ເກີດເຫດຄົນຮ້າຍໃຊ້ປືນຍິງຜູ້ຄົນໃນທະນາຄານເສຍຊີວິດ 5 ຄົນ

0
703

ຂ່າວຕ່າງປະເທດລາຍງານ ໃນວັນທີ 24 ມັງກອນ ນີ້ວ່າ: ເກີດເຫດຄົນຮ້າຍເປັນຊາຍໜຸ່ມໃຊ້ປືນກໍ່ເຫດຍິງຜູ້ຄົນເສຍຊີວິດ 5 ຄົນທີ່ທະນາຄານຊັນທຣັດ (Sun Trust Bank) ໃນເມືອງຊີບຣິງ ລັດຟລໍຣິດາ ສະຫະລັດ ອາເມລິກາ ໃນເວລາ 12:30 ໂມງ ຂອງວັນທີ 23 ມັງກອນ (ຕາມເວລາທ້ອງຖິ່ນ), ກ່ອນທີ່ຄົນຮ້າຍຈະຂັງຕົວເອງຢູ່ທີ່ທະນາຄານ ແລະ ໂທຫາເຈົ້າໜ້າທີ່ຕຳຫຼວດວ່າ ຜູ້ກ່ຽວໄດ້ຍິງຄົນເສຍຊີວິດ 5 ຄົນໃນທະນາຄານຊັນທຣັດ.

          ເຈົ້າໜ້າທີ່ຕຳຫຼວດ ເປີດເຜີຍໃຫ້ຮູ້ວ່າ: ຄົນຮ້າຍທີ່ກໍ່ເຫດຊື່ ທ້າວ ຊີເຟນ ເຊເວີ ອາຍຸ 21 ປີ ໄດ້ມອບຕົວກັບເຈົ້າໜ້າທີ່ຕຳຫຼວດ ເມື່ອເຈົ້າໜ້າທີ່ໄປຮອດສະຖານທີ່ເກີດເຫດ, ເຊິ່ງຕັ້ງຢູ່ຫ່າງຈາກເມືອງອໍແລນໂດ ປະມານ 130 ກິໂລແມັດ. ເບື້ອງຕົ້ນ, ເຈົ້າໜ້າທີ່ຍັງບໍ່ທັນຮູ້ສາເຫດທີ່ເຮັດໃຫ້ຄົນຮ້າຍກໍ່ເຫດຍິງຄົນໃນທະນາຄານ ຈົນເຮັດໃຫ້ມີຜູ້ເສຍຊີວິດເຖິງ 5 ຄົນ.

          ເຈົ້າໜ້າທີ່ຕຳຫຼວດ ເປີດເຜີຍໃຫ້ຮູ້ອີກວ່າ ຄົນຮ້າຍໄດ້ສັ່ງໃຫ້ພະນັກງານ ແລະ ລູກຄ້າທະນາຄານ, ເຊິ່ງຂະນະເກີດເຫດມີພຽງ 5 ຄົນ ນອນລົງກັບພື້ນ. ກ່ອນທີ່ ທ້າວ ເຊເວີ ຈະເລີ່ມລົງມືຍິງແຕ່ລະຄົນຢ່າງໂຫດຫ້ຽມ ໂດຍ ທ່ານ ພອນ ແບລັກແມນ ເຈົ້າໜ້າທີ່ທ້ອງຖິ່ນ ກ່າວວ່າ ເຫດການສະເທືອນຂວັນຄັ້ງນີ້ ເຮັດໃຫ້ຫຼາຍຄົນຕົກໃຈ ແລະ ເສຍໃຈຫຼາຍທີ່ສຸດ, ຂະນະທີ່ຫົວໜ້າບໍລິຫານຂອງທະນາຄານຊັນທຣັດ ອອກຖະແຫຼງການວ່າ ທະນາຄານຊັນທຣັດ ຂໍສະແດງຄວາມເສຍໃຈຢ່າງຍິ່ງຕໍ່ເຫດການທີ່ເກີດຂຶ້ນໃນຄັ້ງນີ້.