ທົ່ວປະເທດ ມີນັກໂທດ-ດັດສ້າງ ເພີ້ມຂື້ນ 1.500 ກວ່າຄົນ ໃນປີ 2018

0
2027

ປັດຈຸບັນ, ຢູ່ບັນດາຄ້າຍຄຸມຂັງ-ດັດສ້າງ ແລະ ຄ້າຍກັກຂັງຊົ່ວຄາວ ໃນຂອບເຂດທົ່ວປະເທດ ມີນັກໂທດ, ຜູ້ຖືກຫາ ແລະ ຜູ້ຖືກດັດສ້າງ ທັງໝົດ 28 ພັນກວ່າຄົນ ຍິງ 2 ພັນກວ່າຄົນ ທຽບໃສ່ປີ 2017 ຜ່ານມາ, ເພີ່ມຂຶ້ນ 1.500 ກວ່າຄົນ.

ບັນ ດາຄ້າຍຄຸມຂັງ-ດັດສ້າງ, ຄ້າຍກັກຂັງຊົ່ວຄາວໃນຂອບເຂດທົ່ວປະເທດ ເຂົ້າຮ່ວມ

ກອງປະຊຸມສະຫຼຸບວຽກງານ ຄຸມຂັງ-ດັດສ້າງ ປະຈໍາປີ 2018 ແລະ ວາງທິດທາງວຽກງານຈຸດສຸມ ປີ 2019 ໄຂຂຶ້ນໃນວັນທີ 30 ມັງກອນຜ່ານມາ ໂດຍພາຍໃຕ້ການເປັນປະທານຂອງ ພັອ ສົມລິດ ດາວຮຸ່ງສຸລິ ຫົວໜ້າກົມຕໍາຫຼວດຄຸມຂັງດັດສ້າງ, ເຂົ້າຮ່ວມໂດຍ ພົຕ ປອ ສົມຫວັງ ທໍາມະສິດ ຮອງລັດຖະມົນຕີ ກະຊວງ ປກສ, ມີບັນ ດາຄ້າຍຄຸມຂັງ-ດັດສ້າງ, ຄ້າຍກັກຂັງຊົ່ວຄາວໃນຂອບເຂດທົ່ວປະເທດ ເຂົ້າຮ່ວມ.

ພັທ ພັດສະດີ ນວນອາສາ ຮອງຫົວໜ້າກົມຕໍາຫຼວດຄຸມຂັງ-ດັດສ້າງ ກ່າວວ່າ:

ພັທ ພັດສະດີ ນວນອາສາ

ປັດຈຸບັນ, ທົ່ວປະເທດມີນັກໂທດ, ຜູ້ຖືກຫາ ແລະ ຜູ້ຖືກດັດສ້າງ ທັງໝົດ 28 ພັນກວ່າ ຄົນ ຍິງ 2 ພັນກວ່າ ຄົນ; ໃນນັ້ນ, ນັກໂທດ 13.996 ຄົນ, ຜູ້ຖືກຫາ 8.059 ຄົນ ແລະ ຜູ້ຖືກດັດສ້າງ 6.233 ຄົນ; ທຽບໃສ ປີ 2017 ເພີ່ມຂຶ້ນທັງໝົດ 1.575 ຄົນ; ສ່ວນດ້ານນະໂຍບາຍແມ່ນ ໄດ້ອະໄພຍະໂທດຫຼຸດຜ່ອນໂທດທັງໝົດ 1.364 ຄົນ ຍິງ 234 ຄົນ ແລະ ອະໄພຍະໂທດປ່ອຍຕົວ ຈໍານວນ 347 ຄົນ ຍິງ 66 ຄົນ.

ກອງປະຊຸມສະຫຼຸບວຽກງານ ຄຸມຂັງ-ດັດສ້າງ ປະຈໍາປີ 2018 ແລະ ວາງທິດທາງວຽກງານຈຸດສຸມ ປີ 2019

ໃນຕໍ່ໜ້າ, ຄະນະບັນຊາກົມຕໍາຫຼວດຄຸມຂັງ-ດັດສ້າງຈະສູ້ຊົນ ປັບປຸງກົງຈັກການຈັດຕັ້ງ ແລະ ບໍາລຸງກໍ່ສ້າງກໍາລັງຕໍາຫຼວດຄຸມຂັງ-ດັດສ້າງໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ລະບຽບວິໄນເຂັ້ມງວດ, ມີຄວາມຮູ້ຄວາມສາມາດ, ມີກໍາລັງພຽງພໍຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານໃນແຕ່ລະໄລຍະ ແລະ ສ້າງກໍາລັງຕໍາຫຼວດຄຸມຂັງ-ດັດສ້າງໄປຕາມ 4 ລັກສະນະຂອງວຽກງານຄຸມຂັງ-ດັດສ້າງ ຄື:

ລັກສະນະຊົນຊັ້ນ, ລັກສະນະປະກອບອາວຸດ, ລັກສະນະກົດໝາຍ ແລະ ລັກສະນະຮັບໃຊ້ປະຊາຊົນ; ຮັບປະກັນຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍຢູ່ບັນດາຄ້າຍຄຸມຂັງ-ດັດສ້າງ ບໍ່ໃຫ້ນັກໂທດ, ຜູ້ຖືກຫາແຫກຄຸກໂຕນໜີ, ຄຸ້ມຄອງປ້ອງກັນ ແລະ ສຶກສາອົບຮົມນັກໂທດ, ຜູ້ຖືກຫາ ແລະ ຜູ້ຖືກດັດສ້າງໃຫ້ເຂົ້າສູ່ລະບົບລະບຽບຫຼັກການທີ່ກໍານົດໄວ້ຢ່າງເຂັ້ມງວດ.