ສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບ ຄົບຮອບ 70 ປີ

ແຂວງຜົ້ງສາລີ ຈັດພິທີສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ໃນຕອນເຊົ້າ ວັນທີ 16 ມັງກອນ 2019 ທີ່ສະໜາມກິລາເທດສະບານ ໂດຍການເຂົ້າຮ່ວມຂອງ ທ່ານ ຄຳເຈນ ວົງໂພສີ ເຈົ້າແຂວງໆຜົ້ງສາລີ ມີບັນດາການນຳພັກ-ລັດແຂວງ, ພະນັກງານອາວຸໂສບໍານານ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ, ພະນັກງານລັດຖະກອນ ແລະ ມວນຊົນຊາວແຂວງຜົ້ງສາລີເຂົ້າຮ່ວມ.

ໃນພິທີ, ມີການເດີນສວນສະໜາມໃນນີ້, ມີກ້ອນກຳລັງຂອງກຳລັງປ້ອງກັນຊາດຊາຍ, ກ້ອນກຳລັງປ້ອງກັນຊາດຍິງ, ກ້ອນກຳລັງນາຍສີບປ້ອງກັນຊາດຊາຍ, ກ້ອນກຳລັງປ້ອງກັນຄວາມສະຫງົບຍິງ, ກ້ອນກຳລັງປ້ອງກັນຄວາມສະຫງົບຊາຍ, ກ້ອນກຳລັງກອງຫຼອນ, ກ້ອນກຳລັງບັນດາເຜົ່າ, ກ້ອນກຳລັງເຍົາວະຊົນ, ກ້ອນກຳລັງອົງການຈັດຕັ້ງມະຫາຊົນ, ກ້ອນກຳລັງກິລາມວຍປ້ອງກັນຕົວປ້ອງກັນຊາດ, ກ້ອນກຳລັງກິລາມວຍປ້ອງກັນຕົວກຳລັງປ້ອງກັນຄວາມສະຫງົບ.

ໃນໂອກາດນີ້, ທ່ານ ຄຳເຈນ ວົງໂພສີ ໄດ້ກ່າວໃນພິທີວ່າ:

ເມື່ອຫວນຄືນກ່ອນໜ້ານີ້ 70 ປີ ຄືວັນທີ 20 ມັງກອນ 1949 ກອງ ລາດສະວົງເຊິ່ງເປັນຕົ້ນກຳເນີດຂອງກອງທັບປະຊາຊົນລາວ ໃນປັດຈຸບັນໄດ້ຮັບການສ້າງຕັ້ງຂຶ້ນຢູ່ເຂດທີ່ໝັ້ນແຂວງຫົວພັນ ໂດຍແມ່ນປະທານ  ໄກສອນ ພົມວິຫານ ເປັນຜູ້ນຳພາກໍ່ຕັ້ງ ແລະ ຊີ້ນຳບັນຊາໂດຍກົງ, ພາຍຫຼັງສ້າງຕັ້ງຂຶ້ນກໍປະເຊີນໜ້າກັບການຕໍ່ສູ້ປົດປ່ອຍຊາດຈາກຜູ້ຮຸກຮານກໍຄື: ຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ໃໝ່ ກອງທັບລາວໄດ້ສູ້ຮົບຢ່າງມີໄຊ ແລະ ການເຕີບໃຫຍ່ຂະຫຍາຍຕົວນັບແຕ່ມື້ສ້າງຕັ້ງຈົນຮອດປັດຈຸບັນ ພາຍໃຕ້ການນຳພາອັນປີຊາສາມາດສະຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ.

ກອງທັບປະຊາຊົນລາວ ໄດ້ຜ່ານຜ່າອຸປະສັກນາໆປະການ, ບໍ່ຈັກວ່າເທົ່າໃດ ແລະ ເຕັມໄປດ້ວຍການເສຍສະຫຼະອັນໃຫຍ່ຫຼວງໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ເຮັດສໍາເລັດພາລະກໍາປະຫວັດສາດທີ່ພັກ ແລະ ປະຊາຊົນມອບໝາຍໃຫ້ຢ່າງມີໄຊ, ສາມາດຕີເອົາຊະນະຈັກກະພັດລ່າເມືອງຂຶ້ນຝຣັ່ງ, ຈັກກະພັດອາເມລິກາ ແລະ ລູກ ແຫ່ຼງຕີນມືຂອງພວກເຂົາສາມາດປົດປ່ອຍປະເທດຊາດ ໄດ້ຢ່າງສົມບູນ ແລະ ສະຖາປະນາເປັນປະເທດ ສປປ ລາວ ໃນວັນທີ 2 ທັນວາ 1975 ຢ່າງສະຫງ່າງາມ.

ໂດຍການເຂົ້າຮ່ວມຂອງ ທ່ານ ຄຳເຈນ ວົງໂພສີ ເຈົ້າແຂວງໆຜົ້ງສາລີ ມີບັນດາການນຳພັກ-ລັດແຂວງ, ພະນັກງານອາວຸໂສບໍານານ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ, ພະນັກງານລັດຖະກອນ ແລະ ມວນຊົນຊາວແຂວງຜົ້ງສາລີເຂົ້າຮ່ວມ

ສໍາລັບ ແຂວງຜົ້ງສາລີ ແມ່ນໄດ້ຕິດພັນຢ່າງສະໜິດແໜ້ນກັບການປະຕິວັດຊາດ ເປັນກຳລັງປະກອບອາວຸດທ້ອງຖິ່ນ ແລະ ປະຊາຊົນບັນດາເຜົ່າ ແຂວງຜົ້ງສາລີ ໄດ້ຕໍ່່ສູ້ຢ່າງພິລະອາດຫານ ຈົນປະກາດເປັນແຂວງເຕົ້້າໂຮມ ແລະ ກາຍເປັນແຂວງວິລະຊົນທີ່ຕໍ່ສູ້ກັບສັດຕູຜູ້ຮຸກຮານ ຈົນໄດ້ຮັບໄຊຊະນະເປັນກ້າວໆມາ.

ໂອກາດນີ້ ຜູ້ເຂົ້າຮ່ວມຍັງໄດ້ ຊົມການສະແດງກິລາມວຍຂອງກຳລັງປ້ອງກັນຕົວປ້ອງກັນຊາດ, ກິລາມວຍປ້ອງກັນຕົວກຳລັງປ້ອງກັນຄວາມສະຫງົບ ແລະ ຊົມການວາງສະແດງຮູບພາບມູນເຊື້ອ ຂອງກອງບັນຊາການທະຫານ ແຂວງຜົ້ງສາລີ, ທ່ຽວຊົມຕະຫຼາດນັດ ທີ່ວາງສະແດງສິນຄ້າໂອດ໊ອບຂອງແຂວງ ແລະ ສິນຄ້າອື່ນໆອີກ.