ໃນວັນທີ 18 ກັນ ຍາ 2018, ເຈົ້າໜ້າທີ່ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງສິງ ແຂວງຫຼວງນໍ້າທາ  ໄດ້ຮັບແຈ້ງຄວາມຈາກພົນລະເມືອງດີວ່າ: ຈະມີກຸ່ມຄົນບໍ່ດີຈໍານວນ ໜຶ່ງເຄື່ອນໄຫວລັກລອບຄ້າ-ຂາຍຢາເສບຕິດຢູ່ເຂດເສັ້ນທາງບ້ານໂຮມໄຊ ຫາບ້ານຂວາງ ເມືອງສິງ ແຂວງຫຼວງນໍ້າທາ. ຈາກນັ້ນ, ຈຶ່ງໄດ້ຕິດຕາມຈັບຕົວ. ມາຮອດເວລາ 16: 22 ໂມງ ຈຶ່ງພົບເຫັນເປົ້າໝາຍຊື່ ທ້າວ ເຈເກາະ ອາຍຸ 24 ປີ ຢູ່ບ້ານຈ່າແກ້ວໃຕ້ ເມືອງລອງ ແຂວງຫຼວງນໍ້າທາ ຢູ່ຕາມເສັ້ນທາງ ເຂດບ້ານໂຮມໄຊ ຫາບ້ານຂວາງ ເມືອງສິງ ຈຶ່ງໄດ້ກວດກາ ແລະ ຄົ້ນພົບຂອງກາງຢາບ້າ ຈຳນວນ 993 ເມັດທີ່ຊຸກເຊື່ອງຢູ່ຫົວໂສ້ງ ແລະ ລົດຈັກ 1 ຄັນ, ພ້ອມໂທລະສັບ 1 ເຄື່ອງ. ຈາກນັ້ນ, ນໍາຕົວໄປສອບສວນຂະຫຍາຍຜົນ ສາມາດກັກຕົວຜູ້ຮ່ວມຂະບວນການ ຊື່ ທ້າວ ຈືຊໍ ອາຍຸ 45 ປີ ຢູ່ບ້ານຈ່າແກ້ວ ເມືອງລອງ ແຂວງຫຼວງນໍ້າທາ.

ຜ່ານການສອບສວນ ທ້າວ ເຈເກາະ ໄດ້ຮັບສາລະພາບວ່າ: ຢາບ້າຈຳນວນດັ່ງກ່າວແມ່ນ ທ້າວ ຈືຊໍ ໄດ້ເອົາໃຫ້ຜູ້ກ່ຽວໄປຊື້ຢາບ້ານໍາ ທ້າວ ກໍລໍ ອາຍຸ 45 ປີ ສັນຊາດມຽນມາ ຈໍານວນ 993 ເມັດ ແລ້ວເອົາຢາບ້າມາໃຫ້ ທ້າວ ຈືຊໍ ຢູ່ທາງເຂົ້າບ້ານໂຮມໄຊ ແຕ່ຖືກເຈົ້າໜ້າທີ່ ປກສ ເມືອງສິງ ພ້ອມກັບຂອງກາງຈຳນວນດັ່ງກ່າວ.

ທ້າວ ຈືຊໍ ຮັບສາລະພາບວ່າ: ຜູ້ກ່ຽວເລີ່ມເຄື່ອນໄຫວຄ້າຂາຍຢາເສບ ຕິດມາແຕ່ປີ 2017 , ຢາບ້າທີ່ນໍາມາຂາຍແມ່ນໃຫ້ທ້າວ ເຈເກາະ ໄປຊື້ມາໃຫ້. ພາຍຫຼັງໄດ້ຢາບ້າມາ ແລ້ວກໍນໍາໄປຂາຍໃຫ້ຂະບວນການ. ມາວັນທີ 18 ກັນຍາ 2018, ຜູ້ກ່ຽວໄດ້ໃຫ້ ທ້າວ ເຈເກາະ ໄປຊື້ຢາບ້າມາໃຫ້. ຈາກນັ້ນ, ຜູ້ກ່ຽວໄດ້ໄປຮັບເອົາຢາບ້ານໍາ ທ້າວ ເຈເກາະ ຈຶ່ງຖືກກັກຕົວໄປດໍາເນີນຄະດີ.
ປັດຈຸບັນ, ເຈົ້າໜ້າທີ່ພວມສະຫຼຸບສໍານວນຄະດີສົ່ງໃຫ້ໄອຍະການ ເພື່ອດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.