ສະຫຼອງຜົນສຳເລັດ 70 ປີ ຂອງກອງທັບປະຊາຊົນລາວ

ນໍ້າໃຈວັນທີ 20 ມັງກອນ 1949-20 ມັງກອນ 2019 ໝັ້ນຍືນ

0
2395

ພິທີສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ( 20 ມັງກອນ 1949-20 ມັງກອນ 2019 ) ໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ ໃນວັນທີ 20 ມັງກອນ 2019 ຢູ່ ວິທະຍາຄານກົມມະດຳ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ.

ມີບັນດາອະດີດການນຳຂັ້ນສູງພັກ-ລັດ, ລັດຖະມົນຕີຈາກກະຊວງອ້ອມຂ້າງສູນກາງ, ພະນັກງານປະຕິວັດອາວຸໂສ ເຂົ້າຮ່ວມ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ພົອ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາອະດີດການນຳຂັ້ນສູງພັກ-ລັດ, ລັດຖະມົນຕີຈາກກະຊວງອ້ອມຂ້າງສູນກາງ, ພະນັກງານປະຕິວັດອາວຸໂສ, ບັນດາງຜູ້ຕາງໜ້າກອງທັບຈາກຕ່າງປະເທດອ້ອມຂ້າງ, ກົມກອງອ້ອມຂ້າງ, ກຳລັງປະກອບອາວຸດ, ພໍ່-ແມ່ປະຊາຊົນ ແລະ ສື່ມວນຊົນອ້ອມຂ້າງສູນກາງ ເຂົ້າຮ່ວມ.

ໃນພິທີ, ທ່ານ ບຸນຍັງ ວໍລະຈິດ ໄດ້ກ່າວສູນທອນພົດ ເຊິ່ງມີເນື້ອໃນບາງຕອນວ່າ:

ທ່ານ ບຸນຍັງ ວໍລະຈິດ

ກ່ອນໜ້ານີ້ 70 ປີ, ກອງທັບລາວອິດສະຫຼະ ໂດຍແມ່ນຕົ້ນກຳເນີດຂອງ ກອງທັບປົດປ່ອຍ, ກອງທັບປະຊາຊົນລາວ ປັດຈຸບັນໄດ້ຮັບການສ້າງຕັ້ງຂຶ້ນຢູ່ເຂດທີ່ໝັ້ນຕາແສງລາວຮຸ່ງ-ພຽງສາ ເມືອງວຽງໄຊ ແຂວງຫົວພັນ ໂດຍແມ່ນ ປະທານ ໄກສອນ ພົມວິຫານ ທີ່ເຄົາລົບຮັກເປັນຜູ້ປະກາດສ້າງຕັ້ງ ແລະ ບັນຊາໂດຍກົງ ເພາະນັ້ນເປັນເຫດການສໍາຄັນ ແລະ ເປັນບາດລ້ຽວທີ່ເປັນລັກສະນະຕັດສິນ ໃນພາລະກິດຕໍ່ສູ້ປົດປ່ອຍຊາດພາຍໃຕ້ການນຳພາຂອງພັກເຮົາ.

ພິທີເດີນສວນສະໜາມ ເພື່ອສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບ ຄົບຮອບ 70 ປີ ຈາກບັນດາເຫຼົ່າຮົບຕ່າງໆທົ່ວກອງທັບ

ພາຍຫຼັງໄດ້ຮັບການສ້າງຕັ້ງຂຶ້ນ ກອງທັບປະຊາຊົນລາວ ກໍໄດ້ປະເຊີນໜ້າກັບສັດຕູຜູ້ຮ້າຍກາດ ທີ່ມີກຳລັງແຮງເໜືອກວ່າຫຼາຍເທົ່າ ນັບທັງດ້ານກຳລັງພົນ, ອາວຸດ-ຍຸດໂທປະກອນ ແລະອື່ນໆ ແຕ່ດ້ວຍນໍ້າໃຈຮັກຊາດອັນສູງສົ່ງ ແລະ ການສືບທອດມູນເຊື້ອຕໍ່ສູ້ພິລະອາດຫານບໍ່ຍອມຈຳນົນຂອງບັນພະບູລຸດ ແລະ ປະຊາຊົນເຊື້ອຊາດລາວ ໂດຍໄດ້ຮັບການອູ້ມຊູຊ່ວຍເຫຼືອຢ່າງໝົດຈິດໝົດໃຈຈາກ ປະຊາຊົນລາວບັນດາເຜົ່າ ກໍຄື: ການສະໜັບສະໜູນອັນລໍ້າຄ່າຈາກບັນດາປະເທດສັງຄົມນິຍົມອ້າຍ-ນ້ອງ; ດັ່ງນັ້ນ, ກອງທັບປະຊາຊົນລາວ ໄດ້ດຳເນີນການຕໍ່ສູ້ຢ່າງພິລະອາດຫານ ດ້ວຍຄວາມສະຫຼາດສ່ອງໃສຂອງພັກ-ລັດເຮົາ ແລະ ສາມາດຍາດໄດ້ໄຊຊະນະຢ່າງສະຫງ່າງາມ.

ບັນດາງຜູ້ຕາງໜ້າກອງທັບ ຈາກຕ່າງປະເທດອ້ອມຂ້າງ

ກອງທັບປະກອບອາວຸດ ໂດຍເລີ່ມຈາກເປັນ ກອງໂຄສະນາປະກອບອາວຸດ ທີ່ສ້າງຕັ້ງຂຶ້ນໃນທ້ອງຖິ່ນຕ່າງໆ ປະກອບດ້ວຍ ອາວຸດ-ຍຸດໂທປະກອນແບບປະຖົມປະຖານ ໄດ້ເຕີບໃຫຍ່ຂຶ້ນຢ່າງໄວວາທາງດ້ານຈຳນວນ ແລະ ຄຸນນະພາບ, ກາຍເປັນກອງທັບທີ່ມີຫຼາຍກົມກອງ-ເຫຼົ່າຮົບເຂັ້ມແຂງ, ສູ້ຮົບເດັດດ່ຽວອາດຫານ, ຍິ່ງຕີຍິ່ງເຕີບໃຫຍ່, ຍິ່ງຕີກໍ່ຍິ່ງອົງອາດກ້າແກ່ນ ແລະ ຍາດໄດ້ໄຊຊະນະອັນໃຫຍ່ຫຼວງເປັນກ້າວໆ.

ການສະແດງສິລະປະຈາກ ປະຊາຊົນລາວບັນດາເຜົ່າ

ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ ສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975, ກອງທັບປະຊາຊົນລາວ ໄດ້ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍທາດແທ້ມູນເຊື້ອອັນສະຫງ່າງາມຂອງຕົນ.

ການສະແດງສິລະປະຈາກ ກອງສິລະປະກອງທັບ ແລະ ການສະແດງຫັດກາຍມວຍ ຂອງເຫຼົ່າຮົບຕີພິເສດ

ເຊິ່ງຍາມໃດກໍເຊີດຊູສະຕິລະຫວັງຕົວກຽມພ້ອມສູ້ຮົບ ແລະ ສູ້ຮົບມີໄຊ, ເປັນກຳລັງຫຼັກແຫຼ່ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຂອງພັກ, ເຮັດຫຼ້ອນໜ້າທີ່ປົກປັກຮັກສາເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດ ໄວ້ໄດ້ຢ່າງໝັ້ນຄົງ, ຮັບປະກັນສະຖຽນລະພາບທາງດ້ານການເມືອງ ໄດ້ຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບສຸກ ພ້ອມທັງປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງສາພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ ບົນເສັ້ນທາງກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມເລື້ອຍໆມາ.

ບັນດາຜູ້ເຂົ້າຮ່ວມຊົມການສະເຫຼີມສະຫຼອງໃນຄັ້ງນີ້

ການສະເຫຼີມສະຫຼອງຄັ້ງນີ້, ບັນດາຜູ້ເຂົ້າຮ່ວມໄດ້ຮັບຊົມການສະແດງສິລະປະຈາກ ກອງສິລະປະກອງທັບ ແລະ ການສະແດງຫັດກາຍມວຍ ຂອງເຫຼົ່າຮົບຕີພິເສດ, ຂະບວນລົດພະນັກງານປະຕິວັດອາວຸໂສ ຕາມດ້ວຍ ກ້ອນທຸງໄຊກອງທັບປະຊາຊົນລາວ, ກ້ອນກອງທັບອິດສະຫຼະ, ກ້ອນກຳລັງກອງທັບປົດປ່ອຍ, ກ້ອນກຳລັງເພດຍິງ 369, ກ້ອນນາຍທະຫານບົກ, ກ້ອນນາຍທະຫານອາກາດ, ກ້ອນທະຫານຊາຍແດນ, ກ້ອນທະຫານຕີພິເສດ, ກ້ອນທະຫານລົດຕັງ-ຍານເກາະ, ກ້ອນທະຫານປືນໃຫຍ່ໜ້າດິນ, ກ້ອນທະຫານປ້ອງກັນອາກາດ, ກ້ອນທະຫານຊ່າງແສງ, ກ້ອນທະຫານສື່ສານ, ກ້ອນກຳລັງເເພດເພດຍິງ, ກ້ອນທະຫານທ້ອງຖິ່ນ, ກ້ອນກຳລັງກອງຫຼອນ ແລະ ກ້ອນກຳລັງປ້ອງກັນຕົວ.

ການສະແດງໂດດຈ້ອງທາງອາກາດ ປະກອບທຸງຊາດ-ທຸງພັກ ແລະ ທຸງກາ 70 ປີ

ຂະບວນພາຫະນະປະກອບດ້ວຍ ຂະບວນລົດທະຫານຮາບ-ຍານເກາະ, ຂະບວນລົດເຫຼົົ່າຮົບລົດຕັງ-ຍານເກາະ, ຂະບວນເຫຼົ່າຮົບປືນໃຫຍ່ໜ້າດິນ, ຂະບວນລົດເຫຼົ່າຮົບປ້ອງກັນອາກາດ, ຂະບວນລົດເຫຼົ່າຮົບຊ່າງແສງ, ກ້ອນກອງແກວົງກອງທັບປະຊາຊົນລາວ, ການສະແດງຝູງບິນ Mi-17 ຈຳນວນ 3 ລຳ ປະກອບທຸງຊາດ-ທຸງພັກ ແລະ ທຸງກາ 70 ປີ ກອງທັບປະຊາຊົນລາວ, ຝູງບິນ LE-500 ຈຳນວນ 4 ລຳ ແລະ ການສະແດງໂດດຈ້ອງທາງອາກາດ ປະກອບທຸງຊາດ-ທຸງພັກ ແລະ ທຸງກາ 70 ປີ ຢ່າງເປັນຂະບວນຄຶກຄື້ນ ແລະ ເຕັມໄປດ້ວຍຜົນສຳເລັດຢ່າງຈົບງາມ.