ກອງປະຊຸມຄະນະກຳມະການແຫ່ງຊາດຕ້ານເອດ

ເລີ່ມແຕ່ປີ 1990 ຫາເດືອນ ກັນຍາ 2018 ສປປ ລາວ ມີຜູ້ຕິດເຊື້້ອເຮສໄອວີ ຈຳນວນ 11.980 ຄົນ, ເສຍຊີວິດຍ້ອນເປັນພະຍາດເອດ ຈຳນວນ 2.080 ຄົນ, ສະເພາະ 9 ເດືອນຕົ້ນປີ 2018 ມີຜູ້ຕິດເຊື້ອເຮສໄອວີໃໝ່ຈຳນວນ 1.076 ຄົນ, ເສຍຊີວິດຈຳນວນ 116 ຄົນ, ເຊິ່ງໃນນັ້ນແມ່ນອັດຕາການຕິດເຊື້ອເຮສໄອວີ ໃນກຸ່ມຜູ້ ຊາຍມີເພດສຳພັນກັບຜູ້ຊາຍ ( ກຸ່ມຮັກຮ່ວມເພດ ) ເຫັນວ່າມີທ່າອ່ຽງເພີ່ມຂຶ້ນ.

ຄະນະປະທານໃນກອງປະຊຸມການດ້ານເອດ

ຂໍ້ມູນດັ່ງກ່າວແມ່ນໃຫ້ຮູ້ໃນກອງປະຊຸມຄະນະກຳມະການແຫ່ງຊາດຕ້ານເອດ ປະຈຳປີ 2019 ຄັ້ງວັນທີ 17 ມັງກອນ 2019 ທີ່ໂຮງແຮມດອນຈັນພາເລດ, ເປັນປະທານໂດຍ ຮສ ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ທັງເປັນປະທານຄະນະກຳມະການແຫ່ງຊາດຕ້ານເອດ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂດຍທ່ານ ດຣ ພູທອນ ສຸດທະລັກ ຫົວໜ້າສູນຕ້ານເອດ ແລະ ພະຍາດຕິດຕໍ່ທາງເພດສຳພັນລາຍງານວ່າ:

ທ່ານ ດຣ ພູທອນ ສຸດທະລັກ ຫົວໜ້າສູນຕ້ານເອດ

ເຖິງວ່າທາງຄະນະຮັບຜິດຊອບຕ້ານເອດ ຍັງສາມາດຮັກສາອັດຕາການຕິດເຊື້ອເຮສໄອວີ ໃນກຸ່ມປະຊາກອນທົ່ວໄປໄວ້ໃນລະດັບຕໍ່່າ, ແຕ່ອັດຕາການຕິດເຊື້້ອເຮສໄອວີ ໃນກຸ່ມຊາຍມີເພດສຳພັນຮ່ວມກັນເຫັນວ່າມີທ່າອ່ຽງເພີ່ມຂຶ້ນ, ອັດຕາການຕິດເຊື້ອພະຍາດຕິດຕໍ່ທາງເພດສຳພັນໃນທຸກກຸ່ມສ່ຽງເຫັນວ່າສູງຫຼາຍ;

ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນນີ້ແມ່ນ ອັດຕາສ່ວນຕິດເຊື້ອເຮສໄອວີ, ພະຍາດເອດແຍກຕາມກຸ່ມປະຊາກອນສະເພາະ 9 ເດືອນຕົ້ນປີ 2018 ກຸ່ມຄົນທົ່ວໄປ 60%, ກຸ່ມຊາຍ ຮ່ວມເພດກັບຊາຍ 24% ( ເຊິ່ງຖືວ່າມີອັດຕາມເພີ່ມຂຶ້ນເມື່ອທຽບໃສ່ແຕ່ລະກຸ່ມສ່ຽງ ), ກຸ່ມແມ່ຍິງຖືພາ 6%, ກຸ່ມວັນນະໂຣກ 6%, ກຸ່ມສາວບໍລິການ 3%, ກຸ່ມສາມີ-ພັນລະຍາ 1% ສາເຫດທີ່ເຮັດໃຫ້ເປັນພະຍາດສ່ວນຫຼາຍແມ່ນ ມາຈາກການປ່ຽນຄູ່ນອນ ( ມີເພດສຳພັນ ) ຫຼາຍຄົນແຕ່ບໍ່ໃສ່ຖົງຢ່າງອະນາໄມ, ໃຊ້ເຂັມສັກຢາຮ່ວມກັນ, ຈາກແມ່ຫາລູກ.

ພາກສ່ວນພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນຂະນະທີ່ການປະຕິບັດວຽກງານຕ້ານເອດ ແລະ ພະຍາດຕິດຕໍ່ທາງເພດສຳພັນຂອງຄະນ ຮັບຜິດຊອບຍັງພົບກັບບັນຫາ ແລະ ສິ່ງທ້າທາຍໃຫຍ່ເປັນຕົ້ນແມ່ນ ການສະໜອງທຶນຈາກພາຍນອກນັບມື້ຫຼຸດລົງ, ການເຂົ້າເຖິງກຸ່ມທີ່ມີຄວາມສ່ຽງມີຄວາມຫຍຸ້ງຍາກ ທີ່ຄະນະຮັບຜິດຊອບຈະຕ້ອງໄດ້ພ້ອມກັນສູ້ຊົນຜ່ານຜ່າຊອກຫາ ຫາວິທີທາງລະດົມທຶນຊ່ວຍກັນເຂົ້າໃນການສະກັດກັ້ນ ແລະ ຕ້ານເຊື້້ອເຮສໄອວີກໍຄື: ພະຍາດເອດ, ພະຍາດຕິດຕໍ່ທາງເພດສຳພັນ ເພື່ອສະກັດກັ້ນບໍ່ໃຫ້ພະຍາດດັ່ງກ່າວລະບາດໃນອະນາຄົດ.