ນັກສຶກສາ ສວຊ ສຳເລັດການສຶກສາ ປະຈຳສົກປີ 2017-2018

ສະຖາບັນວິຈິດສິນແຫ່ງຊາດ

0
2153
ຄະນະປະທານພິທີມອບປະກາສະນີຍະບັດ

ນັກສຶກສາປະລິນຍາຕີ ວິຈິດສິນ ຮຸ່ນທີ 12, ອະນຸປະລິນຍາ ຮຸ່ນທີ 6 ແລະ ຊັ້ນກາງ ຮຸ່ນທີ 32 ສະຖາບັນວິຈິດສິນແຫ່ງຊາດ ( ສວຊ ) ຈໍານວນ 16 ຄົນ ຍິງ 1 ຄົນ ໄດ້ສໍາເລັດການສຶກສາ ປະຈໍາສົກປີ 2017-2018 ແລະ ຮັບໃບປະກາສະນີຍະບັດຢ່າງເປັນທາງການ ໃນວັນທີ 5 ຕຸລາ 2018, ໃຫ້ກຽດເຂົ້າຮ່ວມ ແລະ ມອບໃບປະກາສະນີຍະບັດໂດຍ ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວວັດທະນະທໍາ ແລະ ທ່ອງທ່ຽວ, ມີບັນດາຄະນະ ສວຊ, ແຂກຮັບເຊີນ, ຄູ-ອາຈານ ແລະ ນັກສຶກສາທຸກຮຸ່ນ ເຂົ້າຮ່ວມ.

ບັກດາແຂກທີ່ເຂົ້າຮ່ວມທັງຫຼາຍ

ທ່ານ ປອ ໄມ່ສິງ ຈັນບຸດດີ ຫົວໜ້າ ສວຊ ກ່າວວ່າ: 

ມອບປະກາສະນີຍະບັດແກ່ ນັກສຶກສາວິຈິດສິນ

ຜ່ານການຮຽນຂອງນັກສຶກສາໃນຜ່ານມາ ຂອງທັງ 3 ຮຸ່ນ, ນັກສຶກສາແມ່ນໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການຮໍ່າຮຽນ ຈົນສາມາດສອບເສັງຜ່ານໄດ້ໝົດທຸກຄົນ ກ່ອນຈະເຂົ້າປ້ອງກັນບົດຈົບຊັ້ນ ໃນວັນທີ 27 ມິຖຸນາ 2018 ເຊິ່ງຫົວບົດທີ່ນໍາເຂົ້າມາປ້ອງກັນມີທັງໝົດ 5 ພາກຄື: ພາກວິຊາຈິດຕະກໍາ ມີ 3 ຜົນງານ, ພື້ນເມືອງ-ປະຕິສັງຂອນ ມີ 3 ຜົນງານ, ພາກວິຊາສິນລະປະພາບພິມ ມີ 3 ຜົນງານ, ພາກວິຊາປະຕິມະກໍາ ມີ 3 ຜົນງານ ແລະ ພາກວິຊາອອກແບບ-ນິແທດສິນ ມີ 1 ຜົນງານ; ຜ່ານການສອບເສັງ ແລະ ປ້ອງກັນບົດຈົບຊັ້ນຂອງນັກສຶກສາປະລິນຍາຕີ ວິຈິດສິນ ຮຸ່ນທີ 12 ສາມາດປ້ອງກັນບົດຈົບຊັ້ນ ຜ່ານໄດ້ທັງໝົດ 13 ຄົນ ຍິງ 1 ຄົນ, ອະນຸປະລິນຍາ ຮຸ່ນທີ 6 ປ້ອງກັນບົດຈົບຊັ້ນຜ່ານ 1 ຄົນ ແລະ ຊັ້ນກາງ ຮຸ່ນທີ 32 ປ້ອງກັນບົດຈົບຊັ້ນຜ່ານ 2 ຄົນ.

ທ່ານ ປອ ໄມ່ສິງ ຈັນບຸດດີ
ນັກສຶກສາວິຈິດສິນ 2017-2018

ໂອກາດດຽວກັນ, ທ່ານ ບົວເງິນ ຊາພູວົງ ກໍໄດ້ສະແດງຄວາມຊົມເຊີຍຕໍ່ນັກສຶກສາທີ່ສາມາດຮຽນຈົບອອກຈາກສະຖາບັນ ເຊິ່ງນັກສຶກສາທີ່ໄດ້ສໍາເລັດການສຶກສາໃນລະດັບຕ່າງໆໃນຄັ້ງນີ້ ລ້ວນແລ້ວແຕ່ໄດ້ຜ່ານການປ້ອງກັນບົດ, ຜ່ານການສອບເສັງຈົບຊັ້ນ ແລະ ຜ່ານການຝຶກຝົນຫຼ່ໍຫຼອມ, ກໍ່ສ້າງຢູ່ພາຍໃນສາຍຄາຂອງສະຖາບັນວິຈິດສິນແຫ່ງຊາດ ລ້ວນແຕ່ແມ່ນນັກພັດທະນາ, ນັກຂີດຂຽນ, ນັກແຕ້ມ, ນັກອອກແບບ, ນັກແກະສະຫຼັກ, ນັກປະຕິກໍາປັ້ນລໍ້ ແລະອື່ນໆ ທີ່ມີຄວາມຮູ້-ຄວາມສາມາດ, ມີຄວາມພ້ອມໃນການເປັນພະນັກງານ ແລະ ຫວັງຢ່າງຍິ່ງວ່າ ບັນດາທ່ານທີ່ຈົບການສຶກສາອອກໄປສົກຮຽນປີນີ້ ຈະເປັນກໍາລັງແຮງສ່ວນໜຶ່ງຊ່ວຍໃນການສ້າງສາ ແລະ ພັດທະນາປະເທດຊາດ ໃຫ້ຈະເລີນກ້າວໜ້າຕໍ່ໄປ.

ທ່ານ ປອ ໄມ່ສິງ ຈັນບຸດດີ

ພ້ອມດຽວກັນນີ້, ສວຊ ຍັງໄດ້ມອບໃບຍ້ອງຍໍໃຫ້ນັກສຶກສາ ປະກອບມີ: ຕົວເດັ່ນປະເພດ 1 ມີ 11 ຄົນ ຍິງ 5 ຄົນ, ປະເພດ 2 ມີ 44 ຄົນ ຍິງ 20 ຄົນ ແລະ ປະເພດ 3 ມີ 29 ຄົນ ຍິງ 9 ຄົນ ໃຫ້ກຽດມອບໂດຍ ທ່ານ ປອ ໄມ່ສິງ ຈັນບຸດດີ ແລະ ໃນໂອກາດດຽວກັນ, ສວຊ ຍັງໄດ້ສະເຫຼີມສະຫຼອງວັນຄູແຫ່ງຊາດ ( 7 ຕຸລາ ) ເພື່ອລໍາລຶກເຖິງບຸນຄຸນຂອງຄູທີ່ເຄີຍປຸກລະດົມປະຊາຊົນລາວ ຮ່ວມຕໍ່ສູ້ ແລະ ກອບກູ້ເອົາປະຊາທິປະໄຕມາສູ່ປວງຊົນລາວທັງຊາດ.

ຄູ-ອາຈານ ວິຈິດສິນ