ຊ້ອມໃຫຍ່ສວນສະໜາມ ກຽມສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ

0
1350

ກະຊວງປ້ອງກັນປະເທດ ໄດ້ຈັດຝຶກຊ້ອມໃຫຍ່ສວນສະໜາມຂອງກຳລັງເຫຼົ່າຮົບຕ່າງໆ ຄັ້ງທີ 1 ເພື່ອກຽມສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ( 20 ມັງກອນ 1949-20 ມັງກອນ 2019 ) ໃນວັນທີ 17 ມັງກອນ 2019 ຢູ່ວິທະຍາຄານກົມມະດຳ, ເຂົ້າຮ່ວມໂດຍ ພົອ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີການນຳພັກ-ລັດ, ການນຳກະຊວງປ້ອງກັນປະເທດ, ພະນັກງານ ປະຕິວັດອາວຸໂສ, ຕາງໜ້າບັນດາກະຊວງອ້ອມຂ້າງ, ພະນັກງານ-ນັກຮົບ, ມວນຊົນອ້ອມຂ້າງ ແລະ ສື່ມວນຊົນ ເຂົ້າຮ່ວມ.

ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ

ພົອ ຈັນສະໝອນ ຈັນຍາລາດ ກ່າວວ່າ:

ການຝຶກຊ້ອມສວນສະໜາມດັ່ງກ່າວ ແມ່ນເລີ່ມຕົ້ນດ້ວຍການຮັບຊົມການສະແດງສິລະປະຈາກ ກອງສິລະປະກອງທັບ ແລະ ການສະແດງຫັດກາຍມວຍຂອງເຫຼົ່າຮົບຕີພິເສດ.

ຝຶກຊ້ອມສວນສະໜາມ ໃນວັນທີ 17 ມັງກອນ 2019 ຢູ່ວິທະຍາຄານກົມມະດຳ

ຈາກນັ້ນ, ກໍໄດ້ເລີີ່ມຝຶກຊ້ອມສວນສະໜາມ ໂດຍເລີ່ມຈາກຂະບວນລົດພະນັກງານປະຕິວັດອາວຸໂສ ຕາມດ້ວຍກ້ອນທຸງໄຊກອງທັບປະຊາຊົນລາວ, ກ້ອນກອງທັບອິດສະຫຼະ, ກ້ອນກຳລັງກອງທັບປົດປ່ອຍ, ກ້ອນກຳລັງເພດຍິງ 369, ກ້ອນນາຍທະຫານບົກ, ກ້ອນນາຍທະຫານອາກາດ, ກ້ອນທະຫານຊາຍແດນ, ກ້ອນທະຫານຕີພິເສດ, ກ້ອນທະຫານລົດຕັງ-ຍານເກາະ, ກ້ອນທະຫານປືນໃຫຍ່ໜ້າດິນ, ກ້ອນທະຫານປ້ອງກັນອາກາດ, ກ້ອນທະຫານຊ່າງແສງ, ກ້ອນທະຫານສື່ສານ, ກ້ອນກຳລັງເເພດເພດຍິງ, ກ້ອນທະຫານທ້ອງຖິ່ນ, ກ້ອນກຳລັງກອງຫຼອນ ແລະ ກ້ອນກຳລັງປ້ອງກັນຕົວ.

ນໍ້າໃຈ ວັນທີ 20 ມັງກອນ ໝັ້ນຍືນ

ນອກນີ້, ຍັງມີ ຂະບວນພາຫະນະ ເຊິ່ງປະກອບດ້ວຍ ຂະບວນລົດທະຫານຮາບ-ຍານເກາະ, ຂະບວນລົດເຫຼົົ່າຮົບລົດຕັງ-ຍານເກາະ, ຂະບວນເຫຼົ່າຮົບປືນໃຫຍ່ໜ້າດິນ, ຂະບວນລົດເຫຼົ່າຮົບປ້ອງກັນອາກາດ, ຂະບວນລົດເຫຼົ່າຮົບຊ່າງແສງ, ກ້ອນກອງແກວົງກອງທັບປະຊາຊົນລາວ, ການສະແດງຝູງບິນ Mi-17 ຈຳນວນ 3 ລຳ ປະກອບທຸງຊາດ-ທຸງພັກ ແລະ ທຸງກາ 70 ປີ ກອງທັບປະຊາຊົນລາວ, ຝູງບິນ LE-500 ຈຳນວນ 4 ລຳ ແລະ ການສະແດງໂດດຈ້ອງທາງອາກາດ ປະກອບທຸງຊາດ-ທຸງພັກ ແລະ ທຸງກາ 70 ປີ ຢ່າງເປັນຂະບວນຟົດຟື້ນ ແລະ ເຕັມໄປດ້ວຍຜົນສຳເລັດຢ່າງຈົບງາມ.

ຂະບວນລົດທະຫານຮາບ-ຍານເກາະ

ການຝຶກຊ້ອມສວນສະໜາມຄັ້ງນີ້ ເພື່ອເປັນການສະແດງເຖິງ ຄວາມພ້ອມຂອງກຳລັງເຫຼົ່າຮົບປະຊາຊົນລາວ ຜ່ານໃຫ້ການນຳພັກ-ລັດ ກໍຄືຄະນະຮັບຜິດຊອບໄດ້ປະກອບຄຳຄິດເຫັນ ເພື່ອນຳໄປປັບປຸງທາງດ້ານກຳລັງ ແລະ ພາຫະນະ ເພື່ອຮັບປະກັນໃຫ້ການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ມີເນື້ອໃນເລິກເຊິ່ງ, ມີຄວາມໝາຍຄວາມສຳຄັນ ແລະ ມີບັນຍາກາດຟົດຟື້ນ.

ກຳລັງເຫຼົ່າຮົບປະຊາຊົນລາວ