ຮອງນາຍົກ ລົງຕິດຕາມກວດກາສາເຫດ ສັນເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກ

0
827
ທ່ານ ປອ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ ພ້ອມຄະນະ

ໃນວັນທີ 4 ຕຸລາ  2018, ທ່ານ ປອ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ປະທານຄະນະຮັບຜິດຊອບສືບສວນ-ສອບສວນສາເຫດຄູກັນນໍ້າ ເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກພັງ ພ້ອມດ້ວຍຄະນະ ເດີນທາງລົງຕິດຕາມການກວດສາເຫດການແຕກພັງຂອງສັນເຂື່ອນ D ຂອງເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍ ທີ່ແຂວງອັດຕະປື.

ກວດກາສະພາບທີ່ເຂື່ອນເຊປຽນ-ເຊນໍ້ານ້ອຍ

ການລົງໄປເຄື່ອນໄຫວຕິດຕາມການກວດກາຄັ້ງນີ້, ເພື່ອລົງໄປກວດກາຕົວຈິງສະພາບຂອງສັນເຂື່ອນ D ທີ່ແຕກພັງ ພ້ອມທັງໃຫ້ກໍາລັງໃຈແກ່ວິຊາການ, ຊ່ຽວຊານທັງລາວ ແລະ ຕ່າງປະເທດ ທີ່ກໍາລັງປະຕິບັດໜ້າທີ່ໃນການຊອກສາເຫດຕົ້ນຕໍທີ່ເຮັດໃຫ້ສັນເຂື່ອນ D ແຕກພັງ; ພ້ອມກັນນັ້ນ, ກໍໄດ້ເຄື່ອນໄຫວເບິ່ງສະພາບຂອງສັນເຂື່ອນອື່ນໆອີກ ເປັນຕົ້ນແມ່ນ ສັນເຂື່ອນ A, C, E, F ໜ້າເຂື່ອນເຊປຽນ ແລະ ຫ້ວຍໝາກຈັນ ຕື່ມອີກ.

ກວດກາສາເຫດ ເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກ

ຈາກນນັ້ນ, ທ່ານ ປອ ບຸນທອງ ຈິດມະນີ ໄດ້ຮັບຟັງການລາຍງານຜົນການສໍາຫຼວດເບື້ອງຕົ້ນ ຈາກຊ່ຽວຊານຕ່າງປະເທດ ກ່ຽວກັບ ການການສໍາຫຼວດ, ເຕັກນິກ-ຮູບແບບ-ວິທີການສໍາຫຼວດ, ຫຼັກຖານຕ່າງໆຈາກຮູບພາບ, ວິດີໂອ ແລະ ສະພາບແວດລ້ອມຕົວຈິງ ເພື່ອຈະນໍາໄປພິສູດໃຫ້ຮູ້ສາເຫດອັນແທ້ຈິງ.

ກວດກາສາເຫດ ເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກ

ໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ຊ່ຽວຊານ, ວິຊາການທັງລາວ ແລະ ຕ່າງປະເທດ ໃຫ້ເອົາໃຈໃສ່ຄົ້ນຄວ້າ-ສໍາຫຼວດດ້ວຍທຸກວິທີທາງ ເພື່ອຊອກຫາສາເຫດຕົ້ນຕໍທີ່ເຮັດໃຫ້ສັນເຂື່ອນແຕກຄັ້ງນີ້ ໃຫ້ໄດ້ໄວເທົ່າທີ່ຈະໄວໄດ້ ເພື່ອຊອກຫາວິທີການແກ້ໄຂໃນຂັ້ນຕໍ່ໄປ; ພ້ອມນີ້, ບັນດາບໍລິສັດຜູ້ລົງທຶນ ແລະ ບໍລິສັດຜູ້ຮັບເໝົາກໍ່ສ້າງ ຕ້ອງໄດ້ເອົາໃຈໃສ່ໃຫ້ຄວາມຮ່ວມມື, ອໍານວຍຄວາມສະດວກໃນການສະໜອງຂໍ້ມູນໃຫ້ແກ່ຄະນະທີມງານຊ່ຽວຊານ ແລະ ວິຊາການ ເພື່ອເຮັດໃຫ້ການສໍາຫຼວດ-ກວດກາດໍາເນີນໄປດ້ວຍຄວາມສະດວກ ແລະ ວ່ອງໄວ.