ພະລາທິການ ປກສ ປິດຊຸດຝຶກອົບຮົມລະບຽບໃຫ້ກຳລັງໃໝ່ ແລະ ທົນແທນ

0
2499

ກົມໃຫຍ່ພະລາທິການ ກະຊວງ ປກສ ຈັດພິທີປິດຊຸດຝຶກອົບຮົມລະບຽບໃຫ້ກຳລັງໃໝ່ ແລະ ກຳລັງທົດແທນ ໃນວັນທີ 11 ມັງກອນ 2019, ໂດຍການເປັນປະທານຂອງ ພັທ ສີທອນ ພິມສີວົງ ຫົວໜ້າຫ້ອງການເມືອງ, ມີບັນດາຄະນະຫ້ອງ, ກົມ, ກອງ, ຄະນະອໍານວຍການໂຮງໝໍ 5 ເມສາ, ຄູ-ອາຈານ ພ້ອມດ້ວຍນັກຝຶກອົບຮົມທີ່ເປັນກຳລັງໃໝ່ ແລະ ກຳລັງທົດແທນທີ່ເຂົ້າຮ່ວມ.

ເປັນປະທານໂດຍ ພັທ ສີທອນ ພິມສີວົງ

ການຝຶກອົບຮົມໃຊ້ເວລາ 15 ວັນ ເລີ່ມແຕ່ວັນທີ 26 ທັນວາ 2018-11 ມັງກອນ 2019, ລວມມີ 105 ຊົ່ວໂມງ ເຊິ່ງປະກອບດ້ວຍພາກທິດສະດີ 5 ວັນ ແລະ ພາກປະຕິບັດຕົວຈິງ 10 ວັນ.

ໃນການຝຶກອົບຮົມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຄົ້ນຄວ້າຮໍ່າຮຽນເອກະສານສໍາຄັນຕ່າງໆ ເຊິ່ງລວມມີ 6 ເອກະສານ ຄື:

ມີບັນດາຄະນະຫ້ອງ, ກົມ, ກອງ, ຄະນະອໍານວຍການໂຮງໝໍ 5 ເມສາ, ຄູ-ອາຈານ ພ້ອມດ້ວຍນັກຝຶກອົບຮົມທີ່ເປັນກຳລັງໃໝ່ ແລະ ກຳລັງທົດແທນທີ່ເຂົ້າຮ່ວມ

ເອກະສານຝຶກຝົນຫຼ່ໍຫຼອມຄຸນສົມບັດສິນທໍາປະຕິວັດຂອງພະນັກງານ-ນັກຮົບໃນໄລຍະໃໝ່, ເອກະສານຕ້ານຍຸດທະສາດການຫັນປ່ຽນໃໝ່ໂດຍສັນຕິຂອງສັດຕູ, ກົດໝາຍວ່າດ້ວຍ ວຽກງານປ້ອງກັນຄວາມສະຫງົບ, ພາລະບົດບາດຂອງກົມໃຫຍ່ພະລາທິການ ປກສ, ຄຳປະຕິຍານ 8 ຂໍ້ ແລະ ລະບຽບວິໄນ 8 ຂໍ້ ຂອງກຳລັງປະກອບອາວຸດ, 3 ທາດແທ້, 7 ມູນເຊື້ອຂອງກຳລັງ ປກສ, 7 ລະບອບ,18 ວຽກ ໃນໜຶ່ງມື້ຂອງກໍາລັງ ປກສ ແລະ ເອກະສານຈັນຍາບັນວິຊາຊີບປິ່ນປົວຂອງທ່ານໝໍ.

ບັນດາກໍາລັງໃໝ່ ແລະ ກໍາລັງທົດແທນ

ພາຍຫຼັງສໍາແລ້ວການຮໍ່າຮຽນພາກທິດສະດີແລ້ວ, ບັນດາກໍາລັງໃໝ່ ແລະ ກໍາລັງທົດແທນ ໄດ້ຝຶກແອບລະບຽບຂອງກຳລັງພາກປະຕິບັດຕົວຈິງ ແລະ ພາກຍຸດທະສິນ. ໃນນັ້ນ, ມີລະບຽບມືເປົ່າຄົງທີ່, ໝູ່ແຖວຕັ້ງ, ໝູ່ແຖວຂວາງ, ໝວດແຖວຕັ້ງ, ໝວດແຖວຂວາງ, ໜ້າເດີນແຖວຢຸດ, ກອງຮ້ອຍເຄົາລົບທຸງ, ເດີນຂະບວນສວນສະໜາມ, ການນໍາໃຊ້ອາວຸດ, ຍິງເປົ້າຕົວຈິງ ເຊິ່ງປະເພດແຂງຄະແນນ 6 ຂຶ້ນໄປ ມີ 43 ສະຫາຍ, ປະເພດກາງຄະແນນ 5 ລົງມາ ມີ 27 ສະຫາຍ.

ພັທ ສີທອນ ພິມສີວົງ ໄດ້ສະແດງຄວາມຊົມເຊີຍຜົນສໍາເລັດຂອງການຝຶກອົບຮົມຄັ້ງນີ້

ພັທ ສີທອນ ພິມສີວົງ ໄດ້ສະແດງຄວາມຊົມເຊີຍຜົນສໍາເລັດຂອງການຝຶກອົບຮົມຄັ້ງນີ້, ພ້ອມທັງເນັ້ນໃຫ້ນັກຝຶກອົບຮົມທີ່ເປັນກຳລັງໃໝ່ ແລະ ກຳລັງທົດແທນທຸກສະຫາຍ ຈົ່ງພ້ອມກັນນຳເອົາບົດຮຽນທີ່ຮຽນມາ ໄປຈັດຕັ້ງປະຕິບັດໃນການເຮັດວຽກງານຕົວຈິງໃຫ້ປະກົດຜົນເປັນຈິງສູງ ສຸດໃນຕໍ່ໜ້າ.