ໄລຍະນີ້, ຢູ່ພາກເໜືອຂອງລາວ ມີຝົນຕົກໜັກຕິດຕໍ່ກັນຫຼາຍວັນ ແລະ ບວກໃສ່ການປ່ອຍນ້ຳຈາກ ເຂື່ອນໄຟຟ້ານ້ຳງື່ມ I ຈຶ່ງເຮັດໃຫ້ລະດັບນ້ຳຂອງເພີ່ມຂຶ້ນ ເຮັດໃຫ້ສາຂາແມ່ນ້ຳຂອງມີລະດັບນ້ຳສູງຂຶ້ນເຊັ່ນດຽວກັນ ຈຶ່ງເຮັດໃຫ້ຫຼາຍບ້ານທີ່ລຽບຕາມແຄມແມ່ນໍ້າຂອງ. ໃນນີ້, ຢູ່ເຂດເມືອງສີໂຄດຕະບອງ, ເມືອງຈັນທະບູລີ, ເມືອງສີສັດຕະນາກ ແລະ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ( ນວ ) ເກີດມີນໍ້າໄຫຼເຂົ້າຖ້ວມ.

ນັບແຕ່ວັນທີ 17 ສິງຫາ 2018 ເປັນຕົ້ນມາ, ນໍ້າໄດ້ໄຫຼເຂົ້າຖ້ວມເຮືອນ ແລະ ເນື້ອທີ່ທຳການຜະລິດຂອງປະຊາຊົນ ສະເພາະຢູ່ເມືອງສີໂຄດຕະບອງ ລວມທັງໝົດ 5 ບ້ານ ຄື: ບ້ານໜອງດາ, ໂນນຂີ້ເຫຼັກ, ຕາດທອງ, ດ່ານຄຳ ແລະ ບ້ານດອນຊີງຊູ້; ມາຮອດວັນທີ 20-21 ສິງຫາ 2018 ໄດ້ຍົກຍ້າຍປະຊາຊົນທີ່ຖືກນ້ຳຖ້ວມ ໄປຢູ່ເຂດປອດໄພຊົ່ວຄາວ ຈຳນວນ 480 ຄອບຄົວ ພົນລະເມືອງ 2.384 ຄົນ ໄປພັກເຊົາຢູ່ໂຮງຮຽນປະຖົມບ້ານໜອງດາ, ໂຮງຮຽນປະຖົມບ້ານຕາດທອງ ແລະ ຫ້ອງການບ້ານໂນນຂີ້ເຫຼັກ ສ່ວນປະຊາຊົນບ້ານດ່ານຄຳ ໄດ້ໄປອາໄສຢູ່ນຳຍາດພີ່ນ້ອງ; ເມືອງຈັນທະບູລີ ນ້ຳໄດ້ຖ້ວມຢູ່ເຂດທ່າວັດຈັນ ເປັນຕົ້ນແມ່ນ: ເຂດສຳປະທານ ນາຄາຣາຊ ຊິຕີ້, ສະພາບນ້ຳຂອງໄດ້ຍຶ່ງຂຶ້ນສູງຖ້ວມບັນດາຮ້ານຂາຍເຄື່ອງ ຍັງເຫຼືອແຕ່ຫຼັງຄາ ສ່ວນເຄື່ອງຂອງຊາວຄ້າ-ຂາຍຈຳນວນຫຼາຍ ແມ່ນຍົກຍ້າຍອອກທັນ ແຕ່ກໍຍັງມີເຄື່ອງຂອງຈຳນວນໜຶ່ງຖືກນ້ຳຖ້ວມຂັງຢູ່ພາຍໃນຮ້ານທີ່ໄດ້ສ້າງຄວາມເສຍຫາຍ; ສ່ວນເມືອງສີສັດຕະນາກ ເຂດທີ່ມີຄວາມສ່ຽງທີ່ນໍ້າຈະຖ້ວມ ແມ່ນເຂດຈຸດທ່າເຮືອຫຼັກ 4 ເຊິ່ງເປັນເຂດຕ່ຳທີ່ເປັນຈຸດຫຼ່ໍແຫຼມ ເຫັນວ່າສະພາບນ້ຳຢູ່ຈຸດດັ່ງກ່າວຍັງບໍ່ທັນຂຶ້ນສູງ ຖ້າທຽບໃສ່ນ້ຳຖ້ວມ ໃນປີ 2008; ສໍາລັບເມືອງຫາດຊາຍຟອງ ມີນໍ້າຖ້ວມບ່ອນລະໜ້ອຍ ປະມານ 9 ບ້ານ ທີ່ຢູ່ນອກຄູກັນນໍ້າ. ປັດຈຸບັນ, ທຸກພາກສ່ວນ ແມ່ນໃຫ້ການຊ່ວຍເຫຼືອແລ້ວ ໂດຍແບ່ງກໍາລັງອອກເປັນ 2 ຈຸ ຄື: ຈຸທີ 1 ຂຶ້ນໄປທາງເຂດບ້ານບໍໂອ ລົງໄປຫາເຂດບ້ານສີຖານໃຕ້, ຈຸທີ 2 ເລີ່ມແຕ່ເຂດບ້ານຊຽງຄວນ ຫາ ເຂດບ້ານນາລ້ອງ.

ປັດຈຸບັນ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການດ່ວນທີ່ສຸດ ສະບັບລົງວັນທີ 20 ສິງຫາ 2018 ໃນການແຈ້ງເຕືອນໃຫ້ກຽມພ້ອມຮັບມື ແລະ ແກ້ໄຂໄພນໍ້າຖ້ວມຕະຫຼອດເວລາ ເນື່ອງຈາກຜົນກະທົບຂອງພາຍຸເບີບິນກາ (BEBINCA) ໃນໄລຍະວັນທີ 16-18 ສິງຫາ 2018 ທີ່ຜ່ານມາ ໄດ້ເຮັດໃຫ້ນ້ຳຂອງ ແລະ ບາງສາຂາແມ່ນ້ຳຂອງ ມີລະດັບນ້ຳສູງຂຶ້ນ; ປັດຈຸບັນ, ຄວາມກົດດັນອາກາດຕໍ່າ ຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ເຊິ່ງໄດ້ສົ່ງຜົນເຮັດໃຫ້ລະດັບນໍ້າຂອງ ແຕ່ພາກກາງ ຫາ ພາກໃຕ້ ຍັງສືບຕໍ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະ ນະຄອນຫຼວງວຽງຈັນ ຢູ່ເຂດບ້ານຫ້ອມ, ບ້ານນາທາມ ເມືອງຫາດຊາຍຟອງ, ເຂດບ້ານໜອງດາ ເມືອງສີໂຄດຕະບອງ, ເຂດບ້ານແສນດິນ ເມືອງນາຊາຍທອງ, ເຂດບ້ານຕານປ່ຽວ ແລະ ບ້ານຫາດສວນ ເມືອງທຸລະຄົມ.

ສະນັ້ນ, ໃຫ້ອໍານາດການປົກຄອງທ້ອງຖິ່ນ ແຈ້ງເຕືອນໄປຍັງພໍ່-ແມ່ປະຊາຊົນທີ່ອາໄສຢູ່ເຂດດັ່ງກ່າວ ຈົ່ງມີສະຕິລະມັດລະວັງ ແລະ ກຽມພ້ອມຮັບມືກັບສະພາບການເພີ່ມຂຶ້ນຂອງລະດັບນໍ້າສາຍຕ່າງໆ ເຊິ່ງຈະເຮັດໃຫ້ສືບຕໍ່ມີນໍ້າຖ້ວມຊຸ ແລະ ຖ້ວມຂັງ, ລວມທັງກະກຽມເກັບມ້ຽນ ແລະ ເຄື່ອນຍ້າຍວັດຖຸສິ່ງຂອງ ພ້ອມທັງສັດລ້ຽງໄປໄວ້ຢູ່ບ່ອນສູງ ແລະ ປອດໄພ.