ປະດັບຫຼຽນຄໍາແຫ່ງຊາດ ໃຫ້ ກະຊວງປ້ອງກັນປະເທດ

ພິທີປະດັບຫຼຽນຄຳແຫ່ງຊາດ ໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ແດ່ ກະຊວງປ້ອງກັນປະເທດ

0
2566
20 ມັງກອນ 1949-20 ມັງກອນ 2019

ພິທີປະດັບຫຼຽນຄຳແຫ່ງຊາດ ໃຫ້ ກະຊວງປ້ອງກັນປະເທດ ຈັດຂຶ້ນໃນວັນທີ 18 ມັງກອນ 2019 ທີ່ ກະຊວງປ້ອງກັນປະເທດ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ (20 ມັງກອນ 1949-20 ມັງກອນ 2019), ໃຫ້ກຽດປະດັບໂດຍ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ, ມີແຂກຮັບເຊີນ, ບັນດາຄະນະພັກ-ຄະນະນຳກະຊວງ ພ້ອມດ້ວຍພະນັກງານຫຼັກແຫຼ່ງອ້ອມຂ້າງກະຊວງ ເຂົ້າຮ່ວມ.

ພົອ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ

ໃນພິທີ, ທ່ານ ສີພຸກ ວົງພັກດີ ຮອງລັດຖະມົນຕີກະຊວງພາຍໃນ ໄດ້ຂຶ້ນຜ່ານລັດຖະດຳລັດຂອງ ປະທານປະເທດ ສະບັບເລກທີ 294/ປປທ ລົງວັນທີ 21 ພະຈິກ 2018 ວ່າດ້ວຍ ການປະດັບຫຼຽນຄໍາແຫ່ງຊາດ ເຊິ່ງເປັນຫຼຽນສູງສຸດຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃຫ້ ກະຊວງປ້ອງກັນປະເທດ ທີ່ມີຜົນງານອັນໃຫຍ່ຫຼວງໃນການຕໍ່ສູ້ກູ້ຊາດຕ້ານຈັກກະພັດຜູ້ຮຸກຮານ ແລະ ໄລຍະແຫ່ງການປົກປັກຮັກສາ ແລະ ພັດທະນາປະເທດຊາດ; ກອງທັບ ຍາມໃດກໍຈົງຮັກພັກດີຕໍ່ປະເທດຊາດ ພ້ອມທັງປົກປັກຮັກສາຜືນແຜ່ນດິນອັນຄົບຖ້ວນຂອງ ສປປ ລາວ ໄດ້ເປັນຢ່າງດີ ເຮັດໃຫ້ ສປປ ລາວ ມີຄວາມສະຫງົບ.

ບັນດາຄະນະພັກ-ຄະນະນຳກະຊວງ ພ້ອມດ້ວຍພະນັກງານຫຼັກແຫຼ່ງອ້ອມຂ້າງກະຊວງ ເຂົ້າຮ່ວມ

ຈາກນັ້ນ, ພົຕ ອ່ອນສີ ແສນສຸກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ໄດ້ຂຶ້ນຜ່ານລັດຖະດຳລັດຂອງ ປະທານປະເທດ ສະບັບເລກທີ 002-052/ປປທ ລົງວັນທີ 8 ມັງກອນ 2019 ວ່າດ້ວຍ ການປະດັບຫຼຽນໄຊອິດສະຫຼະ ໃຫ້ນາຍ ແລະ ພົນທະຫານ, ກົມກອງລວມໝູ່ທົ່ວກອງທັບ.

ການກ່າວ ລັດຖະດຳລັດ ວ່າດ້ວຍ ການປະດັບຫຼຽນໄຊອິດສະຫຼະ ໃຫ້ນາຍ ແລະ ພົນທະຫານ

ໃນນັ້ນ, ປະດັບຫຼຽນໄຊອິດສະຫຼະ ຊັ້ນ II ໃຫ້ບຸກຄົນຈໍານວນ 487 ສະຫາຍ ແລະ ກົມກອງລວມໝູ 66 ກົມກອງ, ຫຼຽນໄຊອິດສະຫຼະ ຊັ້ນ III ໃຫ້ບຸກຄົນຈໍານວນ 896 ສະຫາຍ ແລະ ກົມກອງລວມໝູ່ 126 ກົມກອງ; ນອກນັ້ນ, ຍັງມີລັດຖະດຳລັດຂອງ ປະທານປະເທດ ເລກທີ 053-107/ປປທ ລົງວັນ ທີ 8 ມັງກອນ 2019 ວ່າດ້ວຍ ການປະດັບຫຼຽນໄຊແຮງງານ ໃຫ້ນາຍ ແລະ ພົນທະຫານ, ກົມກອງລວມໝູ່ທົ່ວກອງທັບ.

ພາບບັນຍາກາດອັນໜ້າຈົດຈຳ ໃນພິທີປະດັບຫຼຽນຄຳແຫ່ງຊາດ

ໃນນັ້ນ, ປະດັບຫຼຽນໄຊແຮງງານ ຊັ້ນ II ໃຫ້ບຸກຄົນ 4.885 ສະຫາຍ ແລະ ກົມກອງລວມໝູ່ 275 ກົມກອງ, ຫຼຽນໄຊແຮງງານ ຊັ້ນ III ໃຫ້ບຸກຄົນ 12.363 ສະຫາຍ ແລະ ກົມກອງລວມໝູ່ 527 ກົມກອງ.

ການປະດັບຫຼຽນໄຊພິລະອາດຫານ ຢ່າງເປັນທາງການ ໂດຍ ທ່ານ ບຸນຍັງ ວໍລະຈິດ

ຜ່ານດໍາລັດຂອງ ທ່ານນາຍົກລັດຖະມົນຕີ ເລກທີ 417-469/ນຍ ລົງວັນທີ 6 ທັນວາ 2018 ແລະ ເລກທີ 365-416 ວ່າດ້ວຍ ການປະດັບຫຼຽນກາແຮງງານ ໃຫ້ນາຍ ແລະ ພົນທະຫານ ແລະ ມອບໃບຍ້ອງຍໍລັດຖະບານ ໃຫ້ແກ່ນາຍ ແລະ ພົນທະຫານ; ໃນນັ້ນ, ປະດັບຫຼຽນກາແຮງງານ ໃຫ້ນາຍ ແລະ ພົນທະຫານ ຈຳນວນ 18.521 ສະຫາຍ, ໃບຍ້ອງຍໍຈຳນວນ 14.522 ສະຫາຍ ແລະ ກົມກອງລວມໝູ່ 192 ກົມກອງ ທີ່ມີຜົນງານດີເດັ່ນປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕະຫຼອດໄລຍະປີ  2014-2019.

ການປະດັບຫຼຽນໄຊພິລະອາດຫານ ຊັ້ນ I

ນອກນີ້, ຍັງໄດ້ຍ້ອງຍໍສັນລະເສີນຜົນງານ 5 ປີ ເພື່ອຂໍ່ານັບຮັບຕ້ອນ ແລະ ສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບ ຄົບຮອບ 70 ປີ ໃຫ້ກົມກອງລວມໝູ່ ແລະ ບຸກຄົນ; ໃນນັ້ນ, ປະດັບຫຼຽນໄຊພິລະອາດຫານ ຊັ້ນ I ໃຫ້ 7 ກົມກອງ ແລະ 9 ສະຫາຍ, ປະດັບຫຼຽນໄຊພິລະອາດຫານ ຊັ້ນ II ໃຫ້ 140 ກົມກອງ ແລະ 1.616 ສະຫາຍ, ຊັ້ນ III ໃຫ້ 252 ກົມກອງ ແລະ 4.635 ສະຫາຍ, ມອບໃບຍ້ອງຍໍ ກະຊວງປ້ອງກັນປະເທດ ໃຫ້ 26 ກົມກອງ ແລະ 11.059 ສະຫາຍ.

ການມອບໃບຍ້ອງຍໍ ກະຊວງປ້ອງກັນປະເທດ

ໃນວັນດຽວກັນ, ມີບັນດາກະຊວງ, ສຳນັກງານ-ອົງການອ້ອມຂ້າງສູນກາງ, ກົມກອງອ້ອມຂ້າງກະຊວງປ້ອງກັນປະເທດ, ບັນດາບໍລິສັດທັງພາຍໃນ ແລະ ຕ່າງປະເທດ ໄດ້ນຳກະຕ່າດອກໄມ້ ແລະ ກະຕ່າຂອງຂວັນ ເຂົ້າອວຍພອນ ຄະນະນໍາກະຊວງປ້ອງກັນປະເທດ, ເປັນກຽດຕ້ອນຮັບໂດຍ ພົອ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມຄະນະ ເນື່ອງໃນໂອກາດງານສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ.

ເນື່ອງໃນໂອກາດງານສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ
ທ່ານ ບຸນຍັງ ວໍລະຈິດ ພ້ອມດ້ວຍບັນດາຜູ້ໄດ້ຮັບ ຫຼຽນຄຳແຫ່ງຊາດ