ເສັ້ນທາງລົດໄຟ ລາວ-ຈີນ ແຕ່ບໍ່ເຕັນ ຫານະຄອນຫຼວງວຽງຈັນ ແມ່ນໄດ້ນໍາໃຊ້ມາດຕະຖານເຕັກນິກການອອກ ແບບຂອງ ສປ ຈີນ ມີຄວາມໄວສະເລ່ຍ 160 ກິໂລແມັດຕໍ່ຊົ່ວໂມງ, ໃຊ້ພະລັງງານໄຟຟ້າ, ລາງດ່ຽວ, ຮັບໃຊ້ຂົນສົ່ງ ໂດຍສານ ແລະ ສິນຄ້າມີຄວາມຍາວທັງໝົດ 417 ກິໂລແມັດ; ມາຮອດປັດຈຸບັນ, ໂຄງການກໍ່ສ້າງດັ່ງກ່າວຄືບໜ້າ ແລ້ວ 36,5%.
ທ່ານ ລັດຕະນະມະນີ ຄູນນີວົງ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ຮອງຫົວໜ້າຄະນະຊີ້ນໍາໂຄງ ການກໍ່ສ້າງທາງລົດໄຟ ລາວ-ຈີນ ກ່າວວ່າ: ໂຄງການກໍ່ສ້າງທາງລົດໄຟ ແຕ່ຊາຍແດນລາວ-ຈີນ ແຕ່ບໍ່ເຕັນຫານະ ຄອນຫຼວງວຽງຈັນ ມີຄວາມຍາວທັງໝົດ 417 ກິໂລແມັດ, ແລວທາງລົດໄຟໄດ້ຜ່ານ 5 ແຂວງ ຄື: ແຂວງຫຼວງນ້ຳທາ, ອຸດົມໄຊ, ຫຼວງພະບາງ, ວຽງຈັນ ແລະ ນະຄອນຫຼວງວຽງຈັນ.

ໃນນີ້, ປະກອບມີ 32 ສະຖານນີ, ກໍ່ສ້າງຂົວໃໝ່ 167 ແຫ່ງ, ເຈາະອຸມົງ 75 ແຫ່ງ, ອັດຕາສ່ວນຂົວ ແລະ ອຸມົງ ເທົ່າກັບ 62%, ເສັ້ນທາງລົດໄຟຜ່ານເຂດພູດອຍ ກວມເອົາ 80%, ສ່ວນທີ່ເຫຼືອແມ່ນພູພຽງ ແລະ ທົ່ງພຽງ; ໂຄງການດັ່ງກ່າວ ໂດຍແມ່ນບໍລິສັດທາງລົດໄຟ ລາວ-ຈີນ ຈຳກັດ ເປັນບໍລິສັດຮ່ວມທຶນຝ່າຍຈີນ ຖືຮຸ້ນ 70% ແລະ ລາວຖືຮຸ້ນ 30% ມີແຜນການກໍ່ສ້າງສຳເລັດ 5 ປີ, ເລີ່ມ ແຕ່ວັນທີ 1 ທັນວາ 2016-31 ທັນວາ 2021 ໃຫ້ໄດ້ເປີດນຳໃຊ້ຢ່າງເປັນທາງການ.

ມາເຖິງປັດຈຸບັນ, ໂຄງ ການດັ່ງກ່າວມີຄວາມຄືບໜ້າ 36,5%; ໃນນີ້, ສາມາດເຈາະອຸມົງໄດ້ 62 ແຫ່ງ ຊີເຈາະໄດ້ 76.893 ແມັດ, ກໍ່ສ້າງຂົວໄດ້ 108 ແຫ່ງ ຊີເຈາະເສົາຂົວໄດ້ 180.707 ແມັດ; ສະເພາະການຊົດເຊີຍສິ່ງກີດຂວາງຕາມ 8 ຂັ້ນຕອນ ແລະ ໄດ້ຖືກຮັບຮອງຈາກສະພາແຂວງ, ນະຄອນຫຼວງແລ້ວ; ປັດຈຸບັນ, ຢູ່ໃນຂັ້ນຕອນບໍລິສັດທາງລົດໄຟ ລາວ-ຈີນ ປະ ກອບເອກະສານໂອນຄ່າຊົດເຊີຍງວດທີ 1 ໃຫ້ແຂວງ ເພື່ອຊໍາລະໃຫ້ຜູ້ຖືກຜົນກະທົບ.

ໃນຕໍ່ໜ້າ, ກະຊວງ ຍທຂ ຈະສືບຕໍ່ຊີ້ນໍາ-ນໍາພາພະນັກງານທີ່ລົງຈັດຕັ້ງປະຕິບັດວຽກງານຕົວຈິງໃຫ້ສຸມໃສ່ປະຕິໜ້າ ທີ່ຂອງຕົນຢ່າງຕັ້ງໜ້າ ແລະ ເຂັ້ມງວດ, ເອົາໃຈໃສ່ຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ໃຫ້ສໍາເລັດຕາມແຜນການທີ່ວາງໄວ້.