ໜ່ວຍສະຫະພັນແມ່ຍິງກົມ ໂຄສະນາອົບຮົມ ກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ຈັດກອງປະຊຸມສະຫຼຸບວຽກງານ 6 ເດືອນຕົ້ນປີ ໃນວັນທີ 17 ສິງຫາ 2018, ໂດຍການເປັນປະທານຂອງ ພັທ ສົມພັນ ສີວົງໄຊ ຮອງຫົວໜ້າກົມໂຄສະນາອົບຮົມ, ມີຄະນະໜ່ວຍ, ຫົວໜ້າຈຸສະຫະພັນແມ່ຍິງ ພ້ອມດ້ວຍບັນດາສະມາຊິກແມ່ຍິງ ເຂົ້າຮ່ວມ.

ພັຕ ນາງ ອິນທະຫວາ ວົງພະຈັນ ປະທານໜ່ວຍແມ່ຍິງ ກົມໂຄສະນາອົບຮົມ ກ່າວວ່າ: ໄລຍະ 6 ເດືອນຜ່ານມາ, ໜ່ວຍສະຫະພັນແມ່ຍິງ ໄດ້ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກແມ່ຍິງ ໂດຍການນຳເອົາແນວທາງແຜນນະໂຍບາຍຕ່າງໆຂອງພັກ-ລັດ ເປັນບ່ອນອີງຈັດຕັ້ງປະຕິບັດ ເພື່ອພັດທະນາແນວຄິດຄຸນສົມບັດໃຫ້ສະມາຊິກໜ່ວຍແມ່ຍິງທຸກຄົນ ມີຄວາມອຸ່ນອ່ຽງທຸ່ນທ່ຽງ, ມີຄວາມຫ້າວຫັນ ແລະ ປະຕິບັດລະບຽບຂອງສະຫະພັນ ຢ່າງເຂັ້ມງວດ, ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ແລະ ຄຳຂັວນອື່ນໆຂອງສະຫະພັນແມ່ຍິງ ພ້ອມທັງຊຸກຍູ້ສົ່ງເສີມສະມາຊິກໄປຮໍ່າຮຽນຍົກລະດັບທາງດ້ານວິຊາສະເພາະ, ດ້ານວຽກງານໂຄສະນາອົບຮົມ ໄດ້ເປັນເສນາທິການຊ່ວຍພະແນກຈັດຕັ້ງປາຖະກະຖາເອກະສານຕ່າງໆ 2 ຄັ້ງ, ຜະລິດທຸງຊາດ-ທຸງ ພັກ-ທຸງທິວ ໄດ້ 112 ຜືນ, ຜະລິດປ້າຍຄຳຂວັນ, ປ້າຍບິວບອດ 26 ປ້າຍ, ຕິດທຸງຕິດຄໍາຂວັນປະດັບປະດາອ້ອມຂ້າງກະຊວງ, ພິມ ແລະ ແຈກຢາຍໜັງສືແຈ້ງການຕ່າງໆ, ໄດ້ອອກແບບ ແລະ ສ້າງປະຕິທິນ ປກສ ປີ 2018 ໄດ້ 2 ແບບ ຄື: ຕັ້ງໂຕະ ແລະ ແຂນຝາ ຈໍານວນ 5.000 ສະບັບ, ໄດ້ເປີດຝຶກອົບຮົມໄລຍະສັ້ນວຽກງານປາຖະກະຖາຂັ້ນນຳພາ-ບັນຊາ ອ້ອມຂ້າງ ກະຊວງປ້ອງກັນຄວາມສະຫງົບ, ໄດ້ເກັບກຳຂໍ້ມູນ ແລະ ຮູບພາບ ເພື່ອກະກຽມສ້າງປະຕິທິນ ປກສ 2019 ສຳເລັດ, ໄດ້ພິມໜັງສືພິມລາຍວັນ ຈຳນວນ 132.000 ສະບັບ ແລະ ວາລະສານ ປະຈໍາເດືອນຕຸລາ-ທັນວາ 2018 ຈໍານວນ 4.107 ຫົວ, ວາລະສານ ປະຈໍາເດືອນມັງກອນ-ກຸມພາ 2018 ຈໍານວນ 2.738 ຫົວ ແລະ ບັດເຊີນໃຫ້ການນໍາ 600 ບັດ.

ທິດທາງແຜນການໃນຕໍ່ໜ້າ, ໜ່ວຍສະຫະພັນແມ່ຍິງ ຈະສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກສະຫະພັນແມ່ຍິງ ມີແນວຄິດປອດໃສ, ສືບຕໍ່ປະຕິບັດວິຊາສະເພາະຕາມການມອບໝາຍໃຫ້ສຳເລັດໂດຍພື້ນຖານ, ສືບຕໍ່ປຸກລະດົມສະມາຊິກແມ່ຍິງ ເຂົ້າຮ່ວມພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ທີ່ການຈັດຕັ້ງມອບໝາຍໃຫ້ດ້ວຍຄວາມຮັບຜິດຊອບສູງ, ນຳພາສ້າງຂະບວນການຕ້ອນຮັບວັນສຳຄັນຕ່າງໆໃຫ້ປົກກະຕິ ແລະ ຕໍ່ເນື່ອງ, ຊຸກຍູ້ປຸກລະດົມການສ້າງເສດຖະກິດລວມໝູ່ ແລະ ຄອບຄົວດ້ວຍການປູກຝັງລ້ຽງສັດ, ຫັດຖະກຳ ແລະອື່ນໆ ເພື່ອແນໃສ່ປັບປຸງຊີວິດການເປັນຢູ່ໃຫ້ດີຂຶ້ນເປັນກ້າວໆ.