ກອງບັນຊາການ ປກສ ແຂວງຫົວພັນ ໄດ້ຈັດຕັ້ງເຊື່ອມຊຶມມະຕິ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 6 ສະໄໝທີ X ຂອງພັກ ໃນລະຫວ່າງວັນທີ 16-17 ສິງຫາ 2018 ໂດຍການເປັນປະທາານ ແລະ ເຜີຍແຜ່ເອກະສານຂອງ ພັອ ແອນ ອຸ່ນອານົງນຸດ ເລຂາພັກ, ຫົວໜ້າກອງບັນຊາການ ປກສ ແຂວງຫົວພັນ, ມີຄະນະພັກ-ຄະນະບັນຊາ, ຫົວ-ຮອງຫ້ອງ, ຫົວໜ້າ-ຮອງພະແນກ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.

ພັອ ແອນ ອຸ່ນອານົງນຸດ ໄດ້ຍົກໃຫ້ເຫັນເນື້ອໃນ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 6 ສະໄໝທີ X ເຊິ່ງໃນກອງປະຊຸມໄດ້ຄົ້ນຄວ້າ, ປຶກສາຫາລື ແລະ ໃຫ້ທິດຊີ້ນຳກ່ຽວກັບ ການຈັດຕັ້ງປະຕິບັດມະຕິ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 5 ສະໄໝທີ X ແລະ ຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ໃນໄລຍະ 2 ປີຜ່ານມາ ແລະ ໄດ້ຜ່ານມະຕິຂອງຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ວ່າດ້ວຍ ການຍົກສູງປະສິດທິພາບການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ເຊິ່ງແມ່ນຂະບວນວິວັດຂອງການບູລະນະລະບອບປະຊາທິ ປະໄຕປະຊາຊົນ ທີ່ຕ້ອງດຳເນີນເປັນແຕ່ລະບາດກ້າວຢ່າງຮອບຄອບ ແລະ ໜັກແໜ້ນສູ່ຈຸດໝາຍສັງຄົມນິຍົມ.

ໃນໂອກາດນີ້, ທ່ານຍັງໄດ້ຜ່ານບົດບັນທຶກຮ່ວມມື ປະຈຳປີ 2018 ກ່ຽວກັບ ວຽກງານເສດຖະກິດ-ສັງຄົມ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ລະຫວ່າງ ຄະນະຜູ້ແທນຂັ້ນສູງ ແຂວງຫົວພັນ ແຫ່ງ ສປປ ລາວ ແລະ ຄະນະຜູ້ແທນແຂວງແທັງ ຮວ່າ ແຫ່ງ ສສ ຫວຽດນາມ ກໍເພື່ອເຮັດໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບທົ່ວກຳລັງ ປກສ ແຂວງຫົວພັນ ໄດ້ຮັບຮູ້ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ-ລັດ ເພື່ອເປັນພື້ນຖານຮັບປະກັນສະຖຽນລະພາບທາງດ້ານການເມືອງ, ປະເທດໄດ້ຮັບການພັດທະນາ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ.