ເຊັນສັນຍາຊື້-ຂາຍຮຸ້ນ

ບໍລິສັດລາວໂທລະຄົມມະນາຄົມມະຫາຊົນໄດ້ລົງນາມເຊັນສັນຍາຊື້-ຂາຍຮຸ້ນ ກັບ ບໍລິສັດ ວິມເປວຄອມລາວ ຈໍາກັດ ໃນວັນທີ 16 ມັງກອນນີ້, ພາຍຫຼັງບໍລິສັດ ລາວໂທລະຄົມມະນາຄົມ ໄດ້ຊະນະການປະມູນໃນວົງເງິນທັງໝົດ 42 ລ້ານໂດລາສະຫະລັດ.

ຕາງໜ້າຝ່າຍລັດຖະບານລາວໂດຍ ທ່ານ ສີລາ ວຽງແກ້ວ ຮອງລັດຖະມົນຕີ ກະຊວງການເງິນ ຫົວໜ້າຄະນະກໍາມະການຂາຍຮຸ້ນບໍລິສັດ ວິມເປວຄອມລາວຈໍາກັດ ແລະ ທ່ານ ຖາວອນ ສົມສະກຸນ ຜູ້ອໍານວຍການໃຫຍ່ ບໍລິສັດ ລາວໂທລະຄົມມານາຄົມມະຫາຊົນ, ເຂົ້າຮ່ວມມີ ທ່ານ ທອງໃສ ຊານຊະນະ ຮອງລັດຖະມົນຕີ ກະຊວງໄປສະນີໂທລະຄົມມະນາຄົມ ແລະ ການສື່ສານ, ມີບັນດາພາກສ່ວນກ່ຽວຂ້ອງ ແລະ ສື່ມວນຊົນເຂົ້າຮ່ວມ.

ການເຊັນສັນຍາຊື້-ຂາຍຮຸ້ນ ໃນຄັ້ງນີ້ເນື່ອງຈາກ ບໍລິສັດ ລາວໂທລະຄົມມະຫາຊົນ ເປັນຜູ້ຊະນະການປະມູນຊື້ຮຸ້ນຈາກບໍລິສັດ ວິມເປວຄອມລາວຈໍາກັດ ໃນວັນ ທີ 19 ພະຈິກ 2018 ຜ່ານມາ ໃນວົງເງິນທັງໝົດ 42 ລ້ານໂດລາສະຫະລັດ ເພື່ອຂະຫຍາຍການບໍລິຫານໃຫ້ກວ້າງຂວາງ ເພື່ອຕອບສະໜອງເທັກໂນໂລຊີດ້ານໂທລະຄົມມະນາຄົມ ແລະ ການສື່ສານທັນສະໄໝ,

ການໃຫ້ບໍລິການທີ່ເປັນເລີດ ແລະ ມີຄຸນນະພາບໃນສັງຄົມລາວເທື່ອລະກ້າວ ພາຍຫຼັງການຊື້-ຂາຍສໍາເລັດ ຈະເຮັດໃຫ້ຜູ້ທີ່ຊົມໃຊ້ເບີ ບີລາຍ ຫຼື ເບີຫຼັກ 7 ສາມາດນໍາໃຊ້ໄດ້ທົ່ວປະເທດ ຮ່ວມກັບເຄືອຂ່າຍເບີຫຼັກ 5 ນີ້ ເປັນອັນໜຶ່ງອັນດຽວກັນ ນັບແຕ່ເດືອນ ມັງກອນ ເປັນຕົ້ນໄປ.

ບັນດາພາກສ່ວນກ່ຽວຂ້ອງ ແລະ ສື່ມວນຊົນເຂົ້າຮ່ວມ

ນອກນີ້, ລາວໂທລະຄົມ ຍັງເປັນຜູ້ນໍາໃນການໃຫ້ບໍລິການດ້ານການສື່ສານແບບຄົບວົງຈອນ ຜູ້ທໍາອິດໃນ ສປປ ລາວ ນັບແຕ່ປີ 1996 ເປັນຕົ້ນມາ ແລະ ປັດຈຸບັນສາມາດຕອບສະໜອງການບໍລິ ການລູກຄ້າ ທັງລະບົບໃຊ້ສາຍ ແລະ ບໍ່ໃຊ້ສາຍໄດ້ແລ້ວຫຼາຍກວ່າ 3,5 ລ້ານຄົນ ໃນທົ່ວປະເທດ ພ້ອມທັງເປີດໃຫ້ບໍລິການ 4G ຢ່າງເປັນທາງການໃນປີ 2011 ຜ່ານມາ.

ການຢັ້ງຢືນຄວາມເປັນຜູ້ນໍາທາງດ້ານການສື່ສານໂທລະຄົມມະນາຄົມ

ທັງນີ້, ກໍເພື່ອເປັນການຢັ້ງຢືນຄວາມເປັນຜູ້ນໍາທາງດ້ານການສື່ສານໂທລະຄົມມະນາຄົມ ແລະ ໃນປີ 2017 ຍັງສາມາດເປີດໃຫ້ບໍລິການໃນລະບົບ 4,5G ນໍາອີກ.