ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ທາງການອິນໂດເນເຊຍ ເປີດເຜີຍໃຫ້ຮູ້ວ່າ ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 59 ຄົນ ຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມ ຫຼັງຈາກຝົນຕົກລົງມາຢ່າງຮ້າຍແຮງຢູ່ເທິງເກາະສຸລາເວສີ ເຮັດໃຫ້ປະຊາຊົນຕ້ອງອົບພະຍົບອອກຈາກເຮືອນຫຼາຍກວ່າພັນຄົນ.

ຫົວໜ້າສຳນັກງານບັນເທົາໄພພິບັດ ສຸລາເວສີ ເປີດເຜີຍວ່າ ບໍ່ເຄີຍເຫັນສະຖານະການທີ່ຮ້າຍແຮງແບບນີ້ມາກ່ອນ ແລະ ຍັງມີປະຊາຊົນອີກປະມານ 25 ຄົນທີ່ຍັງສູນຫາຍ, ຝົນທີ່ຕົກລົງມາຢ່າງຕໍ່ເນື່ອງເຮັດໃຫ້ແມ່ນ້ຳຫຼາຍສາຍຖ້ວມລົ້ນຕາຝັ່ງ ແລະ ໄຫຼເຂົ້າຖ້ວມເຂດຊຸມຊົນຫຼາຍສິບແຫ່ງໃນ 11 ເຂດຂອງແຂວງສຸລາເວສີໃຕ້. ນອກຈາກນີ້, ຍັງມີຫຼາຍພື້ນທີ່ໃນເຂດເມືອງມາກັດຊາ ໄດ້ຮັບຜົນກະທົບນຳອີກ, ພື້ນທີ່ທີ່ໄດ້ຮັບຄວາມເສຍຫາຍຫຼາຍທີ່ສຸດ ໄດ້ແກ່ ເຂດໂກວາ ພົບຜູ້ເສຍຊີວິດເຖິງ 44 ຄົນ.

ຂ່າວລາຍງານແຈ້ງໃຫ້ຮູ້ວ່າ: ປະຊາຊົນຫຼາຍກວ່າ 3.400 ຄົນ ຕ້ອງອົບພະຍົບອອກຈາກເຮືອນໄປພັກຢູ່ຕາມໂຮງຮຽນ, ໂບດ ແລະ ສູນອົບພະຍົບຊົ່ວຄາວທີ່ທາງການຈັດໄວ້, ເຊິ່ງເຈົ້າໜ້າທີ່ທາງການຂອງອິນໂດເນເຊຍ ເປີດເຜີຍວ່າ ປັດຈຸບັນລະດັບນ້ຳເລີ່ມຫຼຸດລົງແລ້ວ ແຕ່ສົ່ງຜົນກະທົບເປັນບໍລິເວນກວ້າງ ແລະ ສ້າງຄວາມເສຍຫາຍທັງເຮືອນຂອງປະຊາຊົນ, ສຳນັກງານຂອງລັດ, ໂຮງຮຽນ ແລະ ຂົວຫຼາຍແຫ່ງນຳອີກ.