ທ່ານ ຄິມ ຈອງອຶນ - ທ່ານ ໄມ ປອມເປໂອ

ໃນວັນທີ 8 ຕຸລາ ທີ່ຜ່ານມາ, ທຳນຽບປະທານາທິບໍດີ ສ ເກົາຫຼີ ຖະແຫຼງວ່າ: ທ່ານ ຄິມ ຈອງອຶນ ຜູ້ນຳ ສປປ ເກົາຫຼີ ຕົກລົງຈະປະຊຸມສຸດຍອດ ຄັ້ງທີ 2 ກັບ ທ່ານ ໂດໂນ ທຣຳ ປະທານາທິບໍດີ ສະຫະລັດ ອາເມລິກາ ໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້ ຫຼັງຈາກທີ່ ທ່ານ ໄມ ປອມເປໂອ ລັດຖະມົນຕີກະຊວງການຕ່າງປະເທດ ສະຫະລັດ ອາເມລິກາ ເຂົ້າພົບຜູ້ນຳ ສ ເກົາຫຼີ ໃນວັນທີ 7 ຕຸລາ ທີ່ຜ່ານມາ.

ທຳນຽບປະທານາທິບໍດີ ສ ເກົາຫຼີ ຖະແຫຼງຕື່ມວ່າ: ທ່ານ ໄມ ປອມເປໂອ ເປີດເຜີຍວ່າ ເຫັນພ້ອມກັບ ທ່ານ ຄິມ ເລື່ອງຈະມີກອງປະຊຸມ ສະຫະລັດ ອາເມລິກາ – ສປປ ເກົາຫຼີ ຄັ້ງທີ 2 ໂດຍໄວທີ່ສຸດ. ນອກຈາກນີ້, ຍັງໄດ້ຫາລືຂັ້ນຕອນການປົດອາວຸດນິວເຄຣຍ ທີ່ ສປປ ເກົາຫຼີ ຈະດຳເນີນການ ແລະ ການມີສ່ວນຮ່ວມຂອງລັດຖະບານ ສະຫະລັດ ອາເມລິກາ ລວມເຖິງມາດຕະການຊອດຄ້ອງກັນທີ່ ສະຫະລັດ ອາເມລິກາ ຈະດຳເນີນການ. ແນວໃດກໍຕາມ, ຖະແຫຼງການຂອງ ສ ເກົາລີ ບໍ່ໄດ້ເປີດເຜີຍເຖິງ ການຕົກລົງເລື່ອງວັນເວລາ ຫຼື ສະຖານທີ່ຂອງກອງປະຊຸມ ຄັ້ງທີ 2 ນີ້.

ທ່ານ ຄິມ ຈອງອຶນ ຜູ້ນຳ ສ ເກົາຫຼີ
ທ່ານ ໄມ ປອມເປໂອ ລັດຖະມົນຕີກະຊວງການຕ່າງປະເທດ ສະຫະລັດ ອາເມລິກາ

ທາງດ້ານສຳນັກງານຂ່າວ KCNA ຂອງທາງການ ສປປ ເກົາຫຼີ ລາຍງານວ່າ: ຜູ້ນຳ ສປປ ເກົາຫຼີ ຂອບໃຈຕໍ່ ປະທານາທິບໍດີ ສະຫະລັດ ອາເມລິກາ ທີ່ມີຄວາມພະຍາຍາມທີ່ຈິງໃຈໃນການເຮັດຕາມຂໍ້ຕົກລົງສິງກະໂປ ແລະ ຍິນດີທີ່ສະຖານະການຢູ່ແຫຼມເກົາຫຼີ ພັດທະນາໄປໃນທາງທີ່ດີ ພ້ອມນັ້ນຍັງໄດ້ຊີ້ແຈງຂໍ້ສະເໜີໃນການແກ້ໄຂບັນຫາປົດອາສຸດນິວເຄຣຍ ນຳອີກ; ຂະນະທີ່ ກະຊວງກະານຕ່າງປະເທດ ສະຫະລັດ ອາເມລິກາ ຖະແຫຼງວ່າ: ຜູ້ນຳ ສປປ ເກົາຫຼີ ໄດ້ເຊີນຄະນະຜູ້ກວດສອບໄປຍັງສະຖານທີ່ທົດສອບນິວເຄຣຍ ພຸງເກຣີ ທີ່ ສປປ ເກົາຫຼີ ທຳລາຍໄປໃນເດືອນພຶດສະພາ ເພື່ອຢືນຢັນວ່າ ເປັນການທຳລາຍຢ່າງບໍ່ເຫຼືອຊາກ ທີ່ບໍ່ສາມາດນຳກັບມາໃຊ້ງານໄດ້ອີກ.