີ່ເປັນຂາເຊຍ ຍົວະເຍົ້າໃຫ້ຄົນຫຼົງເຊື່ອ. ເມື່ອເຫຍື່ອຫຼົງເຊື່ອ ແລະ ຍອມລົງທຶນແລ້ວ, ກຸ່ມຄົນພວກນີ້ ຈະປັ່ນຮຸ້ນໃຫ້ມີລາຄາສູງຂຶ້ນເລື້ອຍໆ ໂດຍແຕ່ລະຄົນຈະໃຊ້ໂທລະສັບຫຼາຍເຄື່ອງ ພ້ອມກັບຊິມກາດ ຫຼິ້ນອິນເຕີເນັດຫຼາຍຊິມ ເພື່ອສັ່ງຊື້ຮຸ້ນຫຼາຍໆຄັ້ງ (ປອມຕົວເປັນຜູ້ສັ່ງຊື້ຮຸ້ນຫຼາຍໆຄົນ). ເມື່ອລາຄາຮຸ້ນປັບຕົວຂຶ້ນສູງ, ພວກເຂົາເຈົ້າຈະເທຂາຍຮຸ້ນທັງໝົດອອກບາດດຽວ. ການກະທໍາດັ່ງກ່າວຈະສ້າງຜົນກໍາໄລມະຫາສານໃຫ້ແກ່ພວກເຂົາ ແຕ່ມັນກໍສ້າງຄວາມເສຍຫາຍໃນຕະຫຼາດຮຸ້ນເປັນຈຳນວນ ເງິນຢ່າງມະຫາສານເຊັ່ນດຽວກັນ.

ຜ່ານການສອບສວນຂອງເຈົ້າໜ້າທີ່, ທ້າວ ເຊິນມາຍ ຫົວໜ້າກຸ່ມດັ່ງກ່າວ ສາລະພາບວ່າ: ໃນເບື້ອງຕົ້ນທ້າວ ຫວ່າງ ຍີຄຸນ ໄດ້ຕິດຕໍ່ຫາຜູ້ກ່ຽວ ແລະ ນັດພົບກັນຢູ່ເມືອງຊຽງໄຮ ນະຄອນຊຽງໄຮ ສປ ຈີນ ເພື່ອປຶກສາການລົງທຶນເຮັດທຸ ລະກິດການບໍລິ ການຊື້-ຂາຍຮຸ້ນທາງອອນລາຍ ແຕ່ມີ ສຳນັກງານຢູ່ ສປປ ລາວ ໂດຍຈະໄດ້ ຮັບຄ່າຈ້າງເດືອນລະ 13.000 ຢວນ. ຕໍ່ມາ, ທ້າວ ເຊິນມາຍ ກໍໄດ້ຊັກ ວນພັກພວກ 2 ຄົນ ຊື່ ທ້າວ ລິວຄຸນ ແລະ ທ້າວ ເຄືອ ວັນຈື ໃຫ້ ເດີນທາງເຂົ້າມາປະເທດລາວ ໃນວັນ ທີ 30 ພຶດສະພາ 2018 ຜ່ານດ່ານບໍ່ເຕນ ແຂວງຫຼວງນໍ້າທາ ແລະ ນັດພົບກັບ ທ້າວ ຫວ່າງ ຍີຄຸນ ອີກຄັ້ງຢູ່ເຂດສາມຫ່ຼຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ. ຈາກນັ້ນ, ທ້າວ ຫວ່າງ ຍີຄຸນ ໄດ້ຕິດຕໍ່ກັບ ທ້າວ ເຕີເກົ່າ ລາວຈາງ ເປັນຄົນລາວ ຢູ່ແຂວງອຸດົມໄຊ ແລະ ເຄີຍຮູ້ຈັກກັນມາກ່ອນ ເພື່ອຊອກເຊົ່າສະຖານທີ່ໃຫ້, ເຊິ່ງໄດ້ຢູ່ບ້ານນາຫວານນ້ອຍ ເມືອງໄຊ ແຂວງອຸດົມໄຊ. ຈາກນັ້ນ, ທ້າວ ຫວ່າງຍີຄຸນ ກໍໄດ້ລົງທຶນຊື້ອຸປະກອນຕ່າງໆ ເພື່ອດໍາເນີນທຸລະກິດ ສ່ວນທ້າວ ເຊີນມາຍ ແລະ ພັກພວກເປັນພຽງວິຊາການ. ຈຸດປະສົງຂອງການດຳເນີນ ທຸລະກິດດັ່ງກ່າວ ແມ່ນຊື້-ຂາຍຮຸ້ນ ຜ່ານລະບົບອິນເຕີເນັດ. ມາວັນທີ 15 ມິຖຸນາ 2018, ທ້າວ ເຊິນມາຍ ແລະ ທ້າວ ເຕີເກົ່າ ລາວຈາງ ໄດ້ໄປຮັບເອົາພັກພວກ ອີກ 9 ຄົນ ຍິງ 2 ຄົນ ທີ່ດ່ານສາກົນບໍ່ເຕນ ແຂວງຫຼວງນໍ້າທາ ເພື່ອມາຊ່ວຍວຽກ.


ຈົນຮອດວັນທີ 3 ສິງຫາ 2018 ເຈົ້າໜ້າທີ່ຈິ່ງເຂົ້າກວດຄົ້ນເຮືອນເຊົ່າດັ່ງກ່າວ ພ້ອມທັງກັກຕົວກຸ່ມດັ່ງກ່າວ ແລະ ຢຶດອຸປະກອນສື່ສານຈໍານວນທັງໝົດໄວ້ ເພື່ອດໍາເນີນຄະດີຕາມກົດໝາຍ.