ລມຕ ກະຊວງ ປກສ ຊີ້ນຳຄະນະ ກົມ 501 ສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ ພະນັກງານ-ນັກຮົບ

0
1364

ພົທ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງ ປກສ ໄດ້ມີທິດຊີ້ນຳຕໍ່ຄະນະພັກ-ຄະນະບັນຊາ ກົມໃຫຍ່ການເມືອງ (ກົມ 501) ໃຫ້ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ ແລະ ພະນັກງານ-ນັກຮົບ ມີແນວຄິດອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງພັກເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ-ຂອງກຳລັງ ປກສ ຈັດຕັ້ງຜັນຂະຫຍາຍເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະ ໃຫ້ໄດ້ຮັບໝາກຜົນສູງສຸດ.

ພົທ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ

ການຊີ້ນຳຄັ້ງນີ້, ມີຂຶ້ນໃນໂອກາດທີ່ທ່ານເຂົ້າຮ່ວມໃນກອງປະຊຸມລາຍງານຜົນການເຄື່ອນໄຫວຂອງ ກົມໃຫຍ່ການເມືອງ ກະຊວງ ປກສ ໃນວັນທີ 3 ມັງກອນ 2019 ທ່ານກ່າວວ່າ:

ຄະນະພັກ-ຄະນະບັນຊາກົມໃຫຍ່ການເມືອງ ປກສ ຈົ່ງເພີ່ມທະວີສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ ແລະ ພະນັກງານ-ນັກຮົບເປັນປົກກະຕິ. ໂດຍນຳພາຄົ້ນຄວ້າຮໍ່າຮຽນເອກະສານມູນເຊື້ອສຳຄັນຕ່າງໆຂອງພັກ-ຂອງຊາດ ແລະ ຂອງກຳລັງ ປກສ, ບັນດາມະຕິ, ຄຳສັ່ງຕ່າງໆມາຈັດຕັ້ງເຜີຍແຜ່ ເພື່ອເຮັດໃຫ້ພະນັກງານໄດ້ຮັບຮູ້, ເຂົ້າໃຈ, ເຊື່ອມຊຶກກຳແໜ້ນຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ມີສະຕິຕໍ່ການຈັດຕັ້ງສູງ, ແນໃສ່ໃຫ້ແຕ່ລະສະຫາຍມີຄຸນທາດການເມືອງໜັກແໜ້ນ, ເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ມີຄວາມຕື່ນຕົວຫ້າວຫັນເຮັດໜ້າທີ່ວຽກງານວິຊາສະເພາະ ທີ່ການຈັດຕັ້ງມອບໝາຍໃຫ້ສຳເລັດດ້ວຍຄວາມຮັບຜິດຊອບສູງ; ຕັ້ງໜ້າກໍ່ສ້າງພັກ, ພະນັກງານ-ນັກຮົບ ໂດຍຍູ້ແຮງຂະບວນການກໍ່ສ້າງກົມກອງປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ແລະ ການຂະຫຍາຍພັກ ຕ້ອງຮັບປະກັນຜູ້ດີເດັ່ນຈາກວຽກງານຕົວຈິງ ຢູ່ຮາກຖານ;

ພົຈວ ອຸ່ນຫຼ້າ ວົງພະຈັນ

ປັບປຸງແບບແຜນວິທີເຮັດວຽກ ໃຫ້ມີລັກສະນະປະຕິວັດບຸກ, ມີວິທະຍາສາດແທດເໝາະກັບສະພາບຕົວຈິງ ແລະ ໂປ່ງໃສ່, ມີການແບ່ງວຽກງານໃຫ້ບຸກຄົນຮັບຜິດຊອບຢ່າງຈະແຈ້ງ ພ້ອມທັງສົມທົບຢ່າງກົມກຽວລະຫວ່າງ ບົດບາດ-ຄວາມສາມາດນຳພາຂອງໝູ່ຄະນະ ກັບ ບົດບາດ-ຄວາມສາມາດນຳພາຂອງບຸກຄົນ ໃນຄະນະ, ມີການປະດິດຄິດສ້າງ, ກ້າຄິດ, ກ້າເຮັດ ແລະ ກ້າຮັບຜິດຊອບ ໂດຍຖືເອົາຜົນປະໂຫຍດຂອງຊາດ ແລະ ຂອງປະຊາຊົນ ເປັນບ່ອນອີງ ແລະ ສືບຕໍ່ສ້າງພະນັກງານສືບທອດປ່ຽນແທນ ໃຫ້ມີລັກສະນະຕໍ່ເນື່ອງໃນແຕ່ລະຂັ້ນ ພ້ອມທັງປະຕິບັດນະໂຍບາຍຕ່າງໆຕໍ່ພະນັກງານອ້ອມຂ້າງກົມໃຫຍ່ການເມືອງ ຢ່າງຕໍ່ເນື່ອງ ເພື່ອຮັບປະກັນໃຫ້ການປະຕິບັດວຽກງານດ້ານຕ່າງໆມີຜົນສຳເລັດ.

ກອງປະຊຸມລາຍງານຜົນການເຄື່ອນໄຫວຂອງ ກົມໃຫຍ່ການເມືອງ ກະຊວງ ປກສ

ພົຈວ ອາລູ ວາລີຊື ຫົວໜ້າກົມໃຫຍ່ການເມືອງ ປກສ ຂຶ້ນຜ່ານບົດລາຍງານການເຄື່ອນໄຫວນຳພາຂອງ ກົມໃຫຍ່ການເມືອງ ປກສ ວ່າ:

ພົຈວ ອາລູ ວາລີຊື ຫົວໜ້າກົມໃຫຍ່ການເມືອງ ປກສ

ຕະຫຼອດໄລຍະຜ່ານມາ, ຄະນະພັກ-ຄະນະບັນຊາ ກົມໃຫຍ່ການເມືອງ ປກສ ແຕ່ລະຂັ້ນໄດ້ເອົາ ໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ ແລະ ພະນັກງານ-ນັກຮົບດ້ວຍຫຼາຍວິທີ ໂດຍໄດ້ຈັດຕັ້ງຮໍ່າຮຽນ, ຄົ້ນຄວ້າເຊື່ອມຊຶມບັນດາມະຕິ, ຄຳສັ່ງ ແລະ ເອກະສານສຳຄັນຕ່າງໆຂອງພັກ-ຂອງຊາດ ແລະ ຂອງກຳລັງ ປກສ

ເພື່ອເຮັດໃຫ້ແຕ່ລະສະຫາຍມີຄຸນທາດການເມືອງໜັກແໜ້ນ, ເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ມີຄວາມຫ້າວຫັນເຮັດໜ້າທີ່ວຽກງານທີ່ຂັ້ນເທິງມອບໝາຍໃຫ້ ດ້ວຍຄວາມຮັບຜິດຊອບສູງ ແລະ ວຽກງານປິ່ນອ້ອມຢ່າງມີຜົນສຳເລັດເປັນກ້າວໆ ຕິດພັນກັບ 3 ທາດແທ້ 7 ມູນເຊື້ອຂອງກຳລັງ ປກສ ມາຈັດຕັ້ງເຜີຍແຜ່ ໂດຍຜ່ານສື່ມ່ວນຊົນ ປກສ ທີ່ເປັນກະບອກສຽງໃຫ້ແກ່ກຳລັງ ປກສ ໃນການເຜີຍແຜ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ບັນດາຜົນງານການປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງກຳລັງ ປກສ ໃນການເປັນເຈົ້າການຕອບຕ້ານຖ້ອຍທຳນອງບິດເບືອນຂອງພວກຄົນບໍ່ດີຢ່າງມີປະສິດທິພາບ;

ລມຕ ກະຊວງ ປກສ ຊີ້ນຳຄະນະ ກົມ 501

ໃນນັ້ນ, ຜະລິດລາຍການອອກອາກາດໄດ້ 20.109 ຄັ້ງ, ຜະລິດ ແລະ ຈຳໜ່າຍໜັງສືພິມ ປກສ ໄດ້ 719,308 ສະບັບ, ພິມວາລະສານໄດ້ 41.308 ຫົວ ແລະ ໄດ້ເຄື່ອນໄຫວເກັບກໍາຂ່າວຢູ່ບັນດາກົມກອງອ້ອມຂ້າງ ກະຊວງ ແລະ ທ້ອງຖິ່ນ ແລະ ກອງປະຊຸມຕ່າງໆທີ່ຈັດຂຶ້ນຢູ່ ສປປ ລາວ ເປັນປົກກະຕິຢ່າງຜົນສຳເລັດ.