ກອງປະຊຸມພົບປະລະຫວ່າງ ຄະນະຜູ້ແທນສະຫະພັນນັກຮົບເກົ່າ ແຂວງຫຼວງນ້ຳທາ ສປປ ລາວ ກັບ ຄະນະຜູ້ແທນຄະນະປະສານງານ, ອະດີດຊ່ຽວຊານ ທະຫານອາສາສະໝັກ ແຂວງຟູເຖາະ, ອຽນບາຍ, ລາວກາຍ ສສ ຫວຽດນາມ ໄດ້ຈັດຂຶ້ນໃນອາທິດຜ່ານມາ, ນຳໂດຍ ພັທ ແສງວັນດີ ວາໄຊຍີ ປະທານສະຫະພັນນັກຮົບເກົ່າ ແຂວງຫຼວງນ້ຳທາ ແລະ ທ່ານ ວູ່ກວາງຍາກ ປະທານສະຫະພັນນັກຮົບເກົ່າ ແຂວງຟູເຖາະ ພ້ອມດ້ວຍຄະນະ.

ການພົບປະຂອງສອງຝ່າຍ ຄັ້ງນີ້ໄດ້ສ່ອງແສງໃຫ້ເຫັນເຖິງຄວາມສາມັກຄີພິເສດ ລະຫວ່າງ ສອງການຈັດຕັ້ງ ນັກຮົບເກົ່າ ກໍຄືລະຫວ່າງສອງຊາດລາວ-ຫວຽດນາມ ອ້າຍ-ນ້ອງ ມີມູນເຊື້ອມາແຕ່ສະໄໝຕໍ່ສູ້ປົດປ່ອຍປະເທດຊາດ, ເຊິ່ງໄດ້ເຄີຍຮ່ວມຂຸມຄອງຮົບອັນດຽວກັນ,ຕີສັດຕູໂຕດຽວກັນ ຕ້ານພວກລ່າເມືອງຂຶ້ນແບບເກົ່າ-ໃໝ່ ຈົນໄດ້ຮັບໄຊຊະນະອັນຍິ່ງໃຫຍ່. ສາຍພົວພັນລາວ- ຫວຽດນາມ ໄດ້ຮັບການກໍ່ຕັ້ງ ແລະ ເພີ່ມພູນຄູນສ້າງ ເບັ່ງບານຂຶ້ນເລື້ອຍໆ ຈົນໄດ້ກາຍເປັນຄວາມສາມັກຄີພິເສດ-ຄວາມຮ່ວມມືຮອບດ້ານໂປ່ງໃສ ນັ້ນແມ່ນມໍລະດົກອັນລ້ຳຄ່າ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ.ຈາກນັ້ນຄະນະຜູ້ແທນໄດ້ເຂົ້າຢ້ຽມຢາມ ທ່ານ ບຸນຍີ່ ແກ້ວຄູນເມືອງ ຮອງເຈົ້າແຂວງໆຫຼວງນ້ຳທາ ພ້ອມທັງແຈ້ງຈຸດປະສົງການມາ ແຂວງຫຼວງນ້ຳທາ ຄັ້ງນີ້ ເພື່ອເປັນການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫຼວງນ້ຳທາ ເປັນ ຕົ້ນແມ່ນ ຮັດແໜ້ນຄວາມສາມັກຄີແບບ ພິເສດລາວ-ຫວຽດນາມອ້າຍ-ນ້ອງ,ເຊິ່ງມີຄວາມໝາຍສຳຄັນແຫ່ງສາຍພົວພັນ ໄມຕີຈິດ ມິດຕະພາບ ແລະ ມີຄວາມສາມັກຄີພິເສດລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.