ເຈົ້າໜ້າທີ່ ປກສ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ລົງແກ້ໄຂເປົ້າໝາຍຄ້າຂາຍຢາເສບຕິດຢູ່ເຂດບ້ານຫ້ວຍນໍ້າເຢັນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ສາມາດກັກ ຕົວຜູ້ຖືກຫາ 1 ຄົນ ພ້ອມຢາບ້າ 200 ກວ່າເມັດ ແລະ ຢາໄອສ໌ 1 ຖົງ. 

ເຈົ້າໜ້າທີ່ ປກສ ເມືອງນາຊາຍທອງ ເປີດເຜີຍໃຫ້ຮູ້ວ່າ: ຜູ້ຖືກຫາຊື່ທ້າວ ສົມນຸລັກ ອາຍຸ 31 ປີ ເກີດທີ່ບ້ານສາຍລົມ ເມືອງບຸນໃຕ້ ແຂວງຜົ້ງສາລີ. ປັດຈຸບັນ, ພັກເຊົາຢູ່ບ້ານຫ້ວຍນໍ້າເຢັນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ. ຫຼັງຈາກສອບສວນຜູ້ກ່ຽວຮັບສາລະພາບວ່າ: ໃນວັນທີ 14 ສິງຫາ 2018 ເວລາປະມານ 17:00 ໂມງ ໄດ້ໄປຊື້ຢາບ້ານໍາຂະບວນການເຂດບ້ານຫຼັກ 52 ຈໍານວນ 270 ເມັດ ແລະ ຢາໄອສ໌ 1 ຖົງ. ຫຼັງຈາກນັ້ນ, ກໍນໍາຢາທີ່ຊື້ມາເສບ ຈໍານວນ 3 ເມັດ ແລະ ຂາຍໃຫ້ກັບຂະບວນການ 11 ເມັດ ຍັງເຫຼືອ 256 ເມັດ ນໍາມາຊຸກເຊື່ອງໄວ້ເຮືອນ. ເວລາຕໍ່ມາ, ໄດ້ຖືກເຈົ້າໜ້າທີ່ເຂົ້າມາກັກຕົວ ພ້ອມກັບຂອງກາງດັ່ງກ່າວ. ຜ່ານມາຜູ້ກ່ຽວຍັງໄດ້ເສບຢາບ້າ ເສບຄັ້ງລະ 2-3 ເມັດ; ມາປີ 2017 ກໍເລີ່ມຮັບເອົາຢາເສບຕິດນໍາຂະບວນການມາຂາຍ.

ນອກນັ້ນ, ເຈົ້າໜ້າທີ່ ປກສ ເມືອງນາຊາຍທອງ ຍັງໄດ້ກັກຕົວ ທ້າວ ຂັນທອງ ອາຍຸ 25 ປີ ຢູ່ບ້ານເປີກ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ພ້ອມຢາບ້າ 454 ເມັດ. ຜ່ານການສອບສວນຂະຫຍາຍຜົນຜູ້ກ່ຽວຮັບສາລະພາບວ່າ: ໄດ້ເລີ່ມເສບຢາບ້າມາແຕ່ປີ 2015 ເປັນຕົ້ນມາ, ມາເດືອນມັງກອນ 2018 ກໍເລີ່ມເຄື່ອນໄຫວຄ້າຂາຍຢາເສບຕິດຢາບ້າທີ່ນໍາມາຂາຍແມ່ນຊື້ນໍາຂະບວການ ຊື່ ທ້າວ ສະເຫຼົາ ອາຍຸ 19 ປີຢູ່ເຂດບ້ານສົງເປືອຍໃຕ້ ຈໍານວນຫຼາຍຄັ້ງ, ຄັ້ງລະ 200-400 ເມັດ ພາຍຫຼັງໄດ້ຢາບ້າມາ ແລ້ວ ກໍນໍາມາເສບຈໍານວນໜຶ່ງສ່ວນທີ່ເຫຼື່ອກໍນໍາໄປຂາຍ ໃຫ້ກັບຂະບວນການຢູ່ພາຍໃນບ້ານ ແລະ ບ້ານໃກ້ຄຽງ. ມາຮອດ ວັນທີ 22 ມິຖຸນາ 2018, ຜູ້ກ່ຽວໄດ້ໄປຊື້ຢາບ້າຈໍານວນ 400 ເມັດ ແລ້ວເອົາມາລວມກັນກັບຢາທີ່ຍັງເຫຼືອຈາກຄັ້ງກ່ອນ 200 ເມັດ ເປັນ 600 ເມັດ ນໍາໄປ ຂາຍໃຫ້ກັບຂະບວນການ 146 ເມັດ ຍັງເຫຼືອ 454 ເມັດ ຜູ້ກ່ຽວໄດ້ຖືກກັກຕົວໃນເວລາຕໍ່ມາ ພ້ອມກັບຢາທີ່ຍັງເຫຼືອ.