ປກສ ແຂວງສະຫວັນນະເຂດ ສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ

0
1774

ກອງບັນຊາການ ປກສ ແຂວງສະຫວັນນະເຂດ ຈັດກອງປະຊຸມສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ  ຕິດພັນກັບການແກ້ໄຂປະກົດການຄວາມບໍ່ສະຫງົບທາງດ້ານການເມືອງ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ ໃນວັນທີ 7 ກຸມພາ 2019 ເປັນປະທານຂອງ ພັອ ຄຳພົນ ສີຫາປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ, ມີຄະນະບັນຊາ, ບັນດາ ປກສ ເມືອງ ພ້ອມດ້ວຍພະນັກງານທີ່ລົງກໍ່ສ້າງຮາກຖານການເມືອງ ເຂົ້າຮ່ວມ.

ພັທ ວຽງທອງ ຫຼ້າບົວພອນ ຫົວໜ້າຫ້ອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານໃນໄລຍະ 7 ເດືອນຜ່ານມາ ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ຢ່າງຈິ່ງຈັງ ຢູ່ຕາມບັນດາເມືອງ ຄື :

ພັທ ວຽງທອງ ຫຼ້າບົວພອນ

ເມືອງວິລະບູລີ, ເມືອງເຊໂປນ, ເມືອງນອງ, ເມືອງໄຊບູລີ, ເມືອງສອງຄອນ ແລະ ເມືອງທ່າປາງທອງ ແລະ ນະຄອນໄກສອນພົມວິຫານ. ຜ່ານການຈັດຕັ້ງປະຕິບັດ ແຕ່ເດືອນພຶດສະພາ-ທັັນວາ 2018 ແມ່ນໄດ້ສຸມໃສ່ຈັດຕັ້ງປະຕິບັດ 4 ວຽກງານໃຫຍ່ຄື: ວຽກງານຮັກສາຄວາມສະຫງົບທາງດ້ານການເມືອງ, ວຽກງານຮັກສາຄວາມເປັນລະບຽບຮຽບຮ້ອຍທາງດ້ານສັງຄົມ, ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ, ວຽກງານກວດກາຄຸ້ມຄອງສຳມະໂນຄົວ, ວຽກງານອາຊີບ-ພາຫະນະພິເສດ, ວຽກງານສ້າງຄອບຄົວ-ບ້ານປ້ອງກັນ ຄວາມສະຫງົບດີ, ສ້າງຄອບຄົວ-ບ້ານປອດຢາເສບຕິດ, ວຽກງານປະສານສົມທົບຮ່ວມກັບປົກຄອງ ແລະ ພາກສ່ວນກ່ຽວຂ້ອງ.

ພັທ ລຳຄູນ ວໍລະວົງ

ຜ່ານການຈັດຕັ້ງປະຕິບັດວຽກງານໄດ້ສຸມໃສ່ກວດກາຄຸ້ມຄອງສໍາມະໂນຄົວ ໄດ້ 172 ບ້ານ, ມີິ 308 ໜ່ວຍ, 28.914 ຫຼັງຄາ, 44.829 ຄອບຄົວ ພົນລະເມືອງ 287.083 ຄົນ, ຍິງ 144.934 ຄົນ, ອາຍຸ 15 ປີຂຶ້ນໄປ 133.757 ຄົນ, ຍິງ 69.288 ຄົນ, ໄດ້ຂຶ້ນທະບຽນສຳມະໂນຄົວແລ້ວ 11. 664 ຄອບຄົວ, ມີ 38.132 ຄົນ, ຍິງ 18.105 ຄົນ, ຍັງບໍ່ທັນຂຶ້ນທະບຽນສຳມະໂນຄົວ 942 ຄອບ ຄົວ, ມີ 13.011 ຄົນ ຍິງ 6.634 ຄົນ ສາເຫດແມ່ນເກີດໃໝ່ ແລະ ຍ້າຍມາຢູ່ໃໝ່, ຕິດຕາມຄົນມາພັກເຊົາຊົ່ວຄາວ 1.726 ຄົນ, ຍິງ 673 ຄົນ ໃນນີ້ ຄົນລາວ 385 ຄົນ ຍິງ 142 ຄົນ, ວຽກງານສ້າງຄອບ-ບ້ານປ້ອງກັນຄວາມສະຫງົບດີ ສາມາດຮັບຮອງໄດ້ 88 ບ້ານ, 3.755 ຄອບຄົວ ແລະ ປະກາດ ສ້າງ 121 ບ້ານ, ມີ 1.608 ຄອບ ຄົວ, ປະເມີນສະເໜີຮັບຮອງ ໄດ້ 38 ບ້ານ, 325 ຄອບຄົວ, ຮັບ ຮອງບ້ານປອດຢາເສບຕິດ 125 ບ້ານ ມີ 10.809 ຄອບຄົວ ແລະ ປະກາດສ້າງຄອບຄົວ-ບ້ານປອດ ຢາເສບຕິດ 9 ບ້ານ, ມີ 642 ຄອບ ຄົວ.

ຄະນະບັນຊາ, ບັນດາ ປກສ ເມືອງ ພ້ອມດ້ວຍພະນັກງານທີ່ລົງກໍ່ສ້າງຮາກຖານການເມືອງ ເຂົ້າຮ່ວມ

ນອກນີ້, ເກັບກໍາເຮືອນເຊົ່າ ທັງໝົດ 395 ຫຼັງ, ໂຮງແຮມ-ເຮືອນພັກ 46 ຫຼັງ, ປ້ຳນ້ຳມັນ 66 ແຫ່ງ, ຮ້ານສ້ອມແປງ 193 ຮ້ານ ຂຶ້ນທະບຽນແລ້ວ 50 ຮ້ານ, ຮ້ານ ຕັດຜົມ-ເສີມສວຍ 22 ຮ້ານ, ສັງວຽນຕີໄກ່ 25 ແຫ່ງ, ຂຶ້ນບັນຊີຕູ້ເກມອອນໄລນ໌ 26 ແຫ່ງ, ຂຶ້ນບັນຊີເປົ້າໝາຍຫວຍເຖື່່ອນ 28 ຄົນ, ຮ້ານບັນເທີງ 85 ຮ້ານ, ເກັບກູ້ອາວຸດລ່າເນື້ອທີ່ບໍ່ຖືກຕ້ອງ 894 ກະບອກ, ເກັບກຳຜູ້ນຳໃຊ້ຈັກສະຕິນ 203 ຄົນ ແລະ ກັກຕົວຜູ້ນຳໃຊ້ອາວຸດເສິກທີ່ບໍ່ຖືກຕ້ອງ 8 ຄົນ.