ພົຕ ວົງຄໍາ ພົມມະກອນ ຄະນະປະຈໍາພັກກະຊວງ

ວິທະຍາຄານພະລາທິການກອງທັບ (ວພກ) ກະຊວງປ້ອງກັນປະເທດ ໄດ້ຈັດພິທີສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ( 20 ມັງກອນ 1949-20 ມັງກອນ 2019 ) ຂຶ້ນຢ່າງຄຶກຄື້ນ ໃນວັນ ທີ 24 ມັງກອນ 2019, ໂດຍມີ ພົຕ ວົງຄໍາ ພົມມະກອນ ຄະນະປະຈໍາພັກກະຊວງ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີອໍານວຍການ-ຮອງອໍານວຍການ, ຄະນະຫ້ອງ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍພະນັກງານ-ນັກຮົບ ພາຍໃນວິທະຍາຄານ ເຂົ້າຮ່ວມ.

ໃນພິທີ ພັອ ປອ ບົວເຮືອງ ສົມຟອງບຸດຕາຂັນ ຫົວໜ້າການທະຫານ ວພກ ໄດ້ຂຶ້ນກ່າວປາໄສ ເຊິ່ງມີບາງຕອນທ່ານໄດ້ກ່າວວ່າ:

ຕະຫຼອດໄລຍະ 70 ປີ ແຫ່ງການ ກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຜ່ານໄລຍະທາງກອງທັບປະຊາຊົນລາວ, ເວລາໃດກອງທັບກໍຮັບປະກັນໄດ້ຄວາມບໍລິສຸດຕໍ່ຊາດ, ຮັບໃຊ້ປະຊາຊົນຢ່າງສຸດໃຈ, ຈົງຮັກພັກດີຕໍ່ພັກເປັນກໍາລັງຫຼັກແຫຼ່ງ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຂອງພັກ, ປະກອບສ່ວນຮັບປະກັນເຮັດໃຫ້ປະເທດຊາດມີສະຖຽນລະພາບທາງການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະຫງົບປອດໄພ, ຕໍ່ຜົນສໍາເລັດດັ່ງກ່າວນັ້ນກໍຍ້ອນໄດ້ຮັບການຊີ້ນໍາ-ນໍາພາຢ່າງໃກ້ຊິດຈາກການນໍາພັກ-ລັດ ແລະ ການອູ້ມຊູຊ່ວຍເຫຼືອຈາກປະຊາຊົນບັນດາເຜົ່າ ກໍຄືຂະແໜງການຕ່າງໆຈາກພັກ-ລັດ ແລະ ເອກະຊົນ.

ໃນພິທີດັ່ງກ່າວ, ທ່ານຫົວໜ້າກົມໃຫຍ່ພະລາທິການກອງທັບ ຍັງໄດ້ປະດັບຫຼຽນໄຊແຮງງານ ໃຫ້ແກ່ບັນດາສະຫາຍທີ່ມີຜົນງານດີເດັ່ນ ປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕະຫຼອດໄລຍະ 5 ປີ ( 2014-2019  ); ໃນນີ້, ປະດັບຫຼຽນໄຊແຮງງານຊັ້ນ II ຈໍານວນ 89 ສະຫາຍ ແລະ 4 ກົມກອງ, ປະດັບຫຼຽນໄຊແຮງງານ ຊັ້ນ III ຈໍານວນ 165 ສະຫາຍ ແລະ 4 ກົມກອງ.

ນອກຈາກນີ້, ໃນພິທີຍັງໄດ້ຮັບຊົມການສະແດງສິນລະປະສະໝັກຫຼິ້ນ, ຊົມການເດີນສວນສະໜາມ, ສະແດງກ້ອນກໍາລັງຂອງວິທະຍາຄານພະລາທິການກອງທັບຢ່າງອົບອຸ່ນ ແລະ ມີບັນຍາກາດເບີກບານມ່ວນຊື່ນຕະຫຼອດ ໃນງານສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ໃນຄັ້ງນີ້.