ຂ່າວຕ່າງປະເທດລາຍງານ ໃນວັນທີ 24 ມັງກອນ ນີ້ວ່າ: ທະນາຄານກາງຂອງ ສ ເກົາຫຼີ (BOK) ປັບຫຼຸດງົບປະມານການຂະຫຍາຍຕົວຂອງເສດຖະກິດປີນີ້ລົງ ເພາະກັງວົນເລື່ອງເສດຖະກິດຂະຫຍາຍຕົວຊ້າ ແລະ ຄົນໄວໜຸ່ມມີອັດຕາວ່າງງານສູງ.

ທະນາຄານກາງຂອງ ສ ເກົາຫຼີ ຄາດຄະເນວ່າ: ເສດຖະກິດປະຈຳປີ 2019 ຈະຂະຫຍາຍຕົວຢູ່ທີ່ 2,7% ຫຼຸດລົງ 0,1% ຈາກທີ່ມີການຄາດຄະເນຄັ້ງກ່ອນ ແລະ ຫຼຸດລົງຈາກປີ 2018 ທີ່ຂະຫຍາຍຕົວ 2,7%, ເຊິ່ງຕ່ຳສຸດໃນຮອບ 6 ປີ. ທະນາຄານກາງ ຍັງຖືອັດຕາດອກເບ້ຍນະໂຍບາຍໄວ້ທີ່ 1,75% ຕໍ່ໄປ. ທ່ານ ໂລ ຈູຍອນ ຜູ້ວ່າການທະນາຄານຂອງ ສ ເກົາຫຼີ ກ່າວກັບສື່ມວນຊົນວ່າ ເນື່ອງຈາກຍັງມີສັນຍານວ່າ ເສດຖະກິດໂລກ ມີການຂະຫຍາຍຕົວຫຼຸດລົງ ຈຶ່ງມີຄວາມເປັນຫ່ວງວ່າການບໍລິໂພກຢູ່ພາຍໃນປະເທດອາດຈະຫຼຸດລົງເຊັ່ນດຽວກັນ.

ຕົວເລກຄາດຄະເນດັ່ງກ່າວສອດຄ່ອງກັບຕົວເລກຂອງກອງທຶນເງິນລະຫວ່າງປະເທດ (IMF). ແຕ່ສູງກວ່າຂອງຟິດເຣດຕິ້ງ ທີ່ຄາດໄວ້ 2,5% ໂດຍຟິດເຣດຕິ້ງ ອອກຖະແຫຼງການໃນວັນທີ 24 ມັງກອນ ນີ້ວ່າ ເສດຖະກິດຂອງ ສ ເກົາຫຼີ ຈະມີການຂະຫຍາຍຕົວຊ້າໄປຈົນເຖິງປີ 2020 ເພາະການລົງທຶນພາກເອກະຊົນ ແລະ ການສົ່ງອອກຫຼຸດລົງ. ຂະນະດຽວກັນ, ອັດຕາວ່າງງານຂອງ ສ ເກົາຫຼີ ໃນເດືອນ ທັນວາ ຢູ່ທີ່ 3,4% ເພີ່ມຂຶ້ນ 0,2% ຈາກເດືອນພະຈິກ 2018 ໂດຍສະເພາະອັດຕາວ່າງງານໃນກຸ່ມຄົນໄວໜຸ່ມເກືອບຮອດ 9%. ບັນຫາດັ່ງກ່າວນີ້, ປະ ກອບກັບພາວະເສດຖະກິດຂະຫຍາຍຕົວຊ້າ ເຮັດໃຫ້ປະທານາທິບໍດີ ມຸນແຈອິນ ມີຄະແນນນິຍົມຫຼຸດລົງ ແລະ ມີການປົດຕຳແໜ່ງລັດຖະມົນຕີກະຊວງການເງິນ ແລະ ຫົວໜ້າຄະນະເຈົ້າໜ້າທີ່ທຳນຽບປະທານາທິບໍດີດ້ານນະໂຍ ບາຍໃນເດືອນພະຈິກ 2018.