ຮ້ານອາເມຊອນທາດຫຼວງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ມອບແວ່ນແຍງທາງ ຈໍານວນ 2 ໜ່ວຍ ລວມມູນຄ່າ 4.400.000 ກວ່າກີບ ໃຫ້ກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໃນວັນທີ 9 ພະຈິກຜ່ານມາ ເພື່ອນໍາໄປຕິດຕັ້ງຢູ່ທາງເຂົ້າ-ອອກ ຢູ່ພະແນກເປີດທາງ ແລະ ພະແນກທາງຫຼວງ ຢູ່ໂພນພະເນົາ.

ຕາງໜ້າມອບໂດຍ ທ່ານ ດາວປະເສີດ ບຸບຜາລັດ ເຈົ້າຂອງຮ້ານອາເມຊອນທາດຫຼວງ ຮັບໂດຍ ພັທ ກົງສີ ສຸວັນນະຕຸ້ມ ຫົວໜ້າກົມຕໍາຫຼວດຈະລາຈອນ ໂດຍມີພະນັກງານທັງສອງພາກສ່ວນເຂົ້າຮ່ວມເປັນສັກຂີພະຍານ.

ໂອກາດດຽວກັນ, ທ່ານຫົວໜ້າກົມໄດ້ມອບໃບກຽດຕິຄຸນໃຫ້ຮ້ານອາເມຊອນ ທີ່ມອບເຄື່ອງໃຫ້ໃນຄັ້ງນີ້ ເພື່ອເປັນການຕອບແທນນໍ້າໃຈທີ່ປະກອບສ່ວນເຂົ້າໃນວຽກງານປ້ອງກັນຄວາມ ສະຫງົບ ແລະ ຂໍສັນຍາວ່າຈະນໍາໃຊ້ເຄື່ອງດັ່ງກ່າວໃຫ້ເກີດປະໂຫຍດສູງສຸດ; ສ່ວນບັນດາຈຸດອື່ນໆທີ່ຍັງສັບສົນ ແລະ ມີຄວາມສ່ຽງພາໃຫ້ເກີດອຸບັດຕິເຫດ ທາງກົມຍັງຈະສືບຕໍ່ລະດົມທຶນ ຈາກສັງຄົມ ເພື່ອນໍາເອົາແວ່ນແຍງທາງມາຕິດຕັ້ງໃຫ້ຄົບຕາມຈໍານວນທີ່ຕ້ອງການ.