ກົມຕຳຫຼວດສຶບສວນ-ສອບສວນ ສະຫຼຸບການເຄື່ອນໄຫວວຽກງານ ປະຈຳປີ 2018

0
1755
ຄະນະປະທານ

ກົມຕໍາຫຼວດສືບສວນ-ສອບສວນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ສະຫຼຸບການເຄື່ອນໄຫວວຽກງານປະຈໍາປີ 2018 ແລະ ວາງທິດທາງແຜນການປີ 2019 ໃນວັນທີ 8 ກຸມພາຜ່ານມາ, ໂດຍການເປັນປະທານຂອງ ພັອ ຄໍາຜອງ ວິຈິດ ຫົວໜ້າກົມຕໍາຫຼວດ ສືບສວນ-ສອບສວນ, ມີຄະນະກົມ, ຫ້ອງ, ພະແນກ, ແຂກຮັບເຊີນ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.

ພັອ ຄໍາຜອງ ວິຈິດ

ພັທ ນາງ ບົວວັນ ວົງວິໄລ ຫົວໜ້າພະແນກບໍລິຫານ ກ່າວວ່າ:

1 ປີຜ່ານມາ ກົມຕໍາຫຼວດສືບສວນ-ສອບສວນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານວິຊາສະເພາະດ້ວຍຄວາມຮັບຜິດຊອບສູງ ເປັນຕົ້ນແມ່ນ ວຽກງານສອບສວນອາຍາ ໄດ້ລົງສົມທົບມ້າງຄະດີຢູ່ຕ່າງແຂວງ 79 ຄັ້ງ, ສອບສວນຜູ້ຖືກຫາ 765 ຄັ້ງ, ສົ່ງໝາຍຮຽກ 550 ສະບັບ, ຮັບແຈ້ງຄວາມ 33 ຄັ້ງ, ລົງກວດສະຖານທີ່ເກີດເຫດ 35 ຄັ້ງ;

ພັທ ນາງ ບົວວັນ ວົງວິໄລ

ວຽກງານສືບສວນອາຍາ, ໄດ້ສົມທົບກັບຕ່າງແຂວງ ໄລ່ຊອກ-ໄລ່ຈັບ ຕາມຄໍາສັ່ງຂອງໄອຍະການ 35 ຄັ້ງ, ເຮັດບົດສະຫຼຸບລາຍຄະດີ 276 ຄັ້ງ, ສົ່ງໝາຍຮຽກ 442 ສະບັບ, ສອບສວນ 560 ຄັ້ງ, ຊ້ອງໜ້າ 135 ຄັ້ງ, ໄປຈັບຕົວເປົ້າໝາຍ ແລະ ຕິດຕາມເປົ້າໝາຍ 356 ຄັ້ງ, ລົງກວດສະຖານທີ່ເກີດເຫດ 25 ຄັ້ງ, ເຂົ້າຮ່ວມ ດໍາເນີນຄະດີຢູ່ຕ່າງແຂວງ ແລະ ນະຄອນຫຼວງ 45 ຄັ້ງ; ວຽກງານສໍານວນ-ສໍາເນົາສົ່ງຟ້ອງ ໄດ້ຄົ້ນຄວ້າຄໍາຮ້ອງຟ້ອງ 107 ສະບັບ, ຂຽນໃບຢ້ຽມຍາດ 4.104 ຄັ້ງ, ມີຄະດີເຂົ້າ 218 ເລື່ອງ, ຄະດີອອກ 237 ເລື່ອງ, ສົ່ງໃຫ້ພາກສ່ວນຕ່າງໆ 174 ເລື່ອງ, ສົ່ງໄອຍະການ 62 ເລື່ອງ.

ຄະນະກົມ, ຫ້ອງ, ພະແນກ, ແຂກຮັບເຊີນ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ

ທ່ານຫົວໜ້າພະແນກບໍລິຫານຍັງໄດ້ກ່າວຕື່ມອີກວ່າ ທິດທາງແຜນການໃນປີນີ້ ກົມຕໍາຫຼວດສືບສວນ-ສອບສວນ ຈະເພີ່ມທະວີການປັບປຸງແບບແຜນການປະຕິບັດວຽກງານວິຊາສະເພາະໃຫ້ມີຄວາມວ່ອງໄວ, ຖືກຕ້ອງຕາມລະບຽບຫຼັກການວິຊາສະເພາະ ກໍຄືລະບຽບກົດໝາຍ, ແກ້ໄຂຄະດີໃຫ້ໄດ້ຕາມຄາດໝາຍຂອງຂັ້ນເທິງ ໄດ້ກໍານົດໄວ້, ຮັບປະກັນວຽກງານສືບສວນ-ສອບສວນ ເຮັດໃຫ້ສະພາບປະກົດການຫຍໍ້ທໍ້ຫຼຸດລົງເທື່ອລະກ້າວ.