ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ

ວັນທີ 5 ຕຸລາ 2018 ທີ່ຜ່ານມາ, ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ສຳພາດກ່ຽວກັບການເໜັງຕີງຂອງລາຄານ້ຳມັນເຊື້ອໄຟ ວ່າ:

 ຫຼັງຈາກການປັບລາຄານໍ້າມັນເຊື້ອໄຟໃນຕະຫຼາດໂລກ ມີການເໜັງຕີງເພີ່ມຂຶ້ນ ໃນວັນທີ 6 ກັນຍາ 2018 ຜ່ານມາ, ສຳລັບ ສປປ ລາວ ກໍມີການປັບຂຶ້ນລາຄາເຊັ່ນດຽວກັນ ດັ່ງນັ້ນເພື່ອເປັນການປະກອບສ່ວນສ້າງເງື່ອນໄຂໃຫ້ ສປປ ລາວ ມີນ້ຳມັນຊົມໃຊ້ຕະຫຼອດໃນໄລຍະທີ່ນ້ຳມັນເຊື້ອໄຟ ມີການເໜັງຕີງເພີ່ມຂຶ້ນ ຈຶ່ງຮຽກຮ້ອງໃຫ້ປະຊາຊົນລາວບັນດາເຜົ່າ ຈົ່ງເຂົ້າໃຈ ແລະ ຊ່ວຍກັນປະຢັດໃນການຊົມໃຊ້ນໍ້າມັນເຊື້້ອໄຟ.

ທ່ານ ສົມຈິດ ອິນທະມິດ

ທ່ານກ່າວວ່າ: ປັດຈຸບັນ,  ເຫັນວ່າລາຄານ້ຳມັນເຊື້ອໄຟໃນຕະຫຼາດໂລກ ຍັງສືບຕໍ່ເໜັງຕີງເພີ່ມຂຶ້ນ ໂດຍສົມທຽບລາຄາສະເລ່ຍນໍ້າມັນເຊື້ອໄຟສໍາເລັດຮູບຕະຫຼາດສິງກະໂປ ຄັ້ງວັນທີ 6-18 ກັນຍາ 2018 ( ບວກຄ່າຂົນສົ່ງ, ຄ່າປະກັນໄພ, ຄ່າເອກະສານ ແລະ ຄ່າໃຊ້ຈ່າຍຕ່າງໆ ຮອດລາວ ) ກັບ ລາຄານຳເຂົ້າທີ່ຈັດຕັ້ງປະຕິບັດ ຄັ້ງວັນທີ 6 ກັນຍາ 2018 ເຫັນວ່າ: ລາຄານ້ຳມັນແອັດຊັງພິເສດ ເໜັງຕີງຂຶ້ນ 230 ກີບຕໍ່ລິດ ( ຄິດເປັນ 4,5% ) ຈາກລາຄາ 5.150 ກີບຕໍ່ລິດ ເພີ່ມຂຶ້ນເປັນ 5.380 ກີບຕໍ່ລິດ, ນໍ້າມັນແອັດຊັງທຳມະດາ ເພີ່ມຂຶ້ນ 330 ກີບຕໍ່ລິດ ( ຄິດເປັນ 6,5% ) ຈາກລາຄາ 4.910 ກີບຕໍ່ລິດ ເພີ່ມຂຶ້ນເປັນ 5.240 ກີບຕໍ່ລິດ ແລະ ນໍ້າມັນກາຊວນ ເພີ່ມຂຶ້ນ 310 ກີບຕໍ່ລິດ ( ຄິດເປັນ 6,1% ) ຈາກລາຄາ 5.130 ກີບຕໍ່ລິດ ເພີ່ມຂຶ້ນເປັນ 5.440 ກີບຕໍ່ລິດ.

ພາບປະກອບ

ປັດໄຈຂອງການປັບລາຄານໍ້າມັນເຊື້ອໄຟພາຍໃນ ສປປ ລາວ ກໍແມ່ນເກີດຈາກການເໜັງຕີງຂຶ້ນ-ລົງຂອງລາຄານໍ້າມັນເຊື້ອໄຟໃນຕະຫຼາດໂລກ ແລະ ພາກພື້ນ ເນື່ອງຈາກວ່າ ສປປ ລາວ ນຳເຂົ້ານ້ຳມັນເຊື້ອໄຟ 100% ແລະ ລາຄາໃນຕະຫຼາດໂລກ ກໍເໜັງຕີງເພີ່ມຂຶ້ນ.

ດ້ວຍເຫດນັ້ນ, ຈຶ່ງມີຄວາມຈຳເປັນຕ້ອງປັບລາຄານ້ຳມັນເຊື້ອໄຟພາຍໃນປະເທດຂຶ້ນ ໂດຍຄັ້ງນີ້ແມ່ນໄດ້ປັບລາຄານ້ຳມັນແອັດຊັງພິເສດຂຶ້ນ 230 ກີບຕໍ່ລິດ, ນໍ້າມັນແອັດຊັງທຳມະດາ 200 ກີບຕໍ່ລິດ ແລະ ນ້ຳມັນກາຊວນ 200 ກີບຕໍ່ລິດ ເຮັດໃຫ້ລາຄາຂາຍຍ່ອຍໜ້າປໍ້າ ( ສະເພາະນະຄອນຫຼວງວຽງຈັນ ) ເພີ່ມຂຶ້ນ ຄື: ນໍ້າມັນແອັດຊັງພິເສດ 10.860 ກີບຕໍ່ລິດ, ນໍ້າມັນແອັດຊັງທຳມະດາ 9.660 ກີບຕໍ່ລິດ ແລະ ນ້ຳມັນກາຊວນ 8.690 ກີບຕໍ່ລິດ ໂດຍເລີ່ມປະຕິບັດແຕ່ເວລາ 6:00 ໂມງ ຂອງວັນທີ 4 ຕຸລາ 2018 ເປັນຕົ້ນໄປ. ໃນຕໍ່ໜ້າ ຫາກລາຄານໍ້າມັນເຊື້ອໄຟໃນຕະຫຼາດໂລກ ມີການສືບຕໍ່ເໜັງຕີງສູງຂຶ້ນ ຫຼື ຫຼຸດລົງ ກໍມີຄວາມຈຳເປັນຕ້ອງໄດ້ຄົ້ນຄວ້າປັບລາຄາໃໝ່.

ຕໍ່ສະພາບການດັ່ງກ່າວ, ທ່ານ ສົມຈິດ ອິນທະມິດ ຈຶ່ງຮຽກຮ້ອງໃຫ້ທຸກພາກສ່ວນເຂົ້າໃຈເຖິງແນວທາງນະໂຍບາຍຂອງລັດຖະບານ ໃນການປະຄອງລາຄານໍ້າມັນເຊື້ອໄຟບໍ່ໃຫ້ເໜັງຕີງຂຶ້ນສູງດ້ວຍຈັງຫວະກະໂດດຂັ້ນ ເຊິ່ງຈະເປັນຜົນກະທົບຕໍ່ຜູ້ຊົມໃຊ້ ແລະ ພື້ນຖານເສດຖະກິດຢ່າງແຮງ ໂດຍຫຼຸດຄັງແຮ, ຄ່າກວດນັບບໍລິມາດ, ຄ່າກວດສອບຄຸນນະພາບ ແລະ ກຳໄລຂອງຜູ້ປະກອບການນຳເຂົ້ານໍ້າມັນເຊື້ອໄຟ.

ພາບປະກອບ

ພ້ອມດຽວກັນນີ້, ຮຽກຮ້ອງໃຫ້ປະຊາຊົນລາວບັນດາເຜົ່າ ຈົ່ງເຂົ້າໃຈ ແລະ ຊ່ວຍກັນປະຢັດໃນການຊົມໃຊ້ນໍ້າມັນເຊື້້ອໄຟ. ສຳລັບຜູ້ປະກອບການທົ່ວໄປ ຈົ່ງຢ່າສວຍໂອກາດຂຶ້ນລາຄານໍ້າມັນເຊື້ອໄຟຕາມລະພັງໃຈ, ກັກຕຸນ ໃນເວລານ້ຳມັນເຊື້ອໄຟເໜັງຕີງສູງຂຶ້ນ, ຫາກພົບເຫັນການສວຍໂອກາດຂຶ້ນລາຄາ ແມ່ນຈະໄດ້ໃຊ້ມາດຕະການຕາມລະບຽບກົດໝາຍ.