ພົທ ວິໄລ ຫຼ້າຄໍາຟອງ

ກອງປະຊຸມສະຫຼຸບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 4 ແຂວງ 1 ກອງພົນ ປະຈໍາປີ 2018 ແລະ ວາງທິດທາງແຜນການປີ 2019 ໄດ້ຈັດຂຶ້ນ ໃນວັນທີ 24 ມັງກອນ 2019 ທີ່ແຂວງອັດຕະປື, ໂດຍການເຂົ້າ ຮ່ວມເປັນປະທານຂອງ ພົທ ວິໄລ ຫຼ້າຄໍາຟອງ ເລຂາທິການສູນກາງພັກ ຄະນະກໍາມະການ ປກຊ-ປກສ ສູນກາງ, ລັດຖະມົນຕີກະຊວງ ປກສ, ມີຄະນະກໍາມະການ ປກຊ-ປກສ 4 ແຂວງ ຄື: ແຂວງອັດຕະປື, ສາລະວັນ, ເຊກອງ, ຈໍາປາສັກ ແລະ ກອງພົນທີ  5  ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມໄດ້ສະຫຼຸບຕີລາ ຄາຄືນສະພາບການລວມ ແລະ ການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂອງ 4 ແຂວງພາກໃຕ້ ແລະ ກອງພົນທີ 5 ໃນໄລຍະໜຶ່ງປີຜ່ານມາເຫັນໄດ້ວ່າ:

ມີຄວາມສະຫງົບ, ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ; ລະບົບການເມືອງຢູ່ຂັ້ນຮາກຖານ ສືບຕໍ່ໄດ້ຮັບການປັບປຸງ, ເສດຖະກິດໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ພັດທະນາດີຂຶ້ນ ແລະ ມີຄວາມສາມັກຄີປອງດອງ ແລະ ພ້ອມກັນປະກອບສ່ວນຢ່າງແຂງແຮງເຂົ້າໃນການເຮັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ຂັ້ນທ້ອງຖິ່ນເປັນຂະບວນກວ້າງຂວາງ ແລະ ຕໍ່ເນື່ອງ.

ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ

ໃນໂອກາດນີ້, ພົທ ວິໄລ ຫຼ້າ ຄໍາຟອງ ໄດ້ເນັ້ນໜັກໃຫ້ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ 4 ແຂວງພາກໃຕ້ ແລະ ກອງພົນທີ 5, ບັນດາອົງການຈັດຕັ້ງ, ພາກສ່ວນທີ່ກ່ຽວຂ້ອງຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ພ້ອມກັນຕັ້ງໜ້າຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຂອງພັກ ເພື່ອຮັບປະກັນໃຫ້ປະເທດຊາດກໍຄື 4 ແຂວງພາກໃຕ້ ສືບຕໍ່ມີຄວາມສະຫງົບ, ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ປະຊາຊົນມີຄວາມຜາສຸກ, ສ້າງບາດກ້າວການພັດທະນາໃຫ້ບັນລຸຕາມເປົ້າໝາຍທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້.