ຮອງລັດຖະມົນຕີ ຊີ້ນຳວຽກສັນຕິບານໃຫ້ກຳລັງວິຊາສະເພາະຮັບໃຊ້ບໍລິການສັງຄັມ ປະຕິບັດຕາມແນວທາງນະໂຍບາຍຂອງພັກ-ລັດ

0
1536

ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງ ປກສ ໄດ້ໃຫ້ທິດຊີ້ນຳກ່ຽວກັບວຽກງານສັນຕິບານ ໂດຍເນັ້ນໃຫ້ຄະນະພັກ-ຄະນະບັນຊາກົມໃຫຍ່ສັນຕິບານ, ຫ້ອງສັນຕິບານ ປກສ ນວ ແລະ ປກສ ແຂວງ ທີ່ເຂົ້າຮ່ວມກອງປະຊຸມ ຈົ່ງເອົາໃຈໃສ່ຊີ້ນຳ-ບັນຊາກົມກອງກໍຄື ກຳລັງວິຊາສະເພາະທີ່ເຮັດໜ້າທີ່ຮັບໃຊ້ບໍລິການສັງຄົມ ເປັນຕົ້ນແມ່ນ ກຳລັງຕຳຫຼວດກວດຄົນເຂົ້າ-ອອກເມືອງ, ຕຳຫຼວດ ຄຸ້ມຄອງນັກທ່ອງທ່ຽວ, ຕຳຫຼວດ ຄຸ້ມຄອງຄົນຕ່າງປະເທດເປັນເຈົ້າ ການປະຕິບັດຕາມແນວທາງນະໂຍບາຍຂອງພັກ-ລັດໃນການດຶງດູດນັກທ່ອງທ່ຽວ ແລະ ນັກລົງທຶນຊາວຕ່າງປະເທດໃຫ້ເຂົ້າມາ ສປປ ລາວ ໃຫ້ຫຼາຍຂຶ້ນ.

ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງ

ທິດຊີ້ນຳດັ່ງກ່າວມີຂຶ້ນໃນໂອກາດທີ່ທ່ານຮອງລັດຖະມົນຕີ ກະຊວງ ປກສ ເຂົ້າຮ່ວມໃນກອງປະຊຸມສະຫຼຸບວຽກງານສັນຕິບານ ປະຈຳປີ 2018 ແລະ ທິດທາງປີ 2019 ທີ່ຈັດຂຶ້ນວັນທີ 24 ມັງກອນ 2019 ເປັນປະທານໂດຍ ພົຈວ ບຸນມີ ແສງຄຳຢອງ ຫົວໜ້າກົມໃຫຍ່ສັນຕິບານ ກະຊວງ ປກສ; ໃນກອງປະຊຸມ ພົຕ ກົງທອງ ພົງ ວິຈິດ ໄດ້ມີທິດຊີ້ນຳໃຫ້ຄະນະພັກ-ຄະນະບັນຊາ ທີ່ຊີ້ນຳ-ບັນຊາ ວຽກງານສັນຕິບານ ຈົ່ງສືບຕໍ່ຊີ້ນຳກົມກອງກໍຄື:

ພົຈວ ບຸນມີ ແສງຄຳຢອງ ຫົວໜ້າ ກົມໃຫຍ່ສັນຕິບານ

ກຳລັງວິຊາສະເພາະທີ່ເຮັດໜ້າທີ່ຮັບໃຊ້ບໍລິການສັງຄົມ ຈົ່ງເປັນເຈົ້າການປະຕິບັດຕາມແນວທາງນະໂຍບາຍຂອງພັກ-ລັດ ກໍຄືໃນປີ 2019 ສປປ ລາວ ຈະເປີດປີທ່ອງທ່ຽວລາວ-ຈີນ, ກຳລັງວິຊາສະເພາະຄວນມີການວາງແຜນການດ້ານຕ່າງໆ.

ວຽກສັນຕິບານໃຫ້ກຳລັງວິຊາສະເພາະຮັບໃຊ້ບໍລິການສັງຄັມ ປະຕິບັດຕາມແນວທາງນະໂຍບາຍຂອງພັກ-ລັດ

ເພື່ອປະຕິບັດໃຫ້ຖືກຕາມຫຼັກການວິຊາສະເພາະ ແລະ ຖືກຕ້ອງສອດຄ່ອງຕາມແນວທາງນະໂຍບາຍພັກ-ລັດ ເພື່ອຮັບປະກັນການປະຕິບັດໜ້າທີ່ຮັກສາຄວາມສະຫງົບ, ການອຳນວຍຄວາມສະດວກໃຫ້ຄົນເຂົ້າ-ອອກເມືອງ ຕາມດ່ານຕ່າງໆ, ຄຸ້ມຄອງຄົນຕ່າງປະເທດທີ່ມາອາໄສ ແລະ ດຳລົງຊີວິດຢູ່ ສປປ ລາວ ໃຫ້ມີຄວາມສະຫງົບປອດໄພ ແນໃສ່ດຶງດູດນັກທ່ອງທ່ຽວ-ນັກລົງທຶນຊາວຕ່າງປະເທດ, ໂດຍສະເພາະຊາວຈີນ ໃຫ້ເຂົ້າມາທ່ອງທ່ຽວ ແລະ ມາລົງທຶນຢູ່ ສປປ ລາວ ໃຫ້ຫຼາຍຍິ່ງຂຶ້ນ; ພ້ອມດຽວກັນນີ້ ກໍໃຫ້ຕິດຕາມບັນດາພະນັກ ງານທີ່ປະຈຳຢູ່ດ່ານ ຖ້າຫາກວ່າຄວາມຮູ້ຄວາມສາມາດຍັງບໍ່ທັນສອດຄ່ອງ ກໍໃຫ້ມີການປັບປຸງຄຸ້ມຄອງໃຫ້ມີ ຄວາມສາມາດ-ມີຄວາມພຽບພ້ອມ ເນື່ອງຈາກວ່າເປັນປະຕູເຂົ້າເປັນ ພາບພົດບົດບາດຂອງກຳລັງປ້ອງກັນຄວາມສະຫງົບ.

ພາກສ່ວນທີ່ເຂົ້າຮ່ວມໃນກອງປະຊຸມ

ໃນກອງປະຊຸມ, ພັອ ໄພວັນ ແມນວິໄລ ຫົວໜ້າຫ້ອງການກົມໃຫຍ່ສັນຕິບານ ກະຊວງ ປກສ ໄດ້ຂຶ້ນຜ່ານບົດສະຫຼຸບວຽກງານສັນຕິບານປະຈຳປີ 2018 ອັນພົ້ນເດັ່ນ ແມ່ນການປະຕິບັດວຽກງານກວດຄົນເຂົ້າ-ອອກເມືອງ ມີຄວາມສະດວກວ່ອງໄວ, ຮັບປະກັນຖືກຕ້ອງຕາມແນວທາງຂອງພັກ ແລະ ຫຼັກການວິຊາສະເພາະ, ສາມາດກວດກາຄົນເຂົ້າເມືອງຢູ່ບັນດາດ່ານ ໃນຂອບເຂດທົ່ວປະເທດໄດ້ທັງໝົດ 6.341.333 ຄົນ ຍິງ 2.446.564 ຄົນ, ຂາອອກ 6.578. 290 ຄົນ ຍິງ 2.815.979 ຄົນ, ກວດພົບ ແລະ ປະຕິເສດການຂໍເຂົ້າເມືອງຕໍ່ຜູ້ບໍ່ຄົບເງື່ອນໄຂເຂົ້າ ສປປ ລາວ ມີ 29 ຄົນ ມີ 12 ສັນຊາດ.

ພັອ ໄພວັນ ແມນວິໄລ ຫົວໜ້າຫ້ອງການກົມໃຫຍ່ສັນຕິບານ
ພົຈວ ບຸນມີ ແສງຄຳຢອງ ມອບກະຕ່າຂອງຂວັນໃຫ້ ພົຕ ກົງທອງ ພົງວິຈິດ