ພິທີມອບ-ຮັບໜ້າທີ່ເລຂາພັກແຂວງ-ເຈົ້າແຂວງໆອຸດົມໄຊ ໄດ້ຈັດຂຶ້ນໃນວັນທີ 16 ສິງຫາ 2018 ລະຫວ່າງ ທ່ານ ເພັດສາຄອນ ຫຼວງອາໄພ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆອຸດົມໄຊ (ຜູ້ເກົ່າ) ແລະ ທ່ານ ປອ ຄຳພັນ ເຜີຍຍະວົງ ກຳມະການສູນກາງພັກ ອະດີດເລຂາພັກແຂວງ ເຈົ້າແຂວງໆບໍ່ແກ້ວ ທີ່ມາຮັບໜ້າທີ່ເປັນເລຂາພັກແຂວງ ຮັກສາການເຈົ້າແຂວງອຸດົມໄຊ (ຜູ້ໃໝ່), ເຂົ້າຮ່ວມເປັນສັກຂີພະຍານມີ ທ່ານ ຈັນສີ ໂພສີຄຳ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຄະນະພັກ, ອົງການປົກຄອງແຂວງ, ເມືອງ, ຫົວໜ້າພະແນກການ, ສອງກອງບັນຊາການ ປກຊ-ປກສ ແລະ ອົງການຈັດຕັ້ງຕ່າງໆພາຍໃນແຂວງເຂົ້າຮ່ວມ.

ທ່ານ ຈັນສີ ໂພສີຄຳ ກ່າວວ່າ: ຈຸດປະສົງຂອງການໂຍກຍ້າຍ, ສັບຊ້ອນເລຂາພັກແຂວງ-ເຈົ້າແຂວງຄັ້ງນີ້ ກໍເພື່ອເປັນການຕອບສະໜອງກັບຄວາມຮຽກຮ້ອງຕ້ອງການໜ້າທີ່ການເມືອງໃນໄລຍະໃໝ່, ເປັນການພັດທະນາການປັບປຸງກົງຈັກການຈັດຕັ້ງຂອງແຂວງໃຫ້ມີບາດກ້າວໃໝ່ ກໍຄືການສ້າງສາ ແລະ ພັດທະນາປະເທດຊາດໃນປັດຈຸບັນ. ພ້ອມນີ້, ທ່ານຍັງໄດ້ເນັ້ນໃຫ້ທ່ານເລຂາພັກແຂວງ-ຮັກສາການເຈົ້າແຂວງໆອຸດົມໄຊ ຜູ້ໃໝ່ ຈົ່ງສືບຕໍ່ຮັກສາຄວາມສາມັກຄີໃຫ້ ມີຄວາມໜັກແໜ້ນ, ມີຄວາມເປັນເອກະພາບສູງ ເພື່ອສືບຕໍ່ຊີ້ນໍາ-ນໍາພາສ້າງສາພັດທະນາແຂວງ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວ.

ໃນພິທີ, ທ່ານເລຂາພັກແຂວງ ເຈົ້າແຂວງໆອຸດົມໄຊ ຜູ້ເກົ່າ ແລະ ຜູ້ໃໝ່ ກໍໄດ້ລົງນາມເຊັນບົດບັນທຶກມອບ-ຮັບໜ້າທີ່ຢ່າງເປັນທາງການ.