ໃຫ້ກຽດປາຖະກະຖາໂດຍ ພົຈວ ອຸ່ນຫຼ້າ ວົງພະຈັນ

ວັນທີ 18 ມັງກອນ 2019, ກົມໃຫຍ່ການເມືອງ, ກອງບັນຊາການປ້ອງກັນສູນກາງ, ລັດວິສາຫະກິດລາວ ບໍລິການຄວາມປອດໄພ (ລປພ) ທີ່ຂຶ້ນກັບ ກະຊວງ ປກສ ແລະ ຫ້ອງວ່າການສໍານັກງານນາຍົກ ຈັດພິທີປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ (20 ມັງກອນ 1949-20 ມັງກອນ 2019)

ແຕ່ລະພາກສ່ວນປາຖະກະຖາມີ ພົຈວ ອຸ່ນຫຼ້າ ວົງພະຈັນ  ແລະ ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອງ, ພັອ ຄຳເຄື່ອງ ບຸນວິໄລ ຫົວໜ້າກອງບັນຊາການປ້ອງກັນສູນກາງ, ພັທ ຄໍາເຟືອນ ພົມມະຈັນ ຮອງອໍານວຍການ ລປພ ແລະ ພົຈວ ຄໍາຫອມ ແສງບົວລົມ ຮອງປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ ພ້ອມທັງມີພະນັກງານແຕ່ລະພາກສ່ວນ ເຂົ້າຮ່ວມ.

ພັທ ບຸນສີ ທຳມະລັງສີ

ການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງ ກອງທັບປະຊາຊົນລາວ ທີ່ສາມາດສ້າງໄດ້ວິລະກຳທີ່ເປັນມູນເຊື້ອທາດແທ້ອັນສະຫງ່າລາສີ

ກອງທັບປະຊາຊົນລາວ ແມ່ນໄດ້ຜ່ານຂະບວນວິວັດແຫ່ງການດຳເນີນການຕໍ່ສູ້ກູ້ຊາດ ເພື່ອປົດປ່ອຍປະເທດຊາດ-ປົດປ່ອຍປະຊາຊົນລາວບັນດາເຜົ່າອອກຈາກການກົດຂີ່ຂູດຮີດຂອງສັກດີນາ ແລະ ຈັກກະພັດຕ່າງຊາດ, ເພື່ອຄວາມເປັນເອກະລາດແຫ່ງຊາດ, ຄວາມມີອິດສະຫຼະພາບ ແລະ ຄວາມສົມບູນພູນສຸກມາສູ່ປະຊາຊົນລາວບັນດາເຜົ່າ ໂດຍມີ ພັກປະຊາຊົນປະຕິວັດລາວ ເປັນຜູ້ຈັດຕັ້ງຊີ້ນຳ-ນຳພາໂດຍກົງ, ເດັດຂາດ ແລະ ຮອບດ້ານ.

ເຊິ່ງໃນວັນທີ 20 ມັງກອນ 1949 ແມ່ນ ວັນສ້າງຕັ້ງກອງທັບລາວອິດສະຫຼະ ( ກອງທັບປະຊາຊົນລາວ ໃນປັດຈຸບັນ ) ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຢູ່ເຂດລາວຮຸ່ງພຽງສາ ເມືອງຊຽງຄໍ້ ແຂວງຫົວພັນ ໂດຍແມ່ນ ປະທານ ໄກສອນ ພົມວິຫານ ເປັນຜູ້ບັນຊາໂດຍກົງ.

ມີບັນດາພະນັກງານຫຼັກແຫຼ່ງແຕ່ລະພາກສ່ວນ ເຂົ້າຮ່ວມ

ນັບແຕ່ໄດ້ຮັບການສ້າງຕັ້ງມາ ໂດຍພາຍໃຕ້ການນຳພາຂອງພັກ ທີ່ມີແນວທາງການເມືອງ ແລະ ການທະຫານອັນຖືກຕ້ອງ ແລະ ປະດິດສ້າງ, ກອງທັບປະຊາຊົນລາວ ໄດ້ເຕີບໃຫຍ່ເຂັ້ມແຂງ ແລະ ກ້າວຂຶ້ນຍາດເອົາໄຊຊະນະຢ່າງເນື່ອງນິດລຽນຕິດ, ຍິ່ງຕີຍິ່ງເຕີບໃຫຍ່ເຂັ້ມແຂງໃນແຕ່ລະໄລຍະ.

ພົ້ນເດັ່ນກວ່າໝູ່ແມ່ນ ໄລຍະປີ 1973-1975

ແມ່ນເປັນໄລຍະແຫ່ງ ການຕໍ່ສູ້ປົກປັກຮັກສາສັນຕິພາບ, ຄວາມຖືກຕ້ອງປອງດອງຊາດ, ປຸກລະດົມຂົນຂວາຍປະຊາຊົນບຸກໂຈມຕີຮອບດ້ານ ແລະ ນຳໃຊ້ 3 ບາດຄ້ອນຍຸດທະສາດ ( ການລຸກຮື້ຂຶ້ນຂອງມະຫາຊົນ, ການໜູນໜີບຂອງ ກຳລັງປະກອບອາວຸດ ແລະ ການແຍກຕົວອອກຂອງ ກຳລັງທະຫານສັດຕູ ) ຈົນສາມາດປົດປ່ອຍປະເທດຊາດຢ່າງສົມບູນ ແລະ ສ້າງຕັ້ງລະບອບ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975.

ຫ້ອງວ່າການສໍານັກງານນາຍົກ ຈັດພິທີປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວ

ພ້ອມດຽວກັນນີ້, ລປພ ຍັງໄດ້ເຊື່ອມຊຶມມະຕິຄົບຄະນະ ຄັ້ງທີ 7 ຂອງ ຄະນະບໍລິຫານງານສູນກາງພັກ ສະໄໝທີ X ແລະ ປາຖະກະຖາ ວັນສ້າງຕັ້ງສະຫະພັນແມ່ຍິງ ກຳລັງ ປກສ ຄົບຮອບ 53 ປີ ( 9 ມັງກອນ 1966-9 ມັງກອນ 2019 ) ໃຫ້ພະນັກງານພາຍໃນໄດ້ຮັບຮູ້ ແລະ ນໍາເອົາບົດຮຽນດັ່ງກ່າວ ໄປໝູນໃຊ້ເຂົ້າໃນການປະຕິບັດໜ້າວຽກງານຕົວຈິງ ໃຫ້ເກີດປະໂຫຍດຫຼາຍເທົ່າທີ່ຈະຫຼາຍໄດ້.