ສານຂັ້ນຕົ້ນ ນະຄອນຫຼວງວຽງຈັນ ເອົາສຳນວນຄະດີຄ້າຂາຍຢາເສບຕິດ ແລະ ມີຢາເສບ ຕິດໄວ້ໃນຄອບຄອງຂຶ້ນພິຈາລະນາໂດຍຈຳເລີຍຊື້ ທ້າວ ສອນເພັດ ຫຼື ແອ ອາຍຸ 30 ປີ ຢູ່ບ້ານໜອງທາ ເໜືອ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ເພື່ອຕັດສິນຕາມລະບຽບກົດ ໝາຍ.

ຕາມການຖະແຫຼງສຳນວນຄະດີ ຂັ້ນຕົ້ນເລກທີ 570/ອຍກ.ນວ ລົງວັນ ທີ 27 ມິຖຸນາ 2018 ຂອງອົງການໄອຍະການປະຊາຊົນ ນະຄອນຫຼວງວຽງຈັນ ວ່າ: ຈຳເລີຍເລີ່ມພົວພັນກັບຢາເສບຕິດປະເພດຢາບ້າມາແຕ່ ປີ 2000, ຢາບ້າທີ່ນຳມາເສບແມ່ນຊື້ນຳໄວລຸ້ນທີ່ພົວພັນກັບຢາເສບຕິດ ຄັ້ງລະ 1-2 ເມັດ ນັບແຕ່ນັ້ນມາຮອດເດືອນສິງຫາ 2017 ຈຳເລີຍໄດ້ເຄື່ອນໄຫວຈາກການເສບມາຄ້າຂາຍ ຫຼື ຈຳໜ່າຍ; ຢາບ້າທີ່ນຳມາຂາຍ ນັ້ນແມ່ນຊື້ນຳ ທ້າວ ອຸ້ຍ ຈຳ ນວນ 3 ຄັ້ງ ຄັ້ງລະ 20-30 ເມັດ, ແລ້ວນຳໄປຂາຍຕໍ່ໃຫ້ກັບໄວລຸ້ນ ແລະ ພັກພວກຢູ່ຕາມຮ້ານເກມ ເຂດບ້ານໜອງທາເໜືອ ເມືອງຈັນທະບູລີ. ມາວັນທີ 29 ກັນ ຍາ 2017, ຈຳເລີຍໄດ້ໄປຊື້ຢາບ້ານຳ ທ້າວ ອຸ້ຍ ຢູ່ຮ້ານເກມເຂດບ້ານໜອງທາເໜືອ ຈຳນວນ 150 ເມັດ, ເມື່ອໄດ້ ຢາບ້າແລ້ວໄດ້ນຳໄປຂາຍໃຫ້ໄວລຸ້ນ ຈຳ ນວນ 35 ເມັດ, ຍັງເຫຼືອ 115 ເມັດ ຈຶ່ງຖືກກັກຕົວໄປດຳເນີນຄະດີ.

ຄະນະສານອາຍາສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ໄດ້ຄົ້ນຄວ້າສຳນວນຄະດີດັ່ງກ່າວຢ່າງຮອບດ້ານ ແລະ ຄົບຖ້ວນ ເຫັນວ່າ: ມີຫຼັກຖານຮັດກຸມທີ່ໜັກແໜ້ນ ແລະ ພຽງພໍຢັ້ງຢືນວ່າ ການກະທຳຂອງຈຳເລີຍເປັນການກະທຳ ຜິດທາງອາຍາໃນສະຖານການຄ້າຂາຍ ຢາເສບຕິດປະເພດຢາບ້າ, ເຊິ່ງແຕະຕ້ອງຕໍ່ສະເຖຍລະພາບທາງດ້ານເສດຖະກິດຂອງຊາດ ແລະ ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ ຕາມມາດຕາ 146 ກົດໝາຍອາຍາ ສະບັບປັບປຸງ ແລະ ມາດ ຕາ 75, 76 ຂອງກົດໝາຍວ່າດ້ວຍຢາ ເສບຕິດ ມາດຕາ 2 ຂໍ້ 2 ວັກ 1 ໄດ້ ກໍານົດວ່າ: ບຸກຄົນໃດຫາກຜະລິດ, ປຸງແຕ່ງ ຫຼື ມີໄວ້ຄອບຄອງ, ຄ້າຂາຍ, ຈໍາໜ່າຍ, ນໍາເຂົ້າ, ສົ່ງ ອອກ, ຂົນສົ່ງ ຫຼື ນໍາຢາອີ, ຢາບ້າ, ຢາໄອສ໌ ຫຼື ວັດຖຸອອກ ລິດຕໍ່ຈິດປະສາດຜ່ານ ສປປ ລາວ ເກີນ ກວ່າ 0,3 ກຼາມ ຫາ 100 ກຼາມ ຈະຖືກ ລົງໂທດຕັດອິດສະຫຼະພາບຫ້າປີຫາສິບ ປີ ແລະ ຈະຖືກປັບໃໝ ແຕ່ 10.000. 000 ກີບ ຫາ 100.000.000 ກີບ ແລະ ຈະຖືກຮິບຊັບຕາມທີ່ໄດ້ກໍານົດໄວ້ ໃນມາດຕາທີ 34 ຂອງກົດໝາຍອາຍາ. 

ການກະທຳຂອງຈຳເລີຍເປັນການກະທຳໂດຍເຈດຕະນາ, ເນື່ອງຈາກວ່າ ຈຳເລີຍມີຄວາມຕັ້ງໃຈຊື້ຢາເສບຕິດມາໄວ້ຄອບຄອງເພື່ອຂາຍ ໂດຍບໍ່ຖືກຕ້ອງຕາມກົດໝາຍ, ທັງໆທີ່ຈຳ ເລີຍກໍຮູ້ວ່າຢາເສບຕິດກົດໝາຍຫ້າມຜະລິດ, ມີໄວ້ໃນຄອບຄອງ, ຄ້າຂາຍ ແລະ ຈຳໜ່າຍໂດຍເດັດຂາດ; ສະນັ້ນ, ຄະນະສານອາຍາຈຶ່ງ ເຫັນດີລົງໂທດຕັດອິດສະຫຼະພາບ ທ້າວ ສອນເພັດ ຫຼື ແອ 5 ປີ ປັບໃໝ 10.000.000 ກີບ.