ລັດຖະບານຈະກູ້ຢືມເງີນ 20 ລ້ານໂດລາເພື່ອສົ່ງເສີມການເງິນແຫ່ງລັດຜ່ານລະບົບອີເລັກໂທຼນິກ

ກະຊວງການເງິນ ຕາງໜ້າລັດຖະບານແຫ່ງ ສປປ ລາວ ປະສົບຜົນສຳເລັດໃນການເຈລະຈາຂໍກູ້ຢືມເງິນຈາກ ທະນາຄານໂລກ ຈຳນວນ 20 ລ້ານໂດລາສະຫະລັດ ເພື່ອນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດ ໂຄງການສົ່ງເສີມຄວາມອາດສາມາດ ໃນການຄຸ້ມຄອງການເງິນແຫ່ງລັດ ຜ່ານລະບົບອີເລັກໂຕຣນິກ.

ການເຈລະຈາຂໍກູ້ຢືມເງິນດັ່ງກ່າວ ໄດ້ມີຂຶ້ນໃນທ້າຍອາທິດຜ່ານມາ ທີ່ຫ້ອງປະຊຸມຂອງ ທະນາຄານໂລກ ປະຈຳ ສປປ ລາວ ໂດຍແມ່ນ ທ່ານ ອັງຄານ ສະດາມ່ວງຄຳ ຮອງຫົວໜ້າກົມການເງິນຕ່າງປະເທດ ແລະ ຄຸ້ມຄອງໜີ້ສິນ ກະຊວງການເງິນ ເປັນຫົວໜ້າຄະນະ ຕາງໜ້າໃຫ້ ລັດຖະບານແຫ່ງ ສປປ ລາວ ແລະ ທ່ານ ນາງ ແຟນນີ່ ໄວເນີ (Fanny Weiner) ເປັນຫົວໜ້າຄະນະ ຕາງໜ້າໃຫ້ ກຸ່ມການພັດທະນາສາກົນ ທະນາຄານໂລກ ພ້ອມດ້ວຍຄະນະຮັບຜິດຊອບທີ່ກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ.

ຫ້ອງປະຊຸມຂອງ ທະນາຄານໂລກ ປະຈຳ ສປປ ລາວ, ໂດຍແມ່ນທ່ານ ອັງຄານ ສະດາມ່ວງຄຳ ຮອງຫົວໜ້າກົມການເງິນຕ່າງປະເທດ ແລະ ຄຸ້ມຄອງໜີ້ສິນ ກະຊວງການເງິນ

ສຳລັບເງິນຈຳນວນ 20 ລ້ານໂດລາສະຫະລັດ ທີ່ລັດຖະບານລາວ ກູ້ຢືມນຳ ທະນາຄານໂລກ ແມ່ນຈະນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດ ໂຄງການສົ່ງເສີມຄວາມອາດສາມາດ ໃນການຄຸ້ມຄອງການເງິນແຫ່ງລັດ ຜ່ານລະບົບອີເລັກໂຕຣນິກ;

ເຊິ່ງເປັນໂຄງການຢູ່ໃນແຜນຍຸດທະສາດການຮ່ວມມື ລະຫວ່າງ ລັດຖະບານ ສປປ ລາວ ແລະ ທະນາຄານໂລກ ໃນໄລຍະປີ 2019-2025 ແລະ ເປັນການຈັດຕັ້ງປະຕິບັດຍຸດທະສາດ ການຄຸ້ມຄອງການເງິນແຫ່ງລັດ ເປັນທັນສະໄໝ ກໍຄື ຈັດຕັ້ງປະຕິບັດວິໄສທັດ ຮອດປີ 2030 ແລະ ຍຸດທະສາດພັດທະນາການເງິນແຫ່ງລັດ ຮອດປີ 2025.

ໂດຍຈະນຳໃຊ້ບ້ວງເງິນດັ່ງກ່າວ ເຂົ້າໃນ 3 ອົງປະກອບໜ້າວຽກດັ່ງນີ້:

  1. ອົງປະກອບທີ 1: ນໍາໃຊ້ໃນການຈັດຊື້ ແລະ ການຈັດຕັ້ງປະຕິບັດລະບົບຄຸ້ມຄອງຂໍ້ມູນຂ່າວສານການເງິນແຫ່ງລັດ.
  2. ອົງປະກອບທີ 2: ການຝຶກອົບຮົມສ້າງຄວາມອາດສາມາດທາງດ້ານວິຊາການທີ່ຕິດພັນກັບ ການຄຸ້ມຄອງການເງິນພາກລັດ ແລະ ການຝຶກອົບຮົມຜູ້ນຳໃຊ້ລະບົບ FMIS.
  3. ອົງປະກອບທີ 3: ການບໍລິຫານຄຸ້ມຄອງ ແລະ ຈັດຕັ້ງປະຕິບັດໂຄງການ ໂດຍມີໜ່ວຍງານປະສານງານ.
ກອງປະຊຸມທັງສອງຝ່າຍຍັງໄດ້ ຕົກລົງເຫັນດີເປັນເອກະພາບຕໍ່ຮ່າງສັນຍາເງິນກູ້ຢືມຈໍານວນ 20 ລ້ານໂດລາສະຫະລັດ

ໃນກອງປະຊຸມ, ທັງສອງຝ່າຍ ຍັງໄດ້ຕົກລົງເຫັນດີເປັນເອກະພາບຕໍ່ ຮ່າງສັນຍາເງິນກູ້ຢືມ ຈໍານວນ 20 ລ້ານໂດລາສະຫະລັດ ແລະ ຈະນຳສະເໜີລາຍງານຕໍ່ ຄະນະນຳກະຊວງການເງິນ ເພື່ອຂໍທິດຊີ້ນຳໃນການດຳເນີນຂັ້ນຕອນການເຊັນສັນຍາກູ້ຢືມເງິນ ຈຳນວນດັ່ງກ່າວ.