ແມ່ຍິງກົມໃຫຍ່ການເມືອງ ຮັບຟັງມູນເຊື້ອ ວັນສ້າງຕັ້ງສະຫະພັນແມ່ຍິງກຳລັງ ປກສ

0
1149

ວັນທີ 18 ມັງກອນ 2019, ບັນດາສະມາຊິກແມ່ຍິງກົມກອງອ້ອມຂ້າງກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ເຂົ້າຮ່ວມຮັບຟັງມູນເຊື້ອ ວັນສ້າງຕັ້ງສະຫະພັນແມ່ຍິງ ກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 53 ປີ (9 ມັງກອນ 1966-9 ມັງກອນ 2019) ເພື່ອພ້ອມກັນເສີມຂະຫຍາຍມູນເຊື້ອອັນດີງາມຂອງແມ່ຍິງ ໃນກຳລັງ ປກສ ຮຸ່ນກ່ອນ ແລ້ວນຳມາໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ໃນໄລຍະໃໝ່ ໃຫ້ປະສົບຜົນສຳເລັດຍິ່ງຂຶ້ນ;

ເປັນກຽດເຂົ້າຮ່ວມໂດຍ ພົຈວ ຄຳກິ່ງ ຜຸຍຫຼ້າມະນີວົງ ຄະນະປະຈຳພັກກົມໃຫຍ່ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ ທັງເປັນຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນຂັ້ນກົມໃຫຍ່ການເມືອງ,  ພັທ ນາງ ຈັນເດືອນ ເທພະວົງ ປະທານສະຫະພັນແມ່ຍິງກົມໃຫຍ່ການເມືອງ ປກສ.

ເປັນປະທານໂດຍ ພົຈວ ອາລູ ວາລີຊີ ແລະ ພັອ ນາງ ວັດຊະລີ ສິດທິລືໄຊ

ພັອ ນາງ ວັດຊະລີ ສິດທິລືໄຊ ປະທານສະຫະພັນແມ່ຍິງກະຊວງ ປກສ ໄດ້ປາຖະກະຖາໃຫ້ຮູ້ວ່າ:

ວັນທີ 9 ມັງກອນ 1966 ແມ່ນ ວັນສ້າງຕັ້ງສະຫະພັນແມ່ຍິງກຳລັງປ້ອງກັນຄວາມສະຫງົບ ແລະ ຕິດພັນກັບມູນເຊື້ອຂອງຊາດ, ຂອງພັກ, ຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ;

ນັບແຕ່ໄດ້ຮັບການສ້າງຕັ້ງເປັນຕົ້ນມາ, ແມ່ຍິງກຳລັງ ປກສ ໄດ້ປະກອບສ່ວນເຂົ້າໃນຫຼາຍພາລະກິດອັນພົ້ນເດັ່ນແມ່ນ ການປະກອບສ່ວນພາລະກິດປົດປ່ອຍປະເທດຊາດປີ 1973-1975 ພະນັກງານ-ນັກຮົບເພດຍິງໃນກຳລັງ ປກສ ໄດ້ມີນໍ້າໃຈຕໍ່ສູ້ພິລະອາດຫານ, ມີການເຕີບໃຫຍ່ຂະຫຍາຍຕົວຢ່າງໄວວາ ໂດຍຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງພັກ, ຂອງການປະຕິວັດ, ຫຼາຍສະຫາຍໄດ້ກາຍເປັນແບບຢ່າງດີເດັ່ນ ແລະ ໄດ້ປະກອບສ່ວນສ້າງວິລະກຳອັນລໍ້າເລີດ.

ບັນດາສະມາຊິກແມ່ຍິງກົມກອງອ້ອມຂ້າງກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ເຂົ້າຮ່ວມຮັບຟັງມູນເຊື້ອ

ສ້າງຜົນງານອັນໃຫຍ່ຫຼວງໃຫ້ແກ່ການປະຕິວັດຊາດປະຊາທິປະໄຕ ມີຜົນສຳເລັດຢ່າງສະຫງ່າງາມ, ສາມາດປົດປ່ອຍປະເທດຊາດຢ່າງສົມບູນ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975.

ພາກສ່ວນທີ່ເຂົ້າຮ່ວມໃນການຮັບຟັງມູນເຊື້ອ ວັນສ້າງຕັ້ງສະຫະພັນແມ່ຍິງ

ມູນເຊື້ອອັນດີງາມຂອງສະຫະພັນແມ່ຍິງກຳລັງ ປກສ ແມ່ນມີຄວາມຕັ້ງຕໍ່ບໍລິສຸດ, ຈົງຮັກພັກດີຕໍ່ພັກ, ຕໍ່ປະຊາຊົນ, ມີນໍ້າໃຈເສຍສະລະສູງສົ່ງ, ອົດທົນຜ່ານຜ່າຄວາມຫຍຸ້ງຍາກ, ອົງອາດກ້າຫານ ແລະ ເດັດດ່ຽວຕໍ່ສູ້ບໍ່ຍອມຈຳນົນ, ປະຕິບັດມະຕິ, ຄຳສັ່ງ ແລະ ລະບຽບວິໄນເຂັ້ມງວດ, ມີຄວາມສະດຸ້ງໄວ, ມີໄຫວພິບ, ຫົວຄິດປະດິດສ້າງ, ຕັ້ງໜ້າປັບປຸງ ແລະ ກໍ່ສ້າງຕົນເອງ, ກໍ່ສ້າງການຈັດຕັ້ງໃຫ້ມີຄວາມໜັກແໜ້ນ-ເຂັ້ມແຂງ.