ທ່ານ ປອ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານ ສນຊ

ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດຝຶກອົບຮົມ ເພື່ອຍົກລະດັບຄວາມຮູ້ທາງດ້ານວຽກງານສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ແລະ ວຽກງານໂຄສະນາໃຫ້ພະນັກງານແນວລາວສ້າງຊາດຂັ້ນເມືອງ ຊຸດທີ 1 ໃນລະຫວ່າງວັນທີ 4-5 ຕຸລາ 2018, ເປັນປະທານໂດຍ ທ່ານ ປອ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານ ສນຊ, ມີຮອງປະທານ, ພະນັກງານອ້ອມຂ້າງສູນກາງ ແລະ ນັກສໍາມະນາກອນ ເຂົ້າຮ່ວມ.

ສູນກາງແນວລາວສ້າງຊາດ (ສນຊ)

ທ່ານ ແກ້ວຈະເລີນ ເຊ່ຍຢິ້ງຢ່າງ ຫົວໜ້າກົມໂຄສະນາອົບຮົມ ສນຊ ກ່າວວ່າ: ການຝຶກອົບຮົມຄັ້ງນີ້ ເພື່ອເປັນການຍົກລະດັບຄວາມຮູ້, ຄວາມເຂົ້າໃຈທາງດ້ານວິຊາການ, ບັນດານິຕິກໍາ ແລະ ວິທີການຈັດຕັ້ງປະຕິບັດວຽກງານສ້າງຄອບຄົວ ແລະ ບ້ານສາມັກຄີ, ເພື່ອແລກປ່ຽນບົດຮຽນໃນການຈັດຕັ້ງປະຕິບັດນຳໄປປັບປຸງພັດທະນາ ເຮັດໃຫ້ຂະບວນການດັ່ງກ່າວ ມີຄວາມຟົດຟື້ນ ແລະ ໄດ້ຮັບປະສິດທິຜົນຫຼາຍຂຶ້ນກວ່າເກົ່າ, ທັງສ້າງຄວາມເຂົ້າໃຈ ແລະ ເອກະພາບໃຫ້ແກ່ພະນັກງານຂອງແນວລາວສ້າງຊາດຂັ້ນເມືອງ ໃນການຈັດຕັ້ງປະຕິບັດຕົວຈິງຢູ່ຂັ້ນຂອງຕົນ.

ນັກສຳມະນາກອນ ທີ່ເຂົ້າຮ່ວມຍົກລະດັບ
ວຽກງານສ້າງຄອບຄົວ – ບ້ານສາມັກຄີປອງດອງ

ການຝຶກອົບຮົມຄັ້ງນີ້ ນັກສໍາມະນາກອນຈະໄດ້ຮຽນຮູ້ກ່ຽວກັບ ຄໍາແນະນໍາຂອງຄະນະປະຈໍາສູນກາງແນວລາວສ້າງຊາດ ສະບັບເລກທີ 033/ຄປຈ.ສນຊ ລົງວັນທີ 19 ເມສາ 2017 ວ່າດ້ວຍ ການຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງຂອງແນວລາວສ້າງຊາດ, ຄຸນລັກສະນະ ແລະ ສິລະປະໃນການ ປາກເວົ້າຂອງນັກປາຖະກະຖາ, ວຽກງານແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ ແລະ ເອກະສານກ່ຽວກັບ ທຶນຊ່ວຍເຫຼືອລ້າ ODA ຂອງລັດຖະບານຢີ່ປຸ່ນ.