ໃຫ້ທິດກົມໃຫຍ່ຕໍາຫຼວດ ເພີ່ມທະວີວຽກງານປົກປັນຮັກສາຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ

0
1285

ພົທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີກະຊວງ ປກສ ໃຫ້ທິດຊີ້ນໍາ ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ  ທົ່ວກົມໃຫຍ່ຕໍາຫຼວດຕ້ອງເພີ່ມທະວີວຽກງານປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພທາງສັງຄົມ ໂດຍສຸມໃສ່ປະຕິບັດວຽກງານວິຊາສະເພາະ, ຂຶ້ນບັນຊີເປົ້າໝາຍ, ກໍາແໜ້ນບັນດາເປົ້າໝາຍປະເພດຕ່າງໆ ເພື່ອມີມາດຕະການແກ້ໄຂໃຫ້ທັນເວລາ; ເປັນຕົ້ນແມ່ນ ປະກົດການຫຍໍ້ທໍ້ໃນສັງຄົມເຊັ່ນ: ບັນຫາການຄ້າຂາຍ, ຂົນສົ່ງ ແລະ ມົ້ວສຸມຢາເສບຕິດ ໂດຍສະເພາະແມ່ນຊອກໃຫ້ໄດ້ຫົວໂປ່ໂຕການ ເພື່ອນໍາມາລົງໂທດຕາມລະບຽບກົດໝາຍຢ່າງເຂັ້ມງວດ.

ການໃຫ້ທິດຊີ້ນໍາຄັ້ງນີ້ ມີຂຶ້ນໃນໂອກາດທີ່ທ່ານລັດຖະມົນຕີ ກະຊວງ ປກສ ລົງຢ້ຽມຢາມ ແລະ ພົບປະໂອ້ລົມຄະນະພັກ-ຄະນະນໍາກົມໃຫຍ່ຕໍາຫຼວດ ໃນວັນທີ 17 ມັງກອນ 2019 ເຊິ່ງທ່ານໄດ້ກ່າວເນັ້ນວ່າ:

ບັນດາພາກສ່ວນທີ່ເຂົ້າຮ່ວມ

ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບທົ່ວກົມໃຫຍ່ຕໍາຫຼວດ ຕ້ອງເພີ່ມທະວີວຽກງານປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ໃຫ້ມີຄວາມຮັບປະກັນໂດຍກໍາແໜ້ນເປົ້າໝາຍປະເພດຕ່າງໆ, ການກໍ່ ອາຊະຍາກໍາທີ່ເກີດຂຶ້ນໃນແຕ່ລະວັນ ເພື່ອໃຫ້ມີມາດຕະການແກ້ໄຂທາງດ້ານວິຊາສະເພາະໃຫ້ເດັດຂາດ ແລະ ທັນເວລາ;

ເປັນຕົ້ນແມ່ນ ປະກົດການຫຍໍ້ທໍ້ໃນສັງຄົມເຊັ່ນ: ບັນຫາການຄ້າຂາຍ, ຂົນສົ່ງ, ມົ້ວສຸມຢາເສບຕິດ, ລັກຊັບ, ຊິງຊັບ, ປຸ້ນຊັບ, ສໍ້ໂກງຊັບ, ຄ້າຂາຍເຖື່ອນ, ນັກເລງອັນທະພານ, ການພະນັນເຖື່ອນ, ອຸບັດຕິເຫດ, ຄ້າ ຂາຍອາວຸດເຖື່ອນ, ຄ້າມະນຸດ, ການໂຄສະນາໂຈມຕີການນໍາພັກ-ລັດ ຜ່ານທາງສື່ຕ່າງໆທີ່ກຸ່ມຄົນບໍ່ດີສວຍໃຊ້ ເປັນຕົ້ນແມ່ນທາງສື່ອອນລາຍ ແລະ ບັນຫາອື່ນໆ ແມ່ນຕ້ອງຊອກໃຫ້ໄດ້ຫົວໂປ່ໂຕການ ເພື່ອນໍາມາລົງໂທດຕາມລະບຽບກົດໝາຍຢ່າງເຂັ້ມງວດ.

ເພີ່ມທະວີວຽກງານປົກປັນຮັກສາຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ

ພ້ອມນີ້, ກໍຕ້ອງເອົາໃຈໃສ່ຕິດຕາມປະສານງານຮ່ວມມືກັບຕໍາຫຼວດສາກົນ, ອາຊຽນ ແລະ ປະເທດເພື່ອນມິດຍຸທະສາດ, ອົງການຈັດຕັ້ງສາກົນ ແລະ ຂະແໜງການທີ່ກ່ຽວຂ້ອງ ເພື່ອແລກປ່ຽນຂໍ້ມູນຂ່າວສານ, ຮ່ວມກັນກວດກາລາດຕະເວນ, ພິສູດຂໍ້ມູນ, ຕິດຕາມເປົ້າໝາຍກໍ່ອາຊະຍາກໍາຂ້າມຊາດ; ຈັດຕັ້ງປະຕິບັດການຈັດສັນຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ວຽກງານປ້ອງກັນບັນດາກອງປະຊຸມທີ່ສໍາຄັນຕ່າງໆລະດັບຊາດ-ສາກົນຕ້ອງຮັບປະກັນຄວາມສະຫງົບປອດໄພຮອບດ້ານ.