ກະຊວງປ້ອກັນປະເທດ ພ້ອມຄະນະໄດ້ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມຄະນະພັກ -ຄະນະບັນຊາກອງພັນ 609 ກອງບັນຊາການທະຫານແຂວງ ໄຊຍະບູລີ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບ ຮອບ 70 ປີ.

ອາທິດຜ່ານມາ, ພົອ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອກັນປະເທດ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມ ຄະນະພັກ-ຄະນະບັນຊາ ກອງພັນ 609 ກອງບັນຊາການທະຫານແຂວງໄຊຍະບູລີ ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ.

ໂອກາດນີ້, ພັຕ ຈັນທອງ ຈັນຟອງ ຫົວໜ້າການທະຫານກອງພັນ 609 ໄດ້ລາຍງານສະພາບຮອບດ້ານໂດຍຫຍໍ້ ວ່າ:

ຕະຫຼອດໄລຍະຜ່ານມາ, ຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນທະຫານທຸກເຫຼົ່າຮົບວິຊາສະເພາະ ພາຍ ໃນກົມກອງໄດ້ພ້ອມກັນເສີມຂະຫຍາຍທາດແທ້, ມູນເຊື້ອອັນສະຫງ່າງາມຂອງ ກອງທັບປະຊາຊົນລາວ ເຂົ້າໃນການປັບປຸງກໍ່ສ້າງ, ພັດທະນາຕົນເອງຢ່າງຮອບດ້ານ ແລະ ມີຄວາມເຕີບໃຫ່ຍເຂັ້ມແຂງ ແລະ ໄດ້ປະກາດຮັບຮອງເປັນກົມກອງຕົວແບບຂອງ ກອງບັນຊາການທະຫານ ແຂວງໄຊຍະບູລີ ວັນທີ 27 ເມສາ 2017 ຜ່ານມາ.

ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນງານໄຊຊະນະທີ່ຍາດມາໄດ້ ພ້ອມທັງຍົກໃຫ້ເຫັນມູນເຊື້ອແຫ່ງການກໍາເນີດ, ສູ້ຮົບມີໄຊ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງ ກອງທັບປະຊາຊົນລາວ ດັ່ງນີ້:

ກອງພັນ 609 ກອງບັນຊາການທະຫານແຂວງ ໄຊຍະບູລີ

ເຊິ່ງຕະຫຼອດໄລຍະ 70  ປີຜ່ານມາ, ກອງທັບປະຊາຊົນລາວ ພ້ອມກັບປະຊາຊົນລາວບັນດາເຜົ່າ ໄດ້ເຮັດສໍາເລັດພາລະກໍາປະຫວັດສາດທີ່ພັກ-ລັດມອບໝາຍໃຫ້ ສາມາດຕີເອົາຊະນະຈັກກະພັດຜູ້ຮຸກຮານແບບເກົ່າ, ແບບໃໝ່ ແລະ ລູກແຫຼ້ງຕີນມື, ປົກປັກຮັກສາໝາກຜົນຂອງການປະຕິວັດ, ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດໄວ້ໄດ້ຢ່າງໜັ້ນຄົງ;

ນອກນີ້, ຍັງຮຽກຮ້ອງບັນດາສະຫາຍຄະນະພັກ-ຄະນະບັນຊາແຕ່ລະຂັ້ນ, ນາຍ ແລະ ພົນທະຫາຍ ຈົ່ງພ້ອມກັນເສີມຂະຫຍາຍບົດບາດການນໍາພາຂອງພັກ, ເປັນເຈົ້າການເຮັດສໍາເລັດໜ້າທີ່ການເມືອງຂອງຕົນ, ປັບປຸງ-ກໍ່ສ້າງຕົນເອງໃຫ້ເຕີບໃຫຍ່ເຂັ້ມແຂງ, ເພີ່ມທະວີຄວາມສາມັກຄີປອງດອງກັບ ອໍານາດການປົກຄອງທ້ອງຖິ່ນ ໃຫ້ແໜ້ນແຟ້ນ, ສືບຕໍ່ປົກປັກຮັກສາອໍານາດອະທິປະໄຕຂອບເຂດຄວາມຮັບຜິດຊອບຂອງຕົນໄວ້ໃຫ້ໜັ້ນຄົງຕະຫຼອດໄປ.

ໂອກາດດັ່ງກ່າວ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຍັງໄດ້ມອບເງິນສົດຈໍານວນ 20 ລ້ານກີບ ໃຫ້ ກອງພັນ 609 ເພື່ອຊຸກຍູ້ການພັດທະນາກົມກອງດັ່ງກ່າວໃຫ້ເຕີບໃຫຍ່ເຂັ້ມແຂງເປັນກ້າວໆ.